Star InactiveStar InactiveStar InactiveStar InactiveStar Inactive

ໃນວັນທີ 15-16 ຕຸລາ 2020 ທ່ານ ສົມຫັວງ ນາບຸນແພງ ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງນາແລ, ເຊີ່ງໄດ້ແບ່ງອອກເປັນ 2 ວາລະດັ່ງນີ້:

Star InactiveStar InactiveStar InactiveStar InactiveStar Inactive

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08-09 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຊັັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 24 ທ່ານ.

Star InactiveStar InactiveStar InactiveStar InactiveStar Inactive

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາໄຫຼ ສີປະເສີດ, ເລຂາຄະນະບໍລິຫານງານພັກແຂວງໆຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 6 ທ່ານ.

Star InactiveStar InactiveStar InactiveStar InactiveStar Inactive

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 05 ຕຸລາ 2020, ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຮອງຫົວໜ້າພະແນກ ຊສ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ.

Star InactiveStar InactiveStar InactiveStar InactiveStar Inactive

ວັນທີ​ 28​ ກັນຍາ​ 2020​ ຜ່ານມານີ້, ພະແນກຊັບພະຍາກອນທໍາທະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການຊ່ວຍເຫຼືອຂອງພະນັກງານພາຍໃນ ພະແນກຂອງຕົນ ໄປມອບໃຫ້ ສະຫະພັນກໍາມະບານແຂວງຫຼວງນໍ້າທາ ເພື່ອນໍາໄປຊ່ວຍເຫຼືອຜູ້ທຸກຍາກຢູ່ຫ່າງໄກສອກຫຼິກ ພາຍໃນແຂວງຫຼວງນໍ້າທາ, ເຄື່ອງທີ່ນໍາໄປມອບຄັ້ງນີ້ລວມທັງໝົດ 572 ຜືນ, ເປັນກຽດກ່າວມອບໂດຍ ທ່ານ ສົມບຸນ ໄຊຈັນທາ ຕ່າງຫນ້າກຳມະບານຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ເປັນກຽດກ່າວຮັບໂດຍ ທ່ານ ບຸນເລີດ ດ້ວງເງິນ, ຮອງປະທານສະຫະພັນກໍາມະບານແຂວງ, ມີຜູ້ຕ່າງໜ້າຈາກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສະຫະພັນກໍາມະບານແຂວງເຂົ້າຮ່ວມ.