Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ, ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2020 ຂອງ ພຊສ ແຂວງຫຼວງນໍ້າາທາ, ໂດຍການເປັນປະທານຂອງ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພະແນກ ຊສ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງ, ຕະຫຼອດຮອດຫົວນ້າໜ່ວຍງານ ຫ້ອງການ ຊສ 5 ເມືອງ ແລະ ມີພະນັກງານວິໍາການພາຍໃນ ພຊສ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ, ທ່ານ ກົງທອງ ແອ໋ເຫຼັກ ຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ພຊສ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນການ 9 ເດືອນ ແລະ ທິດທທງແຜນການ 3 ເດືອນທ້າຍປີ 2020 ຂອງ ພຊສ ແຂວງຫຼວງນໍ້າາທາ. ໃນໄລຍະ 9 ເດືອນ ປີ 2020 ພຊສ ແຂວງຫຼວງນໍ້າທາ ສາມາດຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໄດ້ຫຼາຍດ້ານດັ່ງນີ້:

1. ວຽກງານທີ່ດິນ

ສໍາຫຼວດວັດແທກທີ່ດິນໄດ້: 2.837 ຕອນ= 47,28% ຂອງແຜນປີ 6.000 ຕອນ; ອອກໃບຕາດິນ ທົ່ວແຂວງໄດ້ 694 ໃບ = 47,28 % ຂອງແຜນປີ; ແຈກໃນຕາດິນ 2.932ຕອນ= 57,21 %ຂອງແຜນປີ; ສອບສວນສິດ 2.560ຕອນ , ຈັດປະເພດທີ່ດິນ 3.304 ຕອນ, ຈົດຜ່ານທະບຽນສັນຍາຊວດຈຳ ໄດ້ 738 ຕອນ  ຈົດຜ່ານທະບຽນໂອນສິດນຳໃຊ້ທີ່ດິນໄດ້ 118 ຕອນ, ແກ້ໄຂຂໍ້ຂັດແຍ່ງ 27 ເລື່ອງ.

2. ຂົງເຂດຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ

- ລົງເກັບຕົວຢ່າງນໍ້າ ພ້ອມທັງວັດແທກຄຸນນະພາບນໍ້າໜ້າດິນຢູ່ແມ່ນໍ້າຂອງ ທີ່ເມືອງລອງ ແຂວງຫຼວງນໍ້າທາ ສົ່ງເຂົ້າຫ້ອງທົດລອງສະຖາບັນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້12 ຄັ້ງ, ມີ 24 ທ່ານ, ຍິງ 10 ທ່ານ ສໍາເລັບ 100%, ເຂົ້າຮ່ວມກອງປະຊຸມ ແລະ ວັນສໍາຄັນຕ່າງໆ 4 ອົງການຈັດຕັ້ງ ໄດ້ 7 ຄັ້ງ, ມີ 14 ທ່ານ, ຍິງ 10 ທ່ານ; ລົງເກັບນໍ້າຕົວຢ່າງ ແລະ ວັດແທກຄຸນນະພາບນໍ້າໜ້າດິນ (ນໍ້າທຳມະຊາດ)ຢູ່ 5 ເມືອງ ທົ່ວແຂວງ ລວມມີ 12 ຈຸດໄດ້ 5  ຄັ້ງ, ມີ 20 ເທື່ອຄົນ; ລົງເກັບກໍາຂໍ້ມູນ, ກວດກາສະຖານທີ່, ບັນດາໂຄງການ, ໂຮງຈັກໂຮງງານ, ເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມ ໄດ້ 17 ຄັ້ງ, ມີ 20 ທ່ານ, ຍິງ 7 ທ່ານ; ລົງເຄື່ອນໄຫວຊຸກຍູ້ວຽກງານ ຊັບພະຍາກອນໍ້າ ແລະ ອຸຕຸນິຍົມ ຢູ່ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສໍາເລັດ 3 ເມືອງຄື: ເມືອງ ສີງ, ເມືອງລອງ ແລະ ເມືອງວຽງພູຄາ ໄດ້ 1 ຄັ້ງ, ມີ 2 ທ່ານ; ສົມທົບກັບພາກສວນທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນສະພາບນໍໍ້າບົກແຫ້ງ, ໄພແຫ້ງແລ້ງ (ສາຍນໍ້າຂອບເຂດເມືອງຫຼວງນໍ້າທາ)ຈໍານວນ 16 ບ້ານສໍາເລັດ 100%; ລົງສໍາຫຼວດເກັບກໍາຂໍ້ມູນຂື້ນບັນຊີ ແລະ ສ້າງແຜນທີ່ ບໍລິເວນນໍ້າ ໄດ້ 1 ຄັ້ງ, ມີ 3 ທ່ານ; ລົງກວດກາແຫຼ້ງນໍ້າ ແລະ ຂຸດຄົ້ນແຮ່ທາດ 18 ຄັ້ງ.

ກ. ວຽກສົ່ງເສີມຄຸນນະພາບສິ່ງແວດລ້ອມ

ທົບທວນ ແລະ ນໍາສະເໜີພະແນກອອກ ແລະ ຕໍ່ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ໄດ້ຈໍານວນ 24 ສະບັບ(IEE 10 ສະບັບ ແລະ EMP 14 ສະບັບ ) = 48%; ອອກໃບຢັ້ງຢືນດ້ານສິ່ງແວລ້ອມທົ່ວແຂວງ 34 ກິດຈະການ; ປະກອບຄຳເຫັນດ້ານວິຊາການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 22 ສະບັບ = 110%; ລົງປະເມີນຄືນ ການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມຂອງ ກິດຈະການ ໄດ້ 2 ກິດຈະການ; ລົງໂຄສະນາເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ ຢູ່ 2ເມຶອງ ຄື: ເມືອງສິງ ຈໍານວນ 10 ບ້ານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 627 ຄົນ, ຍິງ 302 ຄົນ ແລະ ເມືອງນໍ້າທາ ຈໍານວນ 8 ບ້ານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 563 ຄົນ, ຍິງ 284 ຄົນ; ລົງເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ວຽກງານ ຂຽວ ສະອາດ ງາມຕາ, ແນະນໍາແບບຟອມການເກັບກໍາຂໍ້ມູນກ່ຽວກັບການປ່ຽນແປງດິນຟ້າອາກາດໃຫ້ ຫຊສ 5 ເມືອງ.

ຂ. ວຽກງານຄວບຄຸມມົນລະພິດ

ລົງກວດກາພື້ນທີ່ບັນດາກິດຈະການລົງທຶນ ຈໍານວນ 16 ຄັ້ງ = 80%; ລົງຊຸກຍູ້, ກວດກາ ແລະ ແນະນໍາວິທີແກ້ໄຂບັນຫາຜົນກະທົບສິ່ງແວດລ້ອມສັງຄົມຂອງບັນດາໂຄງການພັດທະນາ 05 ເມືອງ 10 ກິດຈະການ = 100%; ລົງແກ້ໄຂບັນຫາຜົນກະທົບຈາກຄໍາຮ້ອງຟ້ອງຂອງປະຊາຊົນ ຈໍານວນ 04 ຄັ້ງ.

3. ຂົງເຂດການເຊື່ອມໂຍງພາກພື້ນ ແລະ ສາກົນ

     - ວຽກງານຮ່ວມມືລາວ-ຈີນດ້ານສິ່ງແວດລ້ອມ:

ຕິດຕາມການນໍາໃຊ້ ແລະ ການບໍາລຸງຮັກສາອ່າງບໍາບັດນໍ້າເປື້ອນ ທີ່ໂຮງຮຽນ ມສ ເທດສະບານ ແຂວງ.

ຕິດຕາມການບໍລິການ-ຈັດການເຕົາເຜົາຂີ້ເປັນປົກກະຕິ, ສົມທົບສິ່ງແວດລ້ອມຈີນຄິດໄລ່ຄ່າຕິດຕັ້ງສາຍໄຟຟ້າ ແລະ ລາຍງານຜູ້ຊີ້ນໍາສໍາເລັດ.

4. ວຽກງານ ຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ສື​ກສາ​ເບື້ອງ​ຕົ້ນ​ກ່ຽວກັບ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ແລະ ​ແຜນ​ຄຸ້ມຄອງ ​ແລະ ຕິດຕາມ​ກວດກາ​ສິ່ງ​ແວດ​ລ້ອມ ຈຳນວນ 8 ​ໂຄງການ; ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ​ສື​ກສາ​ເບື້ອງ​ຕົ້ນ​ກ່ຽວກັບ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໄດ້ ຈຳນວນ 8 ໂຄງການ​; ລົງຕິດຕາມກວດກາບັນດາກິດຈະການທົ່ວແຂວງ ​ແລະ ​ໂຄງການ​ທີ່​ມີ​ໃບ​ຢັ້ງຢືນ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງໂຄງການ ​ໄດ້​ຈຳນວນ 145 ຄັ້ງ.  ​ແລະ ຊຸກຍູ້​ໃຫ້​ເຈົ້າ​ ຂອງ​ໂຄງການ​ມາ​ຖອກ​ເງິນ​ຕິດຕາມ​ກວດກາ​ 9 ເດືອນຕົ້ນປີ 2020 ໄດ້ ຈໍານວນ 26 ໂຄງການ; ເຂົ້າຮ່ວມການລົງໄກ່ເກຍການແກ້ໄຂບັນຫາຄຳຮ້ອງຟ້ອງນຳພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 7 ກິດຈະການ

5. ຂົງເຂດສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກການຈັດຕັ້ງ.

ເຜີຍແຜ່ຂໍ້ມູນຂ່າວສານ, ນິຕິກຳກ່ຽວກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທາງສື່ ຕ່າງໆ ຂຽນ ແລະ ລົງຂ່າວໄດ້ 25 ຂ່າວ ; ຈັດລາຍການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທາງ ວິທະຍຸ FM ຫຼວງນໍ້ທາ ໄດ້ 29 ຄັ້ງ ເທົ່າກັບ 80 % ຂອງແຜນ 9 ເດືອນ 36 ຄັ້ງ; ເຂົ້າຮ່ວມກອງປະຊຸມດ້ານວິຊາການ 34 ຄັ້ງ; ສຳເລັດການສະຫຼຸບປະຈຳເດືອນ, 3 ເດືອນ, 6 ເດືອນ ປີ 2020  ແລະ  5 ປີ ແຕ່ 2016-2020 ແລະ ວາງທິດທາງແຜນການ 2021-2025; ລົງເຜີຍແຜ່ຊູກຍູ້ວຽກງານຂໍ້ມູນຂ່າວໃຫ້ ຫ້ອງ ຊສ 3 ເມືອງ: ເມືອງສີງ, ເມືອງລອງ ແລະ ເມືອງວຽງພູຄາ; ໄດ້ຝຶກອົບຮົມ IT ໃຫ້ພະນັກງານພາຍໃນ ພຊສ 1 ຄັ້ງ ຜູ້ເຂັ້ົ້າຮ່ວມ 23 ຄົນ; ລົງເຜີຍແຜ່ບັນດານິຕິກຳກ່ຽວກັບວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ 3 ເມືອງ ເມືອງ ສິງ, ເມືອງລອງ ແລະ ເມືອງນາແລ.

     ກອງປະຊຸມດັ່ງກ່າວຍັງໄດ້ ມອບໃບຍ້ອງຍໍໃຫ້ ກົມກອງ ພຊສ ແລະ ບຸກຄົນດີເດັ່ນໃນການປະກອບສ່ວນພັດທະນາແຂວງຫຼວງນໍ້າທາ ປະຈໍາປີ 2019 ແລະ ໃນຕອນແລວງຂອງວັນດຽວກັນ ກອງປະຊຸມໄດ້ສືບຕໍ່ປຶກສາຫາລື ບັນຫາຂໍ້ຫຍຸ້ງຢາກ, ທິດທາງແກ້ໄຂ ແລະ ຄາດໝາຍສູ້ຊົນ 3 ເດືອນທ້າຍປີ 2020.