Star InactiveStar InactiveStar InactiveStar InactiveStar Inactive
 

ກອງປະຊຸມໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2020, ໂດຍການເປັນປະທານຂອງ ທ່ານ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານວິຊາການພາຍໃນ ພຊສ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານແຜນການລົງທຶນ 5 ປີ ແຕ່ ປີ 2021 ຫາ 2025 ຂອງຂະແໜງຊັບພະຍາກອທໍາມະຊາດ ແລະ ສິ່ງແວດລ້ອມ, ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນໃສ່ແຜນການລົງທຶນ ແຕ່ລະໂຄງການ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ, ເຊິ່ງມີໂຄງການລົງທຶນທັງໝົດ 42 ໂຄງການ, ໃນນັ້ນປະກອບມີ:

  1. ໂຄງການຕາມແຜນປົກປະຕິ ປະກອບມີ 8 ໂຄງການບຸລິມະສິດ;
  2. ໂຄງການສະເໜີງົບປະມານນໍາກອງທຶນປົກປັກຮັກສາສິ່ງແວດລ້ອມ ປະກອບມີ 21 ໂຄງການບຸລິມະສິດ;
  3. ໂຄງການສະເໜີທຶນນໍາຕ່າງປະເທດ (ODA) ປະກອບມີ 13 ໂຄງການບຸລິມະສິດ.

ໃນວະລະກອງປະຊຸມ, ຍັງໄດ້ຜ່ານເອກະສານຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ IX ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນຊຸດທີ່ I; ໃນໂອກາດດຽວກັນນັ້ນ ກອງປະຊຸມຍັງໄດ້ເຜີຍແຜ່ດໍາລັດວ່າດ້ວຍຄວາມຮັບຜິດຊອບໃນການສະກັດກັ້ນການຝອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍການຮ້າຍ.