Star InactiveStar InactiveStar InactiveStar InactiveStar Inactive
 

ວັນທີ​ 28​ ກັນຍາ​ 2020​ ຜ່ານມານີ້, ພະແນກຊັບພະຍາກອນທໍາທະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການຊ່ວຍເຫຼືອຂອງພະນັກງານພາຍໃນ ພະແນກຂອງຕົນ ໄປມອບໃຫ້ ສະຫະພັນກໍາມະບານແຂວງຫຼວງນໍ້າທາ ເພື່ອນໍາໄປຊ່ວຍເຫຼືອຜູ້ທຸກຍາກຢູ່ຫ່າງໄກສອກຫຼິກ ພາຍໃນແຂວງຫຼວງນໍ້າທາ, ເຄື່ອງທີ່ນໍາໄປມອບຄັ້ງນີ້ລວມທັງໝົດ 572 ຜືນ, ເປັນກຽດກ່າວມອບໂດຍ ທ່ານ ສົມບຸນ ໄຊຈັນທາ ຕ່າງຫນ້າກຳມະບານຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ເປັນກຽດກ່າວຮັບໂດຍ ທ່ານ ບຸນເລີດ ດ້ວງເງິນ, ຮອງປະທານສະຫະພັນກໍາມະບານແຂວງ, ມີຜູ້ຕ່າງໜ້າຈາກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສະຫະພັນກໍາມະບານແຂວງເຂົ້າຮ່ວມ.