Star InactiveStar InactiveStar InactiveStar InactiveStar Inactive
 

ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ພຊສ) ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມພິທີມີ ທ່ານ ທອງໄຊ ອາດຜາສຸກ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ເມືືອງຫຼວງນໍ້າທາ, ມີທ່ານ ຈາຍ ທອງສິງ ຫົວໜ້າ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງຫຼວງນໍ້າທາ, ມີຄະນະກໍາມະການຄຸ້ມຄອງໂຄງການຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ, ມີອໍານວຍການບໍລິສັດ ໄຊສົມບູນ ກໍ່ສ້າງເຄຫາ ຈໍາກັດ ແລະ ຕະຫຼອດຮອດພະນັກງານພາຍໃນ ຫຊສ ເມືອງຫຼວງນໍ້າທາ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການກໍ່ສ້າງ ຫຊສ ເມືອງຫຼວງນໍ້າທາ, ຊຶ່ງແມ່ນບໍລິສັດ ໄຊສົມບູນ ກໍ່ສ້າງເຄຫາ ຈໍາກັດ ໄດ້ຊະນະການປະມູນ ໃນມູນຄ່າກໍ່ສ້າງໂຄງການທັງໝົດ 756.000.000 ກີບ (ເຈັດຮ້ອຍຫ້າສີບຫົກລ້ານກີບ), ໂດຍໄດ້ຮັບງົບປະມານຂອງໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມພາກພື້ນ ເຊິ່ງເປັນງົບປະມານຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໄດ້ເຊັນສັນຍາຮັບເໝົາກໍ່ສ້າງກັບ ພຊສ ແຂວງຫຼວງນໍ້າທາ ໃນນາມເປັນເຈົ້າຂອງໂຄງການ ສະບັນເລກທີ 293/ພຊສ, ລົງວັນທີ 10 ມີນາ 2020, ກໍານົດໄລຍະເວລາກໍ່ສ້າງ 8 ເດືອນ. ຫ້ອງການດັ່ງກ່າວເປັນອາຄານ 1 ຊັ້ນ, ຂະໜາດ 15x20 ແມັດ ປະກອບມີ 5 ຫ້ອງເຮັດວຽກ ແລະ 1 ຫ້ອງປະຊຸມ, ໄດ້ເລີ້ມກໍ່ສ້າງນັບແຕ່ກາງເດືອນ ມີນາ 2020 ເປັນຕົ້ນມາ ຊຶ່ງປະກອບມີ 9 ໜ້າວຽກເຊັ່ນ: ວຽກດິນ, ວຽກເບຕົງ, ວຽກກໍ່-ໂບກ ແລະ ຕົບແຕ່ງ, ວຽກກະໂລ, ວຽກຫຼັງຄາ-ເພດານ, ວຽກຕິດຕັ້ງປະຕູ-ປ່ອງຢ້ຽມ, ວຽກໄຟຟ້າ, ວຽກນໍ້າປະປາ-ສຸຂະພັນ ແລະ ວຽກສີ ແລະ ໄດ້ກໍ່ສ້າງສໍາເລັດ 100% ຢ່າງເປັນທາງການໃນວັນທີ 15 ກັນຍາ 2020.

ໃນພິທີດັ່ງກ່າວ ທາງບໍລິສັດ ໄຊສົມບູນ ກໍ່ສ້າງເຄຫາ ຈໍາກັດ ໄດ້ຂຶ້ນຜ່ານບົດລາຍງານການຮັບເໝົາກໍສ້າງ ແລະ ໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ, ເປັນກຽດກ່າວມອບໂດຍ ທ່ານ ສົມສອນ ອໍານວຍການບໍລິສັດ ໄຊສົມບູນ ກໍ່ສ້າງເຄຫາ ຈໍາກັດ ແລະ ເປັນກຽດກ່າວຮັບໂດຍ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ; ພ້ອມດຽວກັນນັ້ນກໍ່ໄດ້ມອບ-ຮັບຫ້ອງການຫຼັງໃໝ່ດັ່ງກ່າວໃຫ້ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ, ເປັນກຽດກ່າວມອບໂດຍທ່ານ ສົມຫັວງ ນາບຸນແພງ, ຫົວໜ້າ ພຊສ ແຂວງ ແລະ ເປັນກຽດກ່າວຮັບໂດຍ ທ່ານ ຈາຍ ທອງສິງ ຫົວໜ້າ ຫຊສ ເມືອງຫຼວງນໍ້າທາ.

  

ໃນຕອນທ້າຍຂອງພິທີ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າ ພຊສ ແຂວງ ໄດ້ໂອ້ລົມຕໍ່ພິທີ, ຊຶ່ງທ່ານໄດ້ເໜັ້ນໜັກຫຼາຍບັນຫາສໍາຄັນ, ເປັນຕົ້ນ ຫ້ອງການດັ່ງກ່າວເປັນພື້ນຖານໜຶ່ງທີ່ມີຄວາມສໍາຄັນຕໍ່ການສ້າງຄວາມເຂັ້ນແຂງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ມອບຫ້ອງການດັ່ງກ່າວໃຫ້ທາງຫົວໜ້າ, ຄະນະ ແລະ ພະນັກງານໝົດທຸກຄົນພາຍໃນ ຫຊສ ເມືອງ ນໍາໃຊ້, ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອເຮັດໃຫ້ອະອາດ, ງາມຕາມ, ສວຍງານ ແລະ ນໍາໃຊ້ໃຫ້ຍາວນານ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ.

 

ຄໍາສັບຫຍໍ້:

ພຊສ ໝາຍເຖິງ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ຫຊສ ໝາຍເຖິງ: ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.