Star InactiveStar InactiveStar InactiveStar InactiveStar Inactive
 

Article Index

ຕອນເຊົ້າເວລາ 8:00 ຂອງວັນທີ 16 ຕຸລາ 2020 ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກໍາ ແລະ ຊີ້ແຈງບັນຫາຫາງສຽງສັງຄົມ ຂອງວຽກງານຄຸມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນເມືອງ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ຄໍາພອຍ ແກ້ວບົວພາ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆນາແລ ແລະ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ, ເຂົ້າຮ່ວມກອງປະຊຸມມີຄະນະທິມງານຈາກ ພຊສ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການຈາກຂະແໜງການພາຍໃນເມືອງນາແລ ແລະ ອົງການປົກຄອງບ້ານເທດສະບານເມືອງນາແລເຂົ້າຮ່ວມ ທັງໝົດ 35 ທ່ານ, ຍິງ 6 ທ່ານ.

ໃນກອງປະຊຸມ, ຄະນະທິມງານຈາກຂະແໜງການພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂຶ້້ນເຜີຍແຜ່ບັນດານິຕິກໍາທີ່ພົວພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ໄດ້ຊີ້ແຈງບັນຫາຫາງສຽງຂອງສັງຄົມ ໃຫ້ບັນດາຂະແໜງການພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ, ໂດຍສະເພາະ

  1. ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນນໍ້າ, ການນໍາໃຊ້ນໍ້າໜ້າດິນຕາມທໍາມະຊາດ ແລະ ການນໍາໃຊ້ນໍ້າໃຕ້ດິນເຂົ້າໃນການດໍາລົງຊີວິດປະຈໍາວັນ ຫຼື ໃຊ້ເຂົ້າໃນການຜະລິດກະສິກໍາ ໃຫ້ຖືກຕ້ອງ ແລະ ເຂົ້າສູ່ລະບຽບ, ກົດໝາຍທີ່ໄດ້ກໍານົດໄວ້.
  2. ການຄຸ້ມຄອງສິ່ງແວດລ້ອມຕິດພັນກັບການຜະລິດ, ການຄຸ້ມຄອງມົນລະພິດແບບຄົວເຮືອນ ແລະ ການສ້າງເມືອງໃຫ້ເປັນເມືອງຂຽວ, ສະອາດ, ງາມຕາ.
  3. ການຄຸ້ມຄອງນໍາໃຊ້ທີ່ດິນ, ການວັດແທກຂຶ້ນທະບຽນອອກໃບຕາດິນ, ການໂອນສິດນໍາໃຊ້ທີ່ດິນ, ການຫັນປ່ຽນນໍາໃຊ້ທີ່ດິນ, ການຈັບຈອງທີ່ດິນ, ການເຊົ່າ ຫຼື ສໍາປະທານທີ່ດິນ ໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ ພ້ອມທັງໄດ້ຊີ້ແຈງກ່ຽວກັບບັນຫາຫາງສຽງຕ່າງຈາກສັງຄົມ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ.

ໃນຕອນທ້າຍກອງປະຊຸມ, ບັນດາຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນປຶກສາຫາລື ກ່ຽວກັບບັນຫາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນໄລຍະຜ່ານມາ ແລະ ພ້ອມທັງຊອກຫາວິທີແກ້ວໄຂໃນຕໍ່ໜ້າຮ່ວມກັນ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າໃຫ້ເຂົ້າສູ່ລະບຽບກົດໝາຍ ດີຂຶ້ນກວ່າເກົ່າ.


ຄໍາສັບຫຍໍ້: ພຊສ ໝາຍເຖິງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

             ຫຊສ ໝາຍເຖິງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.