Star InactiveStar InactiveStar InactiveStar InactiveStar Inactive
 

Article Index

ຕອນແລງ ເວລາ 13:30 ຂອງວັນທີ 15 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງນາແລ, ແຂວງຫຼວງນໍ້າທາ, ໄດ້ເປີດກອງປະຊຸມຊຸກຍູ້ວຽກງານຮອບດ້ານ ຂອງວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມມີ ທ່ານ ໄຊຍະຄົມ ແວ່ນແກ້ວ ກໍາມະການພັກເມືອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ, ມີຄະນະທິມງານຈາກ ພຊສ, ມີຮອງຫົວໜ້າ ຫຊສ, ຕະຫຼອດຮອດພະນັກງານວິຊາການພາຍໃນ ຫຊສ ເມືອງນາແລ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມດັ່ງກ່າວ, ຄະນະທິມງານຈາກຂະແໜງການພາຍໃນ ພຊສ ໄດ້ເຂົ້າປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານວິຊາສະເພາະ ໃຫ້ກັບພະນັກງານວິຊາການຂອງບັນດາໜ່ວຍງານ ພາຍໃນ ຫຊສ ເມືອງ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.