Star InactiveStar InactiveStar InactiveStar InactiveStar Inactive
  1. ສະເຫນີໂຈະ ຫຼື ຍົກເລີກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການຕ່າງໆ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຂັດກັບກົດຫມາຍ ແລະ ລະບຽບການ;
  2. ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  3. ຮຽກເຊີນບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເຂົ້າຮ່ວມປະຊຸມ ແລະ ລາຍງານວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  4. ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນ ກ່ຽວກັບສິດນໍາໃຊ້ທີ່ດິນ; ຄົ້ນຄ້ວານໍາສະເຫນີ ກ່ຽວກັບການແກ້ໄຂບັນຫາທີ່ດິນ, ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆ ກ່ຽວກັບທີ່ດິນ;
  5. ເກັບຄ່າທໍານຽມ, ຄ່າບໍລິການ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມລັດຖະບັນຍັດຂອງປະທານປະເທດກໍານົດໄວ້;
  6. ອອກ, ໂຈະ ຫຼື ຖອນໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມຕໍ່ບົດສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫນັງສືຢັ້ງຢືນຕໍ່ອາຍຸແຜນຄຸ້ມຄອງ ແລະ ຕິດຕາມ, ກວດກາສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະ ການຕ່າງໆ ທີ່ຢູ່ໃນຄວາມຮັບຜິດຂອງຕົນ ສະເຫນີລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ຕໍ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ໃບ ອະນຸຍາດດໍາເນີນກິດຈະການຕ່າງໆ ກ່ຽວກັບການບໍລິການດ້ານສິ່ງແວດລ້ອມ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນ ທີ່ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ ທີ່ວາງອອກ;
  7. ຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນ ໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດຫມາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ ແກ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  8. ສະເຫມີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
  9. ສະເຫນີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດຫນູນບໍາເນັດ-ບໍານານ, ອຸດຫນູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດຫນູນເສຍກໍາລັງແຮງງານຕໍ່ພະນັກງານ-ລັດຖະກອນຂັ້ນຕ່າງໆ ທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
  10. ເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕາມການມອບຫມາຍຂອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ;
  11. ສະເຫນີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແຕ່ງຕັ້ງຄະນະສະເພາະກິດ ເພື່ອຕິດຕາມ, ກວດກາສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃນກໍລະນີເຫດການສຸກເສີນ ແລະ ອີງຕາມຄວາມຈໍາເປັນ;
  12. ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  13. ປະຕິບັດສິດອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຕ່າງໆ.
Star InactiveStar InactiveStar InactiveStar InactiveStar Inactive

1. ປະຕິບັດກົດຫມາຍ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທິງວາງອອກ;

2. ຜັນຂະຫຍາຍ, ໂຄສະນາເຜີຍແຜ່, ສຶກສາອົບຮົບ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ແຜນການ ແລະ ແຜນງານຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;

3. ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ເທດສະບານ;

4. ສ້າງ ແລະ ປັບປຸງແຜນຈັດສັນ ແລະ ແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໃນແຕ່ລະໄລຍະ ເພື່ອສະ ເຫນີສະພາແຂວງ, ນະຄອນຫຼວງວຽງຈັນ ຮັບຮອງ ແລະ ທັງຮັບປະກາດນໍາໃຊ້ແຜນດັ່ງກ່າວເຂົ້າໃນການຄຸ້ມຄອງ ແລະປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ;

5. ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນໃນທ້ອງຖິ່ນຂອງຕົນ; ປົກປັກຮັກສາ, ພັດທະນາ, ສໍາຫຼວດ, ວັດແທກເຂດພື້ນທີ່ດິນຂອງລັດ ພ້ອມທັງອອກໃບແຜນທີ່ດິນ ແລະ ອອກໃບຕາດິນລັດໃຫ້ແກ່ຜູ້ຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດເເບບມີກໍານົດ, ຜູ້ເຊົ່າ ແລະ ສໍາປະທານ;

6. ຄົ້ນຄວ້າ ແລະ ສະເຫນີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ມອບ ຫຼື ຖອນສິດນໍາໃຊ້ທີ່ດິນ ຕາມແຜນຈັດສັນແລະ ແຜນນໍາໃຊ້ທີ່ດິນຂອງຂະແຫນງການ, ການຊື້ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ;

7. ຊີ້ນໍາວຽກງານການສໍາຫຼວດ, ວັດແທກ, ສອບຖາມສິດນໍາໃຊ້ທີ່ດິນ, ຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນ, ການພັດທະນາທີ່ດິນ, ການສ້າງສໍາມະໂນທີ່ດິນ, ຈົດທະບຽນການເຄື່ອນໄຫວ ແລະ ປ່ຽນເເປງສິດນໍາໃຊ້ທີ່ດິນ;

8. ຄົ້ນຄວ້າການຫັນປ່ຽນປະເພດທີ່ດິນ ຈາກປະເພດຫນຶ່ງໄປເປັນປະເພດອື່ນ; ຂຶ້ນທະບຽນທີ່ດິນ ເພື່ອປຸກສ້າງຄອນໂດມີນຽມເເລະ ອອກໃບອະນຸຍາດທາງດ້ານວິຊາການດໍາເນີນທຸລະກິດກ່ຽວກັບທີ່ດິນ; ປະເມີນລາຄາທີ່ດິນໃນທ້ອງຖິ່ນຂອງຕົນ; ຄິດໄລ່ຄ່າທໍານຽມ ແລະ ເກັບຄ່າບໍລິການຕາມກົດຫມາຍ ແລະ ລະບຽບການ;

9. ຕິດຕາມ, ກວດກາການນໍາໃຊ້ທີ່ດິນ ເປັນຕົ້ນ ການຫັນປ່ຽນປະເພດທີ່ດິນ, ເປົ້າຫມາຍການນໍາໃຊ້ທີ່ດິນ; ຮັບຄໍາຮ້ອງ ຫຼື ຄໍາສະເຫນີ ແລະ ແກ້ໄຂບັນຫາທີ່ດິນ ທາງດ້ານບໍລິຫານຕາມກົດຫມາຍ ລວມທັງເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງທີ່ດິນພາຍໃນ ທ້ອງຖິ່ນຂອງຕົນ;

10. ສ້າງແຜນຍຸດທະສາດການຄຸ້ມຄອງ, ການບໍລິຫານ ແລະ ນໍາໃຊ້ນ້ໍາ ແລະ ຊັບພະຍາກອນນ້ໍາລະດັບທ້ອງຖິ່ນ; ບົດລາຍງານ ສະພາບລວມອ່າງຮັບນ້ໍາ ແລະ ແຜນຄຸ້ມຄອງອ່າງຮັບນ້ໍາຂະຫນາດກາງ;

11. ອອກໃບອະນຸຍາດການນໍາໃຊ້ນ້ໍາຫນ້າດິນຂະຫນາດກາງ ແລະ ນ້ໍາໃຕ້ດິນຂະຫນາດໃຫຍ່; ໃບອະນຸຍາດປ່ອຍນ້ໍາເປື້ອນຂະຫນາດກາງ, ໃບຢັ້ງຢືນດ້ານວິຊາການກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດກາງ ແລະ ຂະຫນາດ ໃຫຍ່, ໃບອະນຸຍາດຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດກາງ ແລະ ຂະຫນາດໃຫຍ່, ກໍານົດທີ່ມີຄວາມສ່ຽງຕໍ່ ຄຸນະພາບ ແລະ ປະລິມານນ້ໍາໄຕ້ດິນນ້ໍາຫນ້າດິນ, ຄົ້ນຄ້ວາ ແລະ ນໍາສະເຫນີ ຕໍ່ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ກ່ຽວກັບການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາລະດັບແຂວງ ລວມທັງສໍາຫຼວດ ແລະ ຂຶ້ນບັນຊີນ້ໍາໃຕ້ດິນ;

12. ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານນ້ໍາ ແລະ ຊັບພະຍາກອນນ້ໍາ; ຄົ້ນຄວ້າກໍານົດເຂດປົກປັກຮັກສາ,ຟື້ນຟູ, ພັດທະນານ້ໍາ ແລະ ຊັບພະຍາກອນນ້ໍາຢູ່ຂັ້ນທ້ອງຖິ່ນຕົນ; ເຂົ້າຮ່ວມຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງນ້ໍາ ແລະ ຊັບພະຍາກອນນ້ໍາ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ ແລ້ວສະຫຼຸບລາຍງານຕໍ່ອົງການປົກຄອງແຂວງ, ນະຄອນຫຼວງວຽງຈັນ ແລະ ກຊສ;

13. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄວບຄຸມ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ຄຸ້ມຄອງສານເຄມີເປັນພິດ, ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະລາຍ ແລະ ສິ່ງເສດເຫຼືອອື່ນໆ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງປ້ອງກັນ ແລະ ແກ້ໄຂເຫດສຸກເສີນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ;

14. ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງ

ດ້ານສິ່ງແວດລ້ອມ, ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ພ້ອມທັງປ້ອງກັນ ແລະ ແກ້ໄຂເຫດການສຸກເສີນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;

15. ທົບທວນ ແລະ ພິຈາລະນາຮັບຮອງເອົາບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ; ເຂົ້າຮ່ວມຂະບວນການທົບທວນ ແລະ ພິຈາລະນາຮັບຮອງເອົາບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແບບລະອຽດ ຂອງໂຄງການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຮັບຜິດຊອບ ໃນການ ຕິດຕາມ, ກວດກາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ, ການຕິດຕາມ, ກວດກາເຫດສຸກເສີນດ້ານສິ່ງແວດລ້ອມ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ;

16. ຕິດຕາມ, ກວດກາຄຸນນະພາບສິ່ງແວດລ້ອມເຊັ່ນ: ອາກາດ, ສຽງ, ຄວາມສັ່ນສະເທືອນ, ດິນ, ນ້ໍາ ແລະ ການນໍາໃຊ້ສານເຄມີ ພາຍໃນແຂວງ, ນະຄອນຫຼວງວຽງຈັນ; ສ້າງຖານຂໍ້ມູນໂຄງການລົງທຶນຢູ່ທ້ອງຖິ່ນຂອງຕົນ; ສໍາລັບຫ້ອງ ທົດລອງປະຈໍາພາກ ທີ່ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ແມ່ນມີຫນ້າທີ່ໃນການວິໄຈຄຸນ ນະພາບສິ່ງແວດລ້ອມ ຊ່ວຍບັນດາແຂວງ, ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບພາກຂອງຕົນ, ຕາມຄວາມອາດສາມາດ ແລະ ລາຍງານຂໍ້ມູນຜົນການວິໄຈໃຫ້ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເປັນແຕ່ລະໄລຍະ; ເປັນຜູ້ປະສານງານ ແລະ ເປັນເຄືອຂ່າຍກັບທິມງານສຶກສາຄົ້ນຄວ້າ ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູນກາງ ລວມທັງການລົງເກັບກໍາ ແລະ ສະຫນອງຂໍ້ມູນ;

17. ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງດິນຟ້າອາກາດ, ແຜນດໍາເນີນງານການປ່ຽນແປງດິນຟ້າອາກາດ, ແຜນງານແຫ່ງຊາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຂະບວນການສົ່ງເສີມໂຄງການຫຼຸດ ຜ່ອນການປ່ອຍອາຍເຮືອນແກ້ວ ໃນທ້ອງຖິ່ນຂອງຕົນ; ຈັດຕັ້ງປະຕິບັດການສັງເກດສະພາບອາກາດ, ວັດແທກ, ເກັບ ກໍາ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທໍາມະຊາດ ແລະ ແຜ່ນດິນໄຫວ; ປົກປັກຮັກສາ ແລະ ຄົ້ນຄ້ວາ ສະເຫນີປັບປຸງຍົກລະດັບຕາຫນ່າງສະຖານີອຸຕຸການບິນ, ຕາຫນ່າງສະຖານີອຸຕຸກະເສດ ແລະ ຕາຫນ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດທ້ອງຖິ່ນຂອງຕົນ ຕາມຄວາມຈໍາເປັນໃນແຕ່ລະໄລຍະ;

18. ເກັບກໍາ, ສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນແຂວງ, ນະຄອນຫຼວງວຽງຈັນ ແລະ ສະຫນອງໃຫ້ສູນກາງ ເພື່ອສັງລວມ;

19. ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສໍາມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງພະແນກຕົນ ໃຫ້ເຂັ້ມແຂງ; ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ກໍາຫນົດຕໍາແຫນ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຫນ້າທີ່ການເມືອງ ໃນແຕ່ລະໄລຍະ;

20. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານ ຕາມກົດຫມາຍ ແລະ ລະບຽບການ;

21. ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າຫມາຍ ແລະ ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ;

22. ຕິດຕາມ, ກວດກາການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ມີປະກົດການລະເມີນກົດຫມາຍ ແລະ ລະບຽບການຂອງລັດ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;

23. ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງພະແນກຕົນ ຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;

24. ປະເມີນຜົນ ແລະ ສະຫຼຸບສັງລວມ ການປະຕິບັດຫນ້າທີ່ການເມືອງຂອງພະແນກຕົນ ແລ້ວລາຍງານໃຫ້ກະຊວງ - ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ;

25. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມຫນ້າທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

Star InactiveStar InactiveStar InactiveStar InactiveStar Inactive

 


ຊີວະປະຫັວດຫຍໍ້

 

ທ່ານ ສີຕັນ 

ວັນ, ເດືອນ, ປີເກີດ 08.11.1964;

ລະດັບການສຶກສາ ມ6; ລະດັບວິຊາສະເພາະ ປະລິນຍາຕີ ກະເສດສາດ;

ວັນ, ເດືອນ, ປີສັງກັດລັດ 03.07.1984;

ວັນ, ເດືອນ, ປີເຂົ້າພັກສຳຮອງ 01.02.2002, ເຂົ້າພັກສົມບູນ 23.05.2003

ຊັ້ນຕຳແໜ່ງສາຍພັກ: ຮອງເລຂາໜ່ວຍພັກສິ່ງແວດລ້ອມ-ຊັບພະຍາກອນນໍ້າ;

ປະຫັວດຮັບຕຳແໜ່ງ: 2012-2017 ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະ ນັກງານ; 2017 ເປັນຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ;

ຄຳຄົມ: ເຮັດວຽກຕ້ອງໃຊ້ປັນຍາ ມີບັນຫາຕ້ອງຊອກວິທີແກ້.

ເບີໂທ: 020 96624063; WhatsApp: 020 56644966;

Email: This email address is being protected from spambots. You need JavaScript enabled to view it.

 


ນາງ ກໍ່າແກ້ວ ຫຼ້າດວງສີ

ວັນ, ເດືອນ, ປີເກີດ 01.1984; 01.05.1984

ລະດັນການສຶກສາ ມ6; ລະດັບວິຊາສະເພາະ ປະລິນຍາຕີ ວິທະຍາສາດປ່າໄມ້;  ລະດັບທິດສະດີ ຊັ້ນກາງ;

ວັນ, ເດືອນ, ປີສັງກັດລັດ 01.04.2010;

ວັນ, ເດືອນ, ປີເຂົ້າພັກສຳຮອງ 08.08.2012; ເຂົ້າພັກສົມບູນ 05.08.2013;

ຊັ້ນຕຳແໜ່ງສາຍພັກ: ສະມາຊິກພັກສົມບູນ;

ປະຫັວດຮັບຕຳແໜ່ງ: 2012-2015 ເປັນຮອງຫົວໜ້າຂະແໜງຂໍ້ມູນ-ຂ່າວສານ; 2015 ເປັນຮອງຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ;

ຄຳຄົມ: ການຮຽນບໍ່ມີວັນສີ້ນສຸດ.

ເບີໂທ/WhatsApp: 020 28924958.

 


ທ່ານ ຄຳພູ ສີຫາເທບ

ວັນ, ເດືອນ, ປີເກີດ 06.03.1977;

ລະດັບການສຶກສາ ມ6; ລະດັບວິຊາສະເພາະ ຊັ້ນສູງ ບໍລິຫານ;

ວັນ, ເດືອນ, ປີສັງກັດລັດ 01.10.2001;

ວັນ, ເດືອນ, ປີເຂົ້າພັກສຳຮອງ 17.05.2016, ເຂົ້າພັກສົມບູນ 07.09.2017;

ຊັ້ນຕໍາແໜ່ງສາຍພັກ: ສະມາຊິກພັກສົມບູນ;

ປະຫັວດຮັບຕຳແໜ່ງ: 2012-2017 ເປັນຮອງຫົວໜ້າຂະແໜງອຸຕຸນິຍົມ ແລະ ອຸທົກກະສາດ; 2017 ເປັນຮອງຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ;

ຄຳຄົມ: ເວົ້າເປັນມູນຄວາມຈິງ ກ້າເຮັດກ້າທໍາຕາມຄວາມຮູ້ຄວາມສາມາດ;

ເບີໂທ: 020 96619520;  WhatsApp: 020 54047926.

 


ທ່ານ ຄໍາປະເສີດ ໄຊຍະວົງ

ວັນ, ເດືອນ, ປີເກີດ: 23.07.1984

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ: 020 96679994;

ຄຳຄົມ: ໃນໂລກນີ້ສິ່ງທີ່ແນ່ນອນ ຄືການປ່ຽນແປງ.

 


 ທ່ານ ພຸດສະດາ ບຸນເຮືອງ

ວັນ, ເດືອນ, ປີເກີດ 14.12.1984;

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 020 28655000.

 ຄຳຄົມ: ແດດກໍ່ທົນ ຝົນກໍ່ສູ້ ຮູ້ແລ້ວຄ່ອຍພຽນຈາ.

 


ທ່ານ ນາງ ສຸພາລັກ ທອງລີວົງ

ວັນ, ເດືອນ, ປີເກີດ: 04.03.1985;

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 020 22390539.

ຄຳຄົມ: ໃຊ້ຊັບພະຍາກອນທຳມະຊາດຢ່າງຮູ້ຄ່າ ເພື່ອໂລກວັນໜ້າຈະສົດໄສ.

 


ທ່ານ ນາງ ນຸດຕາ ມາປັນຍາ

ວັນ, ເດືອນ, ປີເກີດ: 07.04.1987;

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 020 28612365;

ຄຳຄົມ: ຢູ່ໃຫ້ທຳດີ ໜີໃຫ້ເພີນຄິດຮອດ.

 


ທ່ານ ສິນລະກຸນ  ພົມມະຈັນ

ວັນ, ເດືອນ, ປີເກີດ: 02.02.1984;

ຕຳແໜ່ງ: ວິຊາກາ ນ

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 02055487171;

ຄຳຄົມ: ອຸປະສັກທີ່ກິດຂວ້າງ ຕ້ອງຜ່ານໄປໃຫ້ໄດ້.

 


ທ່ານ ນາງ ດາລອຍ ອະພິວົງ

ວັນ, ເດືອນ, ປີເກີດ: 10.07.1982;

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 02056020172;

ຄຳຄົມ: ໜັກເອົາ ເບົາສູ້.

 


ທ່ານ ນາງ ມີນາ ສຸລິເປົາ

ວັນ, ເດືອນ, ປີເກີດ: 08.09.1987;

ຕຳແໜ່ງ: ວິຊາການ;

ສັງກັດຢູ່: ຂະແໜງ ຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ.

ເບີໂທ/WhatsApp: 020 58010101.

ຄຳຄົມ: ເກີດມາທຸກຢ່າໂທດຟ້າ ດົນນິນທາຢ່າໄປສົນ ໃຫ້ອົດໃຈລິຂິດຊີວິດຕົນ ໃຫ້ຄວາມອົດທົນກ້າວຂ້າມຜ່ານທຸກດ່ານໄປ.