Star InactiveStar InactiveStar InactiveStar InactiveStar Inactive
 

Article Index

ທ່ານ ປທ ສຸກສັນ ພົນປະດິດ.

ກ. ຊີວະປະຫັວດສ່ວນຕົວໂດຍຫຍໍ້.

 ວັນ, ເດືອນ, ປີເກີດ 21-11-1972; ບ້ານເກີດ ບ້ານຫຼວງ, ເມືອງຫຼວງນໍ້າທາ,ແຂວງ ຫຼວງນໍ້າທາ;

 ບ້ານຢູ່ປັດຈຸບັນ ບ້ານຫຼວງ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ;

 ຊົນເຜົ່າ ໄຕດຳ, ເຊື້ອຊາດ ລາວ, ສາສະໜາ ຖືຜີ;

 ລະດັບການສຶກສາ ມ6; ລະດັບວິຊາສະເພາະ ປະລິນຍາໂທ ວິທະຍາສາດປ່າໄມ້, ລະດັບທິດສະດີ ຊັ້ນກາງ;

 ວັນ, ເດືອນ, ປີສັງກັດລັດ 01.07.1996;

 ວັນ,ເດືອນ,ປີເຂົ້າພັກສຳຮອງ 21.01.2003; ຂົ້າພັກສົມບູນ 24.06.2004

 ຊັ້ນຕຳແໜ່ງສາຍພັກ: ຄະນະພັກຮາກຖານ ພຊສ;

ຂ. ການເຄື່ອນໄຫວວຽກງານໂດຍຫໍ້.

1978-1985  ຮຽນຢູ່ປະຖົມບ້ານຫຼວງຂອນ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້ານທາ;

1985-1989 ຮຽນຢູ່ໂຮງຮຽນມັດທະຍົມ ກົມໃຫຍ່ການເມືອງ ນະຄອນຫຼວງວຽງຈັນ;

1989-1992 ຮຽນຢູ່ໂຮງຮຽນອຸດົມວຽງຈັນ ນະຄອນຫຼວງວຽງຈັນ;

1992-1995 ຮຽນວະຊາສະເພາະປ່າໄມ້ ຊັ້ນກາງພາກເໜືອ ແຂວງຫຼວງພະບາງ;

1995-1997 ເປັນວິຊາການປ່າໄມ້ ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ;

1997-2000 ຮຽນຕໍ່ວິຊາສະເພາະປ່າໄມ້ຊັ້ນສູງ ທີ່ຄະນະປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ;

2000-2003 ເປັນວິຊາການຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ;

203-2006   ເປັນຮອງຫົວໜ້າຫ້ອງການບໍລິຫານພະແນກກະສິກຳ ແລະ ປ່າໄມ້;

2006-2008 ເປັນຫົວໜ້າກອງຄຸມຄອງປ່າສະຫງວນແຫ່ງຊາດນໍ້າຫ້າ;

2008-2010 ຮຽນທິດສະດີຊັ້ນກາງ ຢູ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ;

2010-2012 ຮຽນຕໍ່ປະລິນຍາໂທ ວິທະຍາສາດປ່າໄມ້ ທີ່ຄະນະປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ;

2012-2017 ເປັນຫົວໜ້າ ຂະແໜງສິ່ງແວດລ້ອມ;

2018  ເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ຄຳຄົມ: ຍອມເສຍປຽບດີກວ່າຕົນເອງບໍ່ຮູ້ຈັກ “ຄວາມອົດທົນຄືຜົນຕອບແທນ”

 ເບີໂທ: 020 55586558;   WhatsApp: 020 55586558.