พิมพ์
ดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งาน
 

     ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ "ຫຊສ" ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂັ້ນເມືອງ, ນະຄອນ ມີຖານະເປັນຫ້ອງການຫນຶ່ງຂອງເມືອງ, ນະຄອນ ພາຍໃຕ້ ການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງທາງດ້ານຊີວິດການເມືອງ ຂອງອົງການປົກຄອງເມືອງ, ນະຄອນ ແລະ ການຊີ້ນໍາ-ນໍາພາ ທາງດ້ານວິຊາການ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ, ມີພາລະ ບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງເມືອງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ໃນການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ, ປົກປັກສາ ສິ່ງແວດລ້ອມ ບໍ່ໃຫ້ມີມົນລະພິດ ຮັບປະກັນການຈັດຕັ້ງປະຕິບັດການປ້ອງກັນ ແລະ ການຮັບມືຄວາມສ່ຽງຈາກການ ປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດ ແລະ ສະຫນອງຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປົກກະຕິ ແລະ ທັນການ.

 

ດາວໂຫລຟາຍ ເອກະສານໄດ້ທີ່ລິ້ງດ້ານລຸ່ມນີ້:

    ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ສະບັບ ເລກທີ 4894/ກຊສ, ລົງວັນທີ 3 ພະຈິກ 2020