Print
Star InactiveStar InactiveStar InactiveStar InactiveStar Inactive
 
  1. ສະເຫນີປັບປຸງແກ້ໄຂ, ສ້າງ ຫຼື ຍົກເລີກບັນດານະໂຍບາຍ, ແຜນຍຸດທະສາດ, ນິຕິກໍາຕ່າງໆ ທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ເຫັນວ່າບໍ່ສອດຄ່ອງ;
  2. ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງ, ນະຄອນ ຂອງຕົນ;
  3. ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນກ່ຽວກັບສິດນໍາໃຊ້ທີ່ດິນ; ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆ ກ່ຽວກັບທີ່ດິນ;
  4. ສະເຫນີຂັ້ນເທິງ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດດໍາເນີນກິດຈະການຕ່າງໆ ກ່ຽວກັບການບໍລິການ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ ທີ່ວາງອອກ;
  5. ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ໃນການປະກອບສ່ວນ ໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດຫມາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ ແກ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດເມືອງ, ນະຄອນຂອງຕົນ;
  6. ສະເຫນີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດຫນູນບໍາເນັດ-ບໍານານ ອຸດຫນູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດຫນູນເສຍກໍາລັງແຮງງານຕໍ່ພະນັກງານຂັ້ນຕ່າງໆທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
  7. ເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;
  8. ສະເຫນີສ້າງຕັ້ງຄະນະກໍາມະການສິ່ງແວດລ້ອມເມືອງ, ນະຄອນ ຄະນະກໍາມະການອື່ນ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມຄວາມຈໍາເປັນ;
  9. ປະຕິບັດສິດອື່ນໆ ຕາມທີ່ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ຫຼື ເຈົ້າເມືອງ, ເຈົ້ານະຄອນ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຕ່າງໆ.