Print
Star InactiveStar InactiveStar InactiveStar InactiveStar Inactive
 
  1. ປະຕິບັດລັດຖະທໍາມະນູນ, ກົດຫມາຍ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທິງວາງອອກ;
  2. ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ, ແຜນງານ, ໂຄງການ ກ່ຽວກັບການຄຸ້ມຄອງ ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການປ້ອງກັນໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;
  3. ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນ ໃນທ້ອງຖິ່ນຂອງຕົນ, ດໍາເນີນການສໍາຫຼວດ, ວັດແທກ ແລະ ສອບຖາມສິດນໍາໃຊ້ທີ່ດິນ ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນ, ການພັດທະນາທີ່ດິນ, ການສ້າງສໍາມະໂນທີ່ດິນ; ເຊັ່ນໃບຕາດິນໃນເວລາມີການຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນການປ່ຽນແປງສິດນໍາໃຊ້ທີ່ດິນ ລວມທັງການແບ່ງແຍກ ແລະ ໂຮມຕອນດິນ, ຈົດທະບຽນການເຄື່ອນໄຫວສິດນໍາໃຊ້ທີ່ດິນ;
  4. ຄິດໄລ່ຄ່າທໍານຽມ ແລະ ເກັບຄ່າບໍລິການໃນການຈົດທະບຽນ ການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນຕາມກົດຫມາຍ ແລະ ລະບຽບການ;
  5. ປະສານສົມທົບກັບຫ້ອງການອື່ນໆ ແລະ ອົງການປົກຄອງບ້ານ ໃນການປົກປັກຮັກສາ, ພັດທະນາ, ກວດກາການນໍາໃຊ້ທີ່ດິນ ແລະ ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງ ພາຍໃນທ້ອງຖິ່ນຂອງຕົນ;
  6. ສ້າງແຜນຄຸ້ມຄອງ ແລະ ບົດລາຍງານ ສະພາບລວມອ່າງຮັບນ້ໍາຂະຫນາດນ້ອຍ, ອອກອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂະຫນາດກາງ, ຢັ້ງຢືນດ້ານວິຊາການກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດນ້ອຍ; ກໍານົດ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາຂັ້ນເມືອງ, ນະຄອນ ປົກປັກຮັກສາ, ຟື້ນຟູ, ພັດທະນານ້ໍາ ແລະ ຊັບພະຍາກອນນ້ໍາຂັ້ນເມືອງ, ນະຄອນ;
  7. ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດການຄຸ້ມຄອງ, ອະນຸລັກ ຫຼື ປົກປັກຮັກສາ, ຟື້ນຟູນໍາ _ ໃຊ້ ແລະ ໂຄງການພັດທະນາຕ່າງໆ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ເຊັ່ນ: ດິນ, ນ້ໍາ, ປ່າໄມ້, ແຮ່ທາດ ຢູ່ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ອົງການປົກຄອງເມືອງ, ພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ; ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  8. ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ການນໍາໃຊ້ສານເຄມີທີ່ເປັນພິດ ແລະ ການກໍາຈັດສິ່ງເສດເຫຼືອ ລວມທັງວັດຖຸອັນຕະລາຍ; ສໍາຫຼວດ, ກໍານົດສ້າງສະຫນາມກໍາຈັດຂີ້ເຫຍື້ອຂອງເມືອງ, ນະຄອນ ໂດຍສົມທົບ ກັບຂະແຫນງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ, ສ້າງຫ້ອງວິໄຈສິ່ງແວດ ລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ການຕິດຕາມ ແລະ ຄວບຄຸມມົນລະພິດ ໃນຂອບເຂດເມືອງ, ນະຄອນ ຂອງຕົນ; ຕິດຕາມ, ກວດກາ, ເກັບ ແລະ ສົ່ງຕົວຢ່າງຄຸນນະພາບສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ຫຼື ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດ, ສະຖາບັນຄົ້ນຄວ້າສະຖິຕິ ແລະ ຊັບພະຍາ ກອນແຫ່ງຊາດ ແລະ ສິ່ງແວດລ້ອມ ກຊສ;
  9. ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ; ວຽກງານຂຽວສະອາດງາມຕາ, ສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ໃນຂອບເຂດເມືອງ, ນະຄອນຂອງຕົນ;
  10. ທົບທວນ ແລະ ພິຈາລະນາຮັບຮອງເອົາແຜນຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວ ໃນຂອບເຂດເມືອງ, ນະຄອນຂອງຕົນ; ເຂົ້າຮ່ວມຂະບວນການທົບທວນ ແລະ ພິຈາລະນາຮັບຮອງເອົາບົດລາຍງານການສຶກສາເບື້ອງ ຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດຂອງໂຄງການລົງທຶນ ໃນຂອບເຂດເມືອງ, ນະຄອນຂອງຕົນ; ຕິດຕາມກວດກາປະຕິບັດພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມຂອງເຈົ້າ ຂອງໂຄງການລົງທຶນ, ຄົ້ນຄວ້ານໍາສະເຫນີຂັ້ນເທິງແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂບັນຫາສິ່ງແວດລ້ອມ ໃນກໍລະນີເກີດເຫດການສຸກເສີນດ້ານສິ່ງແວດລ້ອມ ໃນຂອບເຂດເມືອງ, ນະຄອນຂອງຕົນ;
  11. ເຂົ້າຮ່ວມຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກໍາ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທໍາມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄວ້າ, ສະເຫນີປັບປຸງຍົກລະ ດັບຕາຫນ່າງສະຖານີອຸຕຸການບິນ, ຕາຫນ່າງສະຖານີອຸຕຸກະເສດ ແລະ ຕາຫນ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດເມືອງ, ນະຄອນ ຂອງຕົນ;
  12. ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສໍາມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນ ໃຫ້ເຂັ້ມແຂງ, ກໍາຫນົດຕໍາແຫນ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຫນ້າທີ່ການເມືອງ ໃນແຕ່ລະໄລຍະ;
  13. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດຫມາຍ ແລະ ລະບຽບການ;
  14. ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າຫມາຍ ແລະ ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ;
  15. ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;
  16. ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດຫນ້າທີ່ການເມືອງຂອງຫ້ອງການຕົນ ແລ້ວລາຍງານໃຫ້ຂັ້ນເທິງ ຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
  17. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ຫຼື ເຈົ້າເມືອງ, ເຈົ້ານະຄອນ ຫຼື ຂັ້ນເທິງ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມຫນ້າທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.