ຫນ້າຫລັກ
ກອງປະຊຸມປະຊາສໍາພັນວຽກງານຂຶ້ນທະບຽນອອກໃບຕາດິນເປັນລະບົບ ຢູ່ບ້ານທົ່ງໄຈ້ເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ.
- Details
ໃນຕອນເຊົ້າຂອງວັນທີ 05 ກຸມພາ 2021 ຜ່ານມານີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມປະຊາສໍາພັນວຽກງານຂຶ້ນທະບຽນອອກໃບຕາດິນ ຢູ່ທີ່ບ້ານທົ່ງໄຈ້ເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ເຂົ້າຮ່ວມກອງປະຊຸມມີຄະນະທິມງານຈາກ ພຊສ ແຂວງ, ນາຍບ້ານ, ຄະນະບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານທົ່ງໄຈ້ເໜືອ ເຂົ້າຮ່ວມທັງໝົດ 120 ຄົນ.
ກອງປະຊຸມເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ເຜີຍແຜ່ເອກະສານສໍາຄັນອື່ນໆ ໃຫ້ພະນັກງານ-ລັດຖະກອນພາຍໃນ ພຊສ ແຂວງຫຼວງນໍ້າທາ.
- Details
ໃນຕອນແລງຂອງວັນທີ 12 ມັງກອນ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ເຜີຍແຜ່ບາງເອກະສານສໍາຄັນຈໍານວນໜຶ່ງ ໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຂອງຕົນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມຫວັງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມມີຄະນພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
Read more: ກອງປະຊຸມເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ...
ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ໃຫ້ແກ່ ພຊສ 8 ແຂວງພາກເໜືອ.
- Details
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 26-29 ຕຸລາ 2020, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ອັອດ ສິງສະຫວັດ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ທ່ານ ນາງ ຈິດຖະຫນອມ ອຸ່ນສີດາ, ຮອງຫົວໜ້າກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີທິມງານ ຈາກກົມສິ່ງແວດລ້ອມ ກຊສ, ມີບັນດານັກວິທະຍາກອນ (ຄູຝຶກ) ຈາກ ພຊສ ແຂວງຫຼວງນໍ້າທາ ແລະ ມີນັກສໍາມະນາກອນ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈໍານວນ 8 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ, ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 22 ທ່ານ.
ທ່ານ ຫົວໜ້າ ພຊສ ລົງເຄືອນໄຫວ ຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນ 5 ເມືອງ.
- Details
ໃນວັນທີ 15-26 ຕຸລາ 2020, ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມພາຍໃນ 5 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ເປີດກອງປະຊຸມລະດັບຂັ້ນເມືອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານຮອງເຈົ້າເມືອງພາຍໃນ 5 ເມືອງ, ມີບັນດາຫົວຫນ້າຫ້ອງການ-ຮອງຫົວໜ້າຫ້ອງການຈາກຂະແໜງການພາຍໃນເມືອງ ແລະ ອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
Read more: ທ່ານ ຫົວໜ້າ ພຊສ ລົງເຄືອນໄຫວ ຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນ 5 ເມືອງ.
Page 2 of 9