-
Details
-
- ປະຕິບັດລັດຖະທໍາມະນູນ, ກົດຫມາຍ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທິງວາງອອກ;
- ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາ, ແຜນງານ, ໂຄງການ ກ່ຽວກັບການຄຸ້ມຄອງ ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການປ້ອງກັນໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;
- ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນ ໃນທ້ອງຖິ່ນຂອງຕົນ, ດໍາເນີນການສໍາຫຼວດ, ວັດແທກ ແລະ ສອບຖາມສິດນໍາໃຊ້ທີ່ດິນ ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນ, ການພັດທະນາທີ່ດິນ, ການສ້າງສໍາມະໂນທີ່ດິນ; ເຊັ່ນໃບຕາດິນໃນເວລາມີການຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນການປ່ຽນແປງສິດນໍາໃຊ້ທີ່ດິນ ລວມທັງການແບ່ງແຍກ ແລະ ໂຮມຕອນດິນ, ຈົດທະບຽນການເຄື່ອນໄຫວສິດນໍາໃຊ້ທີ່ດິນ;
- ຄິດໄລ່ຄ່າທໍານຽມ ແລະ ເກັບຄ່າບໍລິການໃນການຈົດທະບຽນ ການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນຕາມກົດຫມາຍ ແລະ ລະບຽບການ;
- ປະສານສົມທົບກັບຫ້ອງການອື່ນໆ ແລະ ອົງການປົກຄອງບ້ານ ໃນການປົກປັກຮັກສາ, ພັດທະນາ, ກວດກາການນໍາໃຊ້ທີ່ດິນ ແລະ ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງ ພາຍໃນທ້ອງຖິ່ນຂອງຕົນ;
- ສ້າງແຜນຄຸ້ມຄອງ ແລະ ບົດລາຍງານ ສະພາບລວມອ່າງຮັບນ້ໍາຂະຫນາດນ້ອຍ, ອອກອະນຸຍາດນໍາໃຊ້ນ້ໍາໃຕ້ດິນຂະຫນາດກາງ, ຢັ້ງຢືນດ້ານວິຊາການກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດນ້ອຍ; ກໍານົດ ເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາຂັ້ນເມືອງ, ນະຄອນ ປົກປັກຮັກສາ, ຟື້ນຟູ, ພັດທະນານ້ໍາ ແລະ ຊັບພະຍາກອນນ້ໍາຂັ້ນເມືອງ, ນະຄອນ;
- ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດການຄຸ້ມຄອງ, ອະນຸລັກ ຫຼື ປົກປັກຮັກສາ, ຟື້ນຟູນໍາ _ ໃຊ້ ແລະ ໂຄງການພັດທະນາຕ່າງໆ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ເຊັ່ນ: ດິນ, ນ້ໍາ, ປ່າໄມ້, ແຮ່ທາດ ຢູ່ໃນຂອບເຂດເມືອງຂອງຕົນ ແລ້ວລາຍງານໃຫ້ອົງການປົກຄອງເມືອງ, ພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ; ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ;
- ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ການນໍາໃຊ້ສານເຄມີທີ່ເປັນພິດ ແລະ ການກໍາຈັດສິ່ງເສດເຫຼືອ ລວມທັງວັດຖຸອັນຕະລາຍ; ສໍາຫຼວດ, ກໍານົດສ້າງສະຫນາມກໍາຈັດຂີ້ເຫຍື້ອຂອງເມືອງ, ນະຄອນ ໂດຍສົມທົບ ກັບຂະແຫນງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ, ສ້າງຫ້ອງວິໄຈສິ່ງແວດ ລ້ອມ ຕາມຄວາມສາມາດ ເພື່ອຮັບໃຊ້ການຕິດຕາມ ແລະ ຄວບຄຸມມົນລະພິດ ໃນຂອບເຂດເມືອງ, ນະຄອນ ຂອງຕົນ; ຕິດຕາມ, ກວດກາ, ເກັບ ແລະ ສົ່ງຕົວຢ່າງຄຸນນະພາບສິ່ງແວດລ້ອມ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ, ນະຄອນຫຼວງວຽງຈັນ ຫຼື ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດ, ສະຖາບັນຄົ້ນຄວ້າສະຖິຕິ ແລະ ຊັບພະຍາ ກອນແຫ່ງຊາດ ແລະ ສິ່ງແວດລ້ອມ ກຊສ;
- ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ; ວຽກງານຂຽວສະອາດງາມຕາ, ສ້າງ ແລະ ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ໃນຂອບເຂດເມືອງ, ນະຄອນຂອງຕົນ;
- ທົບທວນ ແລະ ພິຈາລະນາຮັບຮອງເອົາແຜນຄຸ້ມຄອງສິ່ງແວດລ້ອມ ສໍາລັບທຸລະກິດແບບຄອບຄົວ ໃນຂອບເຂດເມືອງ, ນະຄອນຂອງຕົນ; ເຂົ້າຮ່ວມຂະບວນການທົບທວນ ແລະ ພິຈາລະນາຮັບຮອງເອົາບົດລາຍງານການສຶກສາເບື້ອງ ຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດຂອງໂຄງການລົງທຶນ ໃນຂອບເຂດເມືອງ, ນະຄອນຂອງຕົນ; ຕິດຕາມກວດກາປະຕິບັດພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມຂອງເຈົ້າ ຂອງໂຄງການລົງທຶນ, ຄົ້ນຄວ້ານໍາສະເຫນີຂັ້ນເທິງແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂບັນຫາສິ່ງແວດລ້ອມ ໃນກໍລະນີເກີດເຫດການສຸກເສີນດ້ານສິ່ງແວດລ້ອມ ໃນຂອບເຂດເມືອງ, ນະຄອນຂອງຕົນ;
- ເຂົ້າຮ່ວມຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກໍາ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທໍາມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄວ້າ, ສະເຫນີປັບປຸງຍົກລະ ດັບຕາຫນ່າງສະຖານີອຸຕຸການບິນ, ຕາຫນ່າງສະຖານີອຸຕຸກະເສດ ແລະ ຕາຫນ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດເມືອງ, ນະຄອນ ຂອງຕົນ;
- ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສໍາມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນ ໃຫ້ເຂັ້ມແຂງ, ກໍາຫນົດຕໍາແຫນ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຫນ້າທີ່ການເມືອງ ໃນແຕ່ລະໄລຍະ;
- ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດຫມາຍ ແລະ ລະບຽບການ;
- ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າຫມາຍ ແລະ ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ;
- ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;
- ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດຫນ້າທີ່ການເມືອງຂອງຫ້ອງການຕົນ ແລ້ວລາຍງານໃຫ້ຂັ້ນເທິງ ຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
- ປະຕິບັດຫນ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ ຫຼື ເຈົ້າເມືອງ, ເຈົ້ານະຄອນ ຫຼື ຂັ້ນເທິງ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມຫນ້າທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
549756
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
2589
6736
18140
492515
178006
226499
549756
Your IP: 3.138.105.31
2024-04-25 08:39