Star InactiveStar InactiveStar InactiveStar InactiveStar Inactive
 

  

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ແຂວງ ຫຼວງນໍ້າທາ ສ້າງຕັ້ງຂຶ້ນ ໃນວັນທີ 31 ມັງກອນ 2012.

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ແຂວງ, ນະ​ຄອນ​ຫຼວງ ຂຽນ​ເປັນ​ຕົວ​ອັກສອນ​ຫຍໍ້​ວ່າ "ພຊສ" ສັງກັດໃນໂຄງ ປະກອບກົງຈັກ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາພາ ແລະ ການຄຸ້ມຄອງຂອງອົງ ການປົກຄອງແຂວງ/ນະຄອນຫຼວງ ທາງດ້ານຊີວິດການເມືອງ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາທາງດ້ານວິຊາການ ຂອງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດ ເປັນເສນາ ທິ ການໃຫ້​ແກ່ ກະຊວງ ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ, ອົງການປົກຄອງແຂວງ, ນະຄອນ ຫຼວງ ໃນການຄຸ້ມຄອງ-ບໍລິຫານ, ຄຸ້ມ​ຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີທີ່ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ລວມທັງວຽກງານໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນຂອບເຂດທ້ອງຖິ່ນຂອງຕົນ.

 

ດາວໂຫລດ ເອກະສານຕາມລິ້ງດ້າຍລຸ່ມນີ້:

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ/ນະຄອນຫລວງ, ສະບັບ ເລກທີ 4983/ກຊສ, ລົງວັນທີ 3 ພະຈິກ 2020


ປະຫວັດຄວາມເປັນມາຂອງ ພຊສ ແຂວງຫຼວງນໍ້າທາ