ดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งาน
 

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນ້ຳທາ, ຕັ້ງຢູ່ຖະໜົນ 6 ພຶດສະພາ, ບ້ານນາຫ້ອມ, ເມືອງ ຫຼວງນ້ຳທາ, ແຂວງຫຼວງນ້ຳທາ;

ເບີໂທ: +856 86312 214

ເວບໄຊ : http://lnt.monre.gov.la

Email: This email address is being protected from spambots. You need JavaScript enabled to view it.

Facebook: www.facebook.com/lnt.donre.gov.la, ຊື່ຜູ້ເພຈ: ພຊສ ຫຼວງນ້ຳທາ Lnt DONRE

 

ປະຫັວດຄວາມເປັນມາຂອງ ພຊສ ແຂວງຫຼວງນໍ້າທາ.

ປີ 2007 ໄດ້ປະກາດສ້າງຕັ້ງເປັນອົງການຄຸ້ມຄອງທີ່ດິນແຂວງ, ປະກອບມີ 05 ຫ້ອງການຄື: ບໍລິຫານ, ທີ່ດິນ, ຈັດສັນທີ່ດິນ, ກວດກາແກ້ໄຂຂໍ້ຂັດແຍ່ງ ແລະ ຂໍ້ມູນຂ່າວສານ ແລະ ອົງການຄຸ້ມຄອງທີ່ດິນ 05 ເມືອງ; ມາຮອດປີ 2011 ອົງການຄຸ້ມຄອງທີ່ດິນ ປະກອບມີພະນັກງານທັງໝົດ 124 ຄົນ, ຍິງ 37 ຄົນ (ພະນັກງານຕາມສັນຍາ 41 ຄົນ, ຍິງ 16 ຄົນ); ໃນນີ້ ຂັ້ນແຂວງປະກອບມີພະນັກງານທັງໝົດ 45 ຄົນ, ຍິງ 19 ຄົນ (ພະນັກງານຕາມສັນຍາ 17 ຄົນ, ຍິງ 09 ຄົນ ແລະ ພະນັກງານຂັ້ນເມືອງທັງໝົດ 79 ຄົນ, ຍິງ 18 ຄົນ (ພະນັກງານຕາມສັນຍາ 24 ຄົນ, ຍິງ 07 ຄົນ).

  • ວັນທີ 31 ມັງກອນ 2012 ໄດ້ປະກາດສ້າງຕັ້ງເປັນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
  • ວັນທີ 30 ມີນາ 2012 ໄດ້ປະກາດສ້າງຕັ້ງ 10 ຂະແໜງ ທີ່ຂຶ້ນກັບ ພຊສ ຊຶ່ງປະກອບມີຄື:

1). ຂະແໜງບໍລິຫານ, ແຜນການ ແລະ ການເງິນ;        

2). ຂະແໜງຈັດຕັ້ງ ແລະ ກວດກາ;

3). ຂະແໜງຄຸ້ມຄອງທີ່ດິນ;                               

4). ຂະແໜງຈັດສັນ ແລະ ພັດທະນາທີ່ດິນ;

5). ຂະແໜງຊັບພະຍາກອນນໍ້າ;                           

6). ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້;

7). ຂະແໜງທໍລະນີສາດ ແລະ ແຮ່ທາດ;                 

8). ຂະແໜງສິ່ງແວດລ້ອມ ;

9). ຂະແໜງອຸຕຸນິຍົມ ແລະ ອຸທົກກະສາດ;               

10).ຂະແໜງຂໍ້ມູນ-ຂ່າວສານ. 

- ມິຖຸນາ ປີ 2012 ໄດ້ປະກາດສ້າງຕັ້ງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຫຊສ) 05 ເມືອງ ທີ່ຂຶ້ນກັບ ພຊສ ຄື: ຫຊສ ເມືອງຫຼວງນ້ໍາທາ, ຫຊສ ເມືອງສິງ, ຫຊສ ເມືອງລອງ, ຫຊສ ເມືອງວຽງພູຄາ ແລະ ຫຊສ ເມືອງນາແລ, ຊຶ່ງແຕ່ລະເມືອງປະກອບມີ 7 ໜ່ວຍງານຄື:

1). ໜ່ວຍງານບໍລິຫານ, ແຜນການ ແລະ ຂໍ້ມູນ-ຂ່າວສານ;        

2).ໜ່ວຍງານກວດກາ,

3). ໜ່ວຍງານຄຸ້ມຄອງທີ່ດິນ,                                       

4). ໜ່ວຍງານຄຸ້ມຄອງປ່າໄມ້,

5). ໜ່ວຍງານສິ່ງແວດລ້ອມ,                                       

6). ໜ່ວຍງານທໍລະນີສາດ ແລະ ແຮ່ທາດ,

7). ໜ່ວຍງານອຸຕຸນິຍົມ ແລະ ອຸທົກກະສາດ.

- ປີ 2012 ພຊສ ມີພະນັກງານທັງໝົດ: 177 ຄົນ, ຍິງ 50 ຄົນ, (ພະນັກງານຕາມສັນຍາ 48 ຄົນ, ຍິງ 19 ຄົນ).

+ ພະນັກງານຂັ້ນແຂວງ 86 ຄົນ, ຍິງ 32 ຄົນ, (ພະນັກງານຕາມຍັນຍາ 24 ຄົນ, ຍິງ 12 ຄົນ);

+ ພະນັກງານຂັ້ນເມືອງ 91 ຄົນ, ຍິງ 18, (ພະນັກງານຕາມສັນຍາ 24 ຄົນ, ຍິງ 7 ຄົນ).

 

- ວັນທີ 19 ຕຸລາ 2016 ໄດ້ປະກາດແຍກ 2 ຂະແໜງອອກຈາກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງຫຼວງນ້ຳທາ, ເຊິ່ງແມ່ນຂະແໜງຄຸ້ມຊັບພະນາກອນຄອງປ່າໄມ້ ໄດ້ໄປຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຂະແໜງທໍລະນີສາດ ແລະ ແຮ່ທາດ ໄດ້ໄປຂຶ້ນກັບພະແນກພະລັງງານ ແລະ ບໍ່ແຮ່; ຫຼັງຈາກນັ້ນໄດ້ປັບປຸງກົງຈັກການຈັດຕັ້ງຄືນໃໝ່, ເຊິ່ງປະກອບມີ 8 ຂະແໜງການທີ່ຂຶ້ນກັບຄື:

1). ຂະແໜງຈັດຕັ້ງ ແລະ ພະນັກງານ,  ຂຽນເປັນຕົວອັກສອນຫຍໍ້ວ່າ “ຂຈພ”

2). ຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ, ຂຽນເປັນຕົວອັກສອນຫຍໍ້ວ່າ “ຂຜສ”

3). ຂະແໜງບໍລິຫານ ແລະ ການເງິນ,  ຂຽນເປັນຕົວອັກສອນຫຍໍ້ວ່າ “ຂບກ”

4). ຂະແໜງກວດກາ,  ຂຽນເປັນຕົວອັກສອນຫຍໍ້ວ່າ “ຂກກ”

5). ຂະແໜງທີ່ດິນ,  ຂຽນເປັນຕົວອັກສອນຫຍໍ້ວ່າ “ຂທດ”

6). ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຂຽນເປັນຕົວອັກສອນຫຍໍ້ວ່າ “ຂສກ”

7). ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ, ຂຽນເປັນຕົວອັກສອນຫຍໍ້ວ່າ “ຂຊຕ”

8). ຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ, ຂຽນເປັນຕົວອັກສອນຫຍໍ້ວ່າ“ຂຕຊ”.

 

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ປະກອບມີ 3 ໜ່ວຍງານຄື:

1). ໜ່ວຍງານບໍລິຫານ ແລະ ແຜນການ, ຂຽນເປັນຕົວອັກສອນຫຍໍ້ວ່າ: “ໜບຜ”

2). ໜ່ວຍງານທີ່ດິນ,  ຂຽນເປັນຕົວອັກສອນຫຍໍ້ວ່າ:“ໜທດ”

3). ໜ່ວຍງານງຕິດຕາມກວດກາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ, ຂຽນເປັນຕົວອັກສອນຫຍໍ້ວ່າ: “ໜຕຊ”.