Star InactiveStar InactiveStar InactiveStar InactiveStar Inactive
 

ຢູ່ທີ່ແຂວງຫຼວງນໍ້າທາ

ພຊສ ແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມພົບປະຫາລື ແລະ ຖອດຖອນແລກປ່ຽນບົດຮຽນກັນ ລະຫວ່າງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 7 ແຂວງ ຄື:

ພຊສ ແຂວງຫຼວງນໍ້າທາ, ພຊສ ແຂວງຜົ້ງສາລີ, ພຊສ ແຂວງອຸດົມໄຊ, ພຊສ ແຂວງຫົວພັນ, ພຊສ ແຂວງວຽງຈັນ, ພຊສ ແຂວງຄໍາມ່ວນ ແລະ ພຊສ ແຂວງສະຫັວນນະເຂດ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນ ໃນຕອນເຊົ້າ ຂອງວັນທີ  24 ກຸມພາ 2020 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄໍາໄຫຼ ສີປະເສີດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆ ຫຼວງນໍ້າທາ ຜູ້ຊີ້ນໍາ ຂົງເຂດວຽກງານເສດ ຖະກິດ; ເປັນກຽດເຂົ້າຮ່ວມກອງປະຊຸມ ມີ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ (ພຊສ), ມີບັນດາທ່ານ ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຈາກ ພຊສ 7 ແຂວງດັ່ງກ່າວ ແລະ ຫົວໜ້າຫ້ອງ-ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງ ທີ່ຂຶ້ນກັບແຂວງຫຼວງນໍ້າທາ ເຂົ້າຮ່ວມຢ່າງພ້ອມພຽງ.

   

ຈຸດປະສົງຂອງກອງປະຊຸມ ເພື່ອພົບປະຫາລື ຖອດຖອນແລກປ່ຽນບົດຮຽນຮ່ວມ ໃນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານວິຊາສະເພາ ໃນໄລຍະຜ່ານມາ ໂດຍສະເພາະ ຜົນງານທີ່ພົ້ນເດັ່ນ, ບັນຫາຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ຕະຫຼອດຮອດຂອດການພົວພັນປະສານງານ ຊຶ່ງກັນ ແລະ ກັນໃຫ້ມີຄວາມແໜ້ນແຟ້ນ, ກົມກຽວ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.

ກອງປະຊຸມ ໄດ້ຮັບຟັງການລາຍຜົນການຈັດຕັ້ງປະຕິບັດ ເຄື່ອນໄຫວວຽກງານປະຈໍາປີ 2019 ແລະ ທິດທາງແຜນການ ປະຈໍາປີ 2020 ຂອງ ພຊສ ທັງ 7 ແຂວງ, ນອກຈາກນັ້ນຍັງໄດ້ມີການປະກອບຄໍາຄິດຄໍາເຫັນ ຈາກບັນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍສະເພາະ ແມ່ນປຶກສາຫາລື ຖອດຖອນແລກປ່ຽນບົດຮຽນ ລົງເລິກກ່ຽວກັບວຽກງານເຊົ່າ ແລະ ສໍາປະທານທີ່ດິນ ຢູ່ພາຍໃນທ້ອງຖິ່ນ ຂອງແຕ່ລະແຂວງ ເຊັ່ນ: ຂອດການອະນຸມັດ, ການຄຸ້ມຄອງ ແລະ ການຕິດຕາມກວດກາຂອງບັນດາກິດຈະການໂຄງການເຊົ່າ ແລະ ສໍາປະທານທີ່ດິນ.

ຕອນທ້າຍຂອງກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນຄື:

  1. ເຫັນດີສືບຕໍ່ ຈັດກອງປະຊຸມ ພົບປະຫາລື, ຖອດຖອນແລກປ່ຽນບົດຮຽນຮ່ວມກັນ 1 ຄັ້ງຕໍ່ປີ, ໂດຍການຜັດປ່ຽນກັນເປັນເຈົ້າພາບ ຕາມເງື່ອນໄຂຂອງແຕ່ລະແຂວງທີ່ຄວາມພ້ອມ.
  2. ການຈັດກອງປະຊຸມ ພົບປະຫາລື, ຖອດຖອນແລກປ່ຽນບົດຮຽນຮ່ວມກັນ ໃນຕໍ່ໜ້າ ແມ່ນຈະໄດ້ກໍານົດເອົາວຽກງານໃດໜຶ່ງເປັນຫົວຂໍ້ຫຼັກ ໃນການຈັດກອງປະຊຸມ.
  3. ນອກຈາກນັ້ນຍັງມີບັນຫາອື່ນໆອິກຈໍານວນໜື່ງທີ່ຈະໄດ້ຮ່ວມກັນພົວພັນປະສານງານຮ່ວມກັນໃນຕໍ່ໜ້າ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາ ໜຶ່ງຕອນ, ພາຍຫຼັງສໍາເລັດກອງປະຊຸມແລ້ວ ຍັງໄດ້ຈັດງານລ້ຽງພາເຂົ້າສາມັກຄີ ຮ່ວມກັນ, ເພື່ອເປັນການຮັດແໜ້ນສາຍພົວພັນ ອັນເປັນມິດໄມຕີ ດ້ວຍຄວາມສາມັກຄີຮັກແພງ ໃຫ້ແໜ້ນແຟ້ນ ເຮັດໃຫ້ສາຍພົວພັນປະສານງານກັນລະຫວ່າງ ພຊສ ແຕ່ລະແຂວງ ໃຫ້ມີຄວາມກົມກຽວ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.

 

ບົດບັນທຶກກອງປະຊຸມພົບປະຫາລື ແລະ ຖອດຖອນແລກປ່ຽນບົດຮຽນລະຫວ່າງ ພຊສ 7 ແຂວງ ທີ່ແຂວງຫຼວງນໍ້າທາ