ดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งาน
 

 

ທີ່ ແຂວງຫຼວງນໍ້າທາ

ເນື່ອງໃນໂອກາດ ຈັດກອງປະຊຸມ ພົບປະຫາລື ຖອດຖອນແລກປ່ຽນບົດຮຽນ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) 7 ແຂວງ  ລະຫວ່າງ ວັນທີ່ 23-24 ກຸມພາ 2020 ຢູ່ທີ່ ແຂວງຫຼວງນໍ້າທາ  ເຊີ່ງ ພຊສ ແຂວງຫຼວງນໍ້າທາ ໄດ້ຮັບກຽດເປັນເຈົ້າພາບ ໄດ້ມີການຈັດກິດຈະກໍາສ້າງຂະບວນການກິລາ ບານເຕະ 7 ຄົນ ລະຫວ່າງ ພຊສ ທັງ 7 ແຂວງ ຄື: ພຊສ ແຂວງຫຼວງນໍ້າທາ, ພຊສ ແຂວງຜົ້ງສາລີ, ພຊສ ແຂວງອຸດົມໄຊ, ພຊສ ແຂວງຫົວພັນ, ພຊສ ແຂວງວຽງຈັນ, ພຊສ ແຂວງຄໍາມ່ວນ ແລະ ພຊສ ແຂວງສະຫັວນນະເຂດ. ເຊິ່ງປະກອບມີທິມເຕະບານຊາຍ ແລະ ທິມເຕະບານຍິງ.

ເປັນກຽດເຂົ້າຮ່ວມຂະບວນການດັ່ງກ່ວ ມີ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ມີບັນດາທ່ານ ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຈາກ ພຊສ 7 ແຂວງດັ່ງກ່າວ ເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.

 

ຜົນການແຂ່ງຂັນ ເຊິ່ງປະກົດວ່າ ທິມເຕະບານຊາຍ ທີ່ຍາດໄດ້ອັນດັບທີ 1 ໄດ້ແກ່ ທິມ ຈາກ ພຊສ ແຂວງ ອຸດົມໄຊ ເຊິງໄດ້ຮັບລາງວັນ ເປັນຂັນເງິນ 1 ໜ່ວຍ ພ້ອມດ້ວຍເງິນສົດ ຈໍານວນ 1,000,000 ກີບ, ອັນດັບທີ 2 ຕົກເປັນຂອງ ພຊສ ແຂວງຫຼວງນໍ້າທາເຈົ້າພາບ ໄດ້ຮັບເງິນລາງວັນ ຈໍານວນ 700,000 ກີບ ແລະ ອັນດັບທີ 3 ຮ່ວມໄດ້ແກ່ ທິມຈາກ ພຊສ ແຂວງຜົ້ງສາລີ ແລະ ພຊສ ແຂວງຫົວພັນ, ໄດ້ຮັບເງິນລາງວັນ ທິມລະ 500,000 ກີບ; ສໍາລັບທິມເຕະບານຍິງ ຜົນການແຂ່ງຂັນ ທິມທີ່ຍາດໄດ້ອັນດັບ 1 ໄດ້ແກ່ ທິມຈາກ ພຊສ ແຂວງຫົວພັນ,  ເຊິງໄດ້ຮັບລາງວັນ ເປັນຂັນເງິນ 1 ໜ່ວຍ ພ້ອມດ້ວຍ ເງິນສົດ ຈໍານວນ 1,000,000 ກີບ, ອັນດັບທີ 2 ຕົກເປັນຂອງ ພຊສ ແຂວງອຸດົມໄຊ ເຊິ່ງໄດ້ຮັບເງິນລາງວັນເຈໍານວນ 700,000 ກີບ ແລະ ອັນດັບທີ 3 ໄດ້ແກ່ ທິມ ພຊສ ແຂວງຫຼວງນໍ້າທາ, ໄດຮັບເງິນລາງວັນ 500,000 ກີບ.

ພາຍຫຼັງສໍາເລັດຂະບວນການແຂ່ງຂັນກິລາແລ້ວ ໃນຕອນຄໍ່າຂອງວັນທີ 24 ກຸມພາ 2020 ຍັງໄດ້ຈັດງານລ້ຽງພາເຂົ້າສາມັກຄີ ຢູ່ທີ່ພັດຕະຄານ ໂລຕະພັນ ເມືອງ ແລະ ແຂວງຫຼວງນໍ້າທາ, ເພື່ອເປັນການຮັດແໜ້ນສາຍພົວພັນ ອັນເປັນມິດໄມຕີ ດ້ວຍຄວາມສາມັກຄີຮັກແພງ ໃຫ້ແໜ້ນແຟ້ນ ເຮັດໃຫ້ສາຍພົວພັນປະສານງານກັນລະຫວ່າງ ພຊສ ແຕ່ລະແຂວງ ໃຫ້ມີຄວາມກົມກຽວ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.