Star InactiveStar InactiveStar InactiveStar InactiveStar Inactive
 

 

     ໃນຕອນເຊົ້າຂອງວັນທີ 18 ກຸມພາ 2020 ຄະນະນໍາຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ເປີດກອງປະຊຸມຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ພຊສ) ແຂວງຫຼວງນໍ້າທາ ຢູ່ທີ່ຫ້ອງປະຊຸມຂອງ ພະແນກດັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ສົມຫັວງນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ທ່ານ ນາງ ບົວຄໍາ ສຸລິວັນ ຮັກສາການຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ມີຄະນະທິມງານຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດວິຊາການພາຍໃນ ພຊສ ແຂວງ ເຂົ້າຮ່ວມ.

 

     

 

 

 

 

 

 

     ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືແລກປ່ຽນບົດຮຽນ ຍົກລະດັບດ້ານຂໍ້ມູນ-ຂ່າວສານປະຊາສໍາພັນ, ການປັບປຸງເວບໄຊ, ການບໍລິຫານເອກະສານທາງລັດຖະການ, ການຂຶ້ນບັນຊີຊັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ.

      ກອງປະຊຸມໄດ້ມີການປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ, ພ້ອມທັງຂອດການປະສານງານລະຫວ່າງ ພຊສ ແຂວງ ແລະ ກຊສ ໂດຍສະເພາະ ການຄຸ້ມຄອງ, ປັບປຸງ ແລະ ນໍາໃຊ້ເວບໄຊ ພຊສ ໃຫ້ເປັນລະບົບ, ເຊື່ອມໂຢງກັບເວບໄຊ ກຊສ; ການບໍລິຫານເອກະສານທາງລັດຖະການໃຫ້ຖືກຕ້ອງຕາມນິຕິກໍາ ແລະ ພາລະບົດບາດ, ສິດ ແລະ ໜ້າທີີ່ ຂອງຕໍແໜ່ງງານທີ່ໄດ້ກໍານົດໄວ້; ຊຸກຍູ້ສົ່ງເສີມໃຫ້ເອື້ອຍນ້ອງພະນັກງານ ພາຍໃນ ພຊສ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ ແລະ ຍົກລະດັບຄວາມຮັບຜິດຊອບ ພ້ອມທັງເອົາໃຈໃສ່ພັດທະນາຮູ້ຄວາມສາມາດໃຫ້ສູງຂຶ້ນກວ່າເກົ່າ.