ดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งานดาวไม่ได้ใช้งาน
 

     ໃນຕອນເຊົ້າຂອງວັນທີ 14 ກຸມພາ 2020 ຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງລອງ ໄດ້ຈັດກອງປະຊຸມການຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນບາງ ສາຍພວນ, ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງລອງ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ທ່ານ ໜໍ່ລິນ ໄມທອງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆລອງ, ມີຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຈາກ ພຊສ, ຕະຫຼອດຮອດຄະນະຫ້ອງການ, ຫົວໜ້າໜ່ວຍງານ-ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນ ຫຊສ ເມືອງລອງ ເຂົ້າຮ່ວມຢ່າງພ້ອມພຽງ.

      ຈຸດປະສົງຂອງກອງປະຊຸມ: ເພື່ອຊຸກຍູ້ວຽກງານຮອບດ້ານ ຕົ້ນປີ 2020 ທີ່ພົວພັນກັບວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫຊສ ເມືອງ ໃຫ້ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານ ໃຫ້ສອດຄ່ອງກັບບັນດານິຕິກໍາຕ່າງໆ, ພ້ອມທັງປັບປຸງຂອດປະສານງານ ລະຫວ່າງ ຫຊສ ເມືອງ ກັບ ພຊສ ແຂວງ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

     ໃນກອງປະຊຸມ: ຫົວໜ້າຫ້ອງການ ຊສ ເມືອງລອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ເຊິ່ງໄດ້ສະແດງອອກດັ່ງນີ້:

  1. ສໍລວດວັດແທກຂຶ້ນທະບຽນອອກໃບຕາດິນ ໃນປີ 2019 ໄດ້ທັງໝົດ 1.230 ຕອນ ເທົ່າກັບ 109% ຂອງແຜນການປີ,
  2. ອອກໃບຕາມດິນໄດ້ 1.061 ຕອນ ເທົ່າກັບ 122% ຂອງແຜນການປີ,
  3. ຈົດຜ່ານທະບຽນສັນຍາຊວດຈຳໄດ້ 272 ຊຸດ  = 88% ຂອງແຜນການປີ,
  4. ຈົດຜ່ານທະບຽນໂອນສິດນຳໃຊ້ທີ່ດິນໄດ້ 15 ຕອນ = 60% ຂອງແຜນການປີ  
  5. ເກັບລາຍຮັບວິຊາການທີ່ໄດ້ມອບເຂົ້າງົບປະມານແລ້ວ 120 ລ້ານກວ່າກີບ ເທົ່າກັບ 115% ຂອງແຜນການປີ.

      ເພື່ອເຮັດໃຫ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຄວາມຮັບຜິດຊອບ  ເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ, ທາງຄະນະທິມງານຈາກ ພຊສ ແຂວງ ກໍໄດ້ເຮັດວຽກງຮ່ວມກັບແຕ່ລະໜ່ວຍງານ ພາຍໃນ ຫຊສ ເມືອງ ເພື່ອຊຸກຍູ້ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງຂືຶ້ນ ແລະ ສອດຄ່ອງກັບນິຕິກໍາຕ່າງໆ.

      ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງ ໄດ້ໂອ້ລົມ ແລະ ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເໜັ້ນໜັກຫຼາຍບັນຫາທີ່ສໍາຄັນ, ເປັນຕົ້ນ: ດ້ານການເມືອງແນວຄິດ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່, ຄວາມສາມັນຄີພາຍໃນ-ພາຍນອກ, ຂອດການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງ ຂັ້ນເມືອງ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ນອກຈາກນີ້ໃຫ້ເອົາໃຈໃສ່ການຄຸ້ມຄອງສິ່ງແວດລ້ອມ ເປັນຕົ້ນການຕິດຕາມກວດກາບັນດາໂຄງການລົງທຶນ, ກິດຈະການຄົວເຮືອນ ແລະ ອື່ນໆ.