Star InactiveStar InactiveStar InactiveStar InactiveStar Inactive
 
  1. ສະເຫນີໂຈະ ຫຼື ຍົກເລີກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການຕ່າງໆ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຂັດກັບກົດຫມາຍ ແລະ ລະບຽບການ;
  2. ອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາດ້ານວິຊາການ ກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  3. ຮຽກເຊີນບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເຂົ້າຮ່ວມປະຊຸມ ແລະ ລາຍງານວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  4. ຕີລາຄາ ແລະ ປະເມີນຜົນການນໍາໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານຢັ້ງຢືນ ກ່ຽວກັບສິດນໍາໃຊ້ທີ່ດິນ; ຄົ້ນຄ້ວານໍາສະເຫນີ ກ່ຽວກັບການແກ້ໄຂບັນຫາທີ່ດິນ, ໃຫ້ການບໍລິການທາງດ້ານວິຊາການ ກ່ຽວກັບວຽກງານທີ່ດິນ ແລະ ເກັບລາຍຮັບຕ່າງໆ ກ່ຽວກັບທີ່ດິນ;
  5. ເກັບຄ່າທໍານຽມ, ຄ່າບໍລິການ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມລັດຖະບັນຍັດຂອງປະທານປະເທດກໍານົດໄວ້;
  6. ອອກ, ໂຈະ ຫຼື ຖອນໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມຕໍ່ບົດສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫນັງສືຢັ້ງຢືນຕໍ່ອາຍຸແຜນຄຸ້ມຄອງ ແລະ ຕິດຕາມ, ກວດກາສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະ ການຕ່າງໆ ທີ່ຢູ່ໃນຄວາມຮັບຜິດຂອງຕົນ ສະເຫນີລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສັ່ງໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ຕໍ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ໃບ ອະນຸຍາດດໍາເນີນກິດຈະການຕ່າງໆ ກ່ຽວກັບການບໍລິການດ້ານສິ່ງແວດລ້ອມ, ນໍາໃຊ້, ສິດໃຊ້, ສິດນໍາໃຊ້, ການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນ ທີ່ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ ທີ່ວາງອອກ;
  7. ຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ປະກອບສ່ວນ ໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູບູລະນະຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກ່າວເຕືອນ ຫຼື ນໍາໃຊ້ມາດຕະການອື່ນໆ ຕາມກົດຫມາຍຕໍ່ຜູ້ທີ່ສ້າງຜົນເສຍຫາຍ ແກ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງຖິ່ນຂອງຕົນ;
  8. ສະເຫມີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບກັບອົງການທີ່ມີສິດອໍານາດຂັ້ນສູນກາງ ແລະ ທ້ອງຖິ່ນ;
  9. ສະເຫນີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອຸດຫນູນບໍາເນັດ-ບໍານານ, ອຸດຫນູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດຫນູນເສຍກໍາລັງແຮງງານຕໍ່ພະນັກງານ-ລັດຖະກອນຂັ້ນຕ່າງໆ ທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
  10. ເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕາມການມອບຫມາຍຂອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ;
  11. ສະເຫນີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແຕ່ງຕັ້ງຄະນະສະເພາະກິດ ເພື່ອຕິດຕາມ, ກວດກາສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃນກໍລະນີເຫດການສຸກເສີນ ແລະ ອີງຕາມຄວາມຈໍາເປັນ;
  12. ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  13. ປະຕິບັດສິດອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມສິດທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຕ່າງໆ.