Star InactiveStar InactiveStar InactiveStar InactiveStar Inactive
 

1. ປະຕິບັດກົດຫມາຍ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທິງວາງອອກ;

2. ຜັນຂະຫຍາຍ, ໂຄສະນາເຜີຍແຜ່, ສຶກສາອົບຮົບ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ແຜນການ ແລະ ແຜນງານຂອງລັດຖະບານ, ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;

3. ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ເທດສະບານ;

4. ສ້າງ ແລະ ປັບປຸງແຜນຈັດສັນ ແລະ ແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໃນແຕ່ລະໄລຍະ ເພື່ອສະ ເຫນີສະພາແຂວງ, ນະຄອນຫຼວງວຽງຈັນ ຮັບຮອງ ແລະ ທັງຮັບປະກາດນໍາໃຊ້ແຜນດັ່ງກ່າວເຂົ້າໃນການຄຸ້ມຄອງ ແລະປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ;

5. ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນໃນທ້ອງຖິ່ນຂອງຕົນ; ປົກປັກຮັກສາ, ພັດທະນາ, ສໍາຫຼວດ, ວັດແທກເຂດພື້ນທີ່ດິນຂອງລັດ ພ້ອມທັງອອກໃບແຜນທີ່ດິນ ແລະ ອອກໃບຕາດິນລັດໃຫ້ແກ່ຜູ້ຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດເເບບມີກໍານົດ, ຜູ້ເຊົ່າ ແລະ ສໍາປະທານ;

6. ຄົ້ນຄວ້າ ແລະ ສະເຫນີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ມອບ ຫຼື ຖອນສິດນໍາໃຊ້ທີ່ດິນ ຕາມແຜນຈັດສັນແລະ ແຜນນໍາໃຊ້ທີ່ດິນຂອງຂະແຫນງການ, ການຊື້ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ;

7. ຊີ້ນໍາວຽກງານການສໍາຫຼວດ, ວັດແທກ, ສອບຖາມສິດນໍາໃຊ້ທີ່ດິນ, ຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນ, ການພັດທະນາທີ່ດິນ, ການສ້າງສໍາມະໂນທີ່ດິນ, ຈົດທະບຽນການເຄື່ອນໄຫວ ແລະ ປ່ຽນເເປງສິດນໍາໃຊ້ທີ່ດິນ;

8. ຄົ້ນຄວ້າການຫັນປ່ຽນປະເພດທີ່ດິນ ຈາກປະເພດຫນຶ່ງໄປເປັນປະເພດອື່ນ; ຂຶ້ນທະບຽນທີ່ດິນ ເພື່ອປຸກສ້າງຄອນໂດມີນຽມເເລະ ອອກໃບອະນຸຍາດທາງດ້ານວິຊາການດໍາເນີນທຸລະກິດກ່ຽວກັບທີ່ດິນ; ປະເມີນລາຄາທີ່ດິນໃນທ້ອງຖິ່ນຂອງຕົນ; ຄິດໄລ່ຄ່າທໍານຽມ ແລະ ເກັບຄ່າບໍລິການຕາມກົດຫມາຍ ແລະ ລະບຽບການ;

9. ຕິດຕາມ, ກວດກາການນໍາໃຊ້ທີ່ດິນ ເປັນຕົ້ນ ການຫັນປ່ຽນປະເພດທີ່ດິນ, ເປົ້າຫມາຍການນໍາໃຊ້ທີ່ດິນ; ຮັບຄໍາຮ້ອງ ຫຼື ຄໍາສະເຫນີ ແລະ ແກ້ໄຂບັນຫາທີ່ດິນ ທາງດ້ານບໍລິຫານຕາມກົດຫມາຍ ລວມທັງເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງທີ່ດິນພາຍໃນ ທ້ອງຖິ່ນຂອງຕົນ;

10. ສ້າງແຜນຍຸດທະສາດການຄຸ້ມຄອງ, ການບໍລິຫານ ແລະ ນໍາໃຊ້ນ້ໍາ ແລະ ຊັບພະຍາກອນນ້ໍາລະດັບທ້ອງຖິ່ນ; ບົດລາຍງານ ສະພາບລວມອ່າງຮັບນ້ໍາ ແລະ ແຜນຄຸ້ມຄອງອ່າງຮັບນ້ໍາຂະຫນາດກາງ;

11. ອອກໃບອະນຸຍາດການນໍາໃຊ້ນ້ໍາຫນ້າດິນຂະຫນາດກາງ ແລະ ນ້ໍາໃຕ້ດິນຂະຫນາດໃຫຍ່; ໃບອະນຸຍາດປ່ອຍນ້ໍາເປື້ອນຂະຫນາດກາງ, ໃບຢັ້ງຢືນດ້ານວິຊາການກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດກາງ ແລະ ຂະຫນາດ ໃຫຍ່, ໃບອະນຸຍາດຂຸດເຈາະ ຫຼື ຊີເຈາະນ້ໍາໃຕ້ດິນຂະຫນາດກາງ ແລະ ຂະຫນາດໃຫຍ່, ກໍານົດທີ່ມີຄວາມສ່ຽງຕໍ່ ຄຸນະພາບ ແລະ ປະລິມານນ້ໍາໄຕ້ດິນນ້ໍາຫນ້າດິນ, ຄົ້ນຄ້ວາ ແລະ ນໍາສະເຫນີ ຕໍ່ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ກ່ຽວກັບການກໍານົດເຂດສະຫງວນນ້ໍາ ແລະ ຊັບພະຍາກອນນ້ໍາລະດັບແຂວງ ລວມທັງສໍາຫຼວດ ແລະ ຂຶ້ນບັນຊີນ້ໍາໃຕ້ດິນ;

12. ສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖານຂໍ້ມູນ-ຂ່າວສານນ້ໍາ ແລະ ຊັບພະຍາກອນນ້ໍາ; ຄົ້ນຄວ້າກໍານົດເຂດປົກປັກຮັກສາ,ຟື້ນຟູ, ພັດທະນານ້ໍາ ແລະ ຊັບພະຍາກອນນ້ໍາຢູ່ຂັ້ນທ້ອງຖິ່ນຕົນ; ເຂົ້າຮ່ວມຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງນ້ໍາ ແລະ ຊັບພະຍາກອນນ້ໍາ ຕາມທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ ແລ້ວສະຫຼຸບລາຍງານຕໍ່ອົງການປົກຄອງແຂວງ, ນະຄອນຫຼວງວຽງຈັນ ແລະ ກຊສ;

13. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄວບຄຸມ, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາມົນລະພິດທຸກປະເພດ, ຄຸ້ມຄອງສານເຄມີເປັນພິດ, ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະລາຍ ແລະ ສິ່ງເສດເຫຼືອອື່ນໆ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມທັງປ້ອງກັນ ແລະ ແກ້ໄຂເຫດສຸກເສີນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ;

14. ສົ່ງເສີມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງ

ດ້ານສິ່ງແວດລ້ອມ, ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ພ້ອມທັງປ້ອງກັນ ແລະ ແກ້ໄຂເຫດການສຸກເສີນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;

15. ທົບທວນ ແລະ ພິຈາລະນາຮັບຮອງເອົາບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ; ເຂົ້າຮ່ວມຂະບວນການທົບທວນ ແລະ ພິຈາລະນາຮັບຮອງເອົາບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແບບລະອຽດ ຂອງໂຄງການລົງທຶນ ລວມທັງການດໍາເນີນວຽກງານການມີສ່ວນຮ່ວມຂອງມວນຊົນ ພ້ອມທັງຮັບຜິດຊອບ ໃນການ ຕິດຕາມ, ກວດກາການຄຸ້ມຄອງສິ່ງແວດລ້ອມຂອງໂຄງການລົງທຶນ, ການຕິດຕາມ, ກວດກາເຫດສຸກເສີນດ້ານສິ່ງແວດລ້ອມ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ;

16. ຕິດຕາມ, ກວດກາຄຸນນະພາບສິ່ງແວດລ້ອມເຊັ່ນ: ອາກາດ, ສຽງ, ຄວາມສັ່ນສະເທືອນ, ດິນ, ນ້ໍາ ແລະ ການນໍາໃຊ້ສານເຄມີ ພາຍໃນແຂວງ, ນະຄອນຫຼວງວຽງຈັນ; ສ້າງຖານຂໍ້ມູນໂຄງການລົງທຶນຢູ່ທ້ອງຖິ່ນຂອງຕົນ; ສໍາລັບຫ້ອງ ທົດລອງປະຈໍາພາກ ທີ່ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ແມ່ນມີຫນ້າທີ່ໃນການວິໄຈຄຸນ ນະພາບສິ່ງແວດລ້ອມ ຊ່ວຍບັນດາແຂວງ, ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບພາກຂອງຕົນ, ຕາມຄວາມອາດສາມາດ ແລະ ລາຍງານຂໍ້ມູນຜົນການວິໄຈໃຫ້ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເປັນແຕ່ລະໄລຍະ; ເປັນຜູ້ປະສານງານ ແລະ ເປັນເຄືອຂ່າຍກັບທິມງານສຶກສາຄົ້ນຄວ້າ ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູນກາງ ລວມທັງການລົງເກັບກໍາ ແລະ ສະຫນອງຂໍ້ມູນ;

17. ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງດິນຟ້າອາກາດ, ແຜນດໍາເນີນງານການປ່ຽນແປງດິນຟ້າອາກາດ, ແຜນງານແຫ່ງຊາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຂະບວນການສົ່ງເສີມໂຄງການຫຼຸດ ຜ່ອນການປ່ອຍອາຍເຮືອນແກ້ວ ໃນທ້ອງຖິ່ນຂອງຕົນ; ຈັດຕັ້ງປະຕິບັດການສັງເກດສະພາບອາກາດ, ວັດແທກ, ເກັບ ກໍາ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທໍາມະຊາດ ແລະ ແຜ່ນດິນໄຫວ; ປົກປັກຮັກສາ ແລະ ຄົ້ນຄ້ວາ ສະເຫນີປັບປຸງຍົກລະດັບຕາຫນ່າງສະຖານີອຸຕຸການບິນ, ຕາຫນ່າງສະຖານີອຸຕຸກະເສດ ແລະ ຕາຫນ່າງສະຖານີຕິດຕາມແຜ່ນດິນໄຫວ ໃນຂອບເຂດທ້ອງຖິ່ນຂອງຕົນ ຕາມຄວາມຈໍາເປັນໃນແຕ່ລະໄລຍະ;

18. ເກັບກໍາ, ສັງລວມຂໍ້ມູນສະຖິຕິ ເຂົ້າໃນລະບົບຖານຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຄຸ້ມຄອງ, ນໍາໃຊ້, ແລກປ່ຽນ ແລະ ບໍລິການໃນແຂວງ, ນະຄອນຫຼວງວຽງຈັນ ແລະ ສະຫນອງໃຫ້ສູນກາງ ເພື່ອສັງລວມ;

19. ຊີ້ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສໍາມະນາ, ຄົ້ນຄ້ວາ, ປັບປຸງ ແລະ ບູລະນະກົງຈັກການຈັດຕັ້ງຂອງພະແນກຕົນ ໃຫ້ເຂັ້ມແຂງ; ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ກໍາຫນົດຕໍາແຫນ່ງງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຫນ້າທີ່ການເມືອງ ໃນແຕ່ລະໄລຍະ;

20. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ, ແຜນງົບປະມານ ລວມທັງແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານ ຕາມກົດຫມາຍ ແລະ ລະບຽບການ;

21. ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນໍາໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າຫມາຍ ແລະ ສອດຄ່ອງກັບກົດຫມາຍ ແລະ ລະບຽບການຕ່າງໆ;

22. ຕິດຕາມ, ກວດກາການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ມີປະກົດການລະເມີນກົດຫມາຍ ແລະ ລະບຽບການຂອງລັດ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;

23. ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງພະແນກຕົນ ຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;

24. ປະເມີນຜົນ ແລະ ສະຫຼຸບສັງລວມ ການປະຕິບັດຫນ້າທີ່ການເມືອງຂອງພະແນກຕົນ ແລ້ວລາຍງານໃຫ້ກະຊວງ - ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ;

25. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫມາຍໃຫ້ສະເພາະ ແລະ ຕາມຫນ້າທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.