ຫນ້າຫລັກ
ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ໃຫ້ແກ່ ພຊສ 8 ແຂວງພາກເໜືອ.
- Details
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 26-29 ຕຸລາ 2020, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ອັອດ ສິງສະຫວັດ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ທ່ານ ນາງ ຈິດຖະຫນອມ ອຸ່ນສີດາ, ຮອງຫົວໜ້າກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີທິມງານ ຈາກກົມສິ່ງແວດລ້ອມ ກຊສ, ມີບັນດານັກວິທະຍາກອນ (ຄູຝຶກ) ຈາກ ພຊສ ແຂວງຫຼວງນໍ້າທາ ແລະ ມີນັກສໍາມະນາກອນ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈໍານວນ 8 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ, ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 22 ທ່ານ.
ທ່ານ ຫົວໜ້າ ພຊສ ລົງເຄືອນໄຫວ ຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນ 5 ເມືອງ.
- Details
ໃນວັນທີ 15-26 ຕຸລາ 2020, ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມພາຍໃນ 5 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ເປີດກອງປະຊຸມລະດັບຂັ້ນເມືອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານຮອງເຈົ້າເມືອງພາຍໃນ 5 ເມືອງ, ມີບັນດາຫົວຫນ້າຫ້ອງການ-ຮອງຫົວໜ້າຫ້ອງການຈາກຂະແໜງການພາຍໃນເມືອງ ແລະ ອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
Read more: ທ່ານ ຫົວໜ້າ ພຊສ ລົງເຄືອນໄຫວ ຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນ 5 ເມືອງ.
ທ່ານ ຫົວໜ້າ ພຊສ ເຄືອນໄຫວຊຸກຍູ້ວຽກງານ ຢູ່ເມືອງນາແລ.
- Details
ໃນວັນທີ 15-16 ຕຸລາ 2020 ທ່ານ ສົມຫັວງ ນາບຸນແພງ ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ເມືອງນາແລ, ເຊີ່ງໄດ້ແບ່ງອອກເປັນ 2 ວາລະດັ່ງນີ້:
Read more: ທ່ານ ຫົວໜ້າ ພຊສ ເຄືອນໄຫວຊຸກຍູ້ວຽກງານ ຢູ່ເມືອງນາແລ.
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ຂອງພະນັກງານ-ລັດຖະກອນພາຍໃນ ພຊສ
- Details
ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08-09 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຊັັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 24 ທ່ານ.
Read more: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ຂອງພະນັກງານ-ລັດຖະກອນພາຍໃນ ພຊສ
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ຂອງຄະນະ ພຊສ
- Details
ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາໄຫຼ ສີປະເສີດ, ເລຂາຄະນະບໍລິຫານງານພັກແຂວງໆຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 6 ທ່ານ.
Read more: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ຂອງຄະນະ ພຊສ
Page 2 of 9