ຫນ້າຫລັກ
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ
- Details
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໄຂຂຶ້ນ ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 2 ມິຖຸນາ 2020 ຢູ່ທີ່ສະໂມສອນແຂວງ; ໂດຍການເປັນປະທານ ຂອງສະຫາຍ ສົມຫວັງ ນາບຸນແພງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ຄຳໄຫຼ ສີປະເສິດ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໆ ຫຼວງນ້ຳທາ; ມີຜູ້ແທນສົມບູນເຂົ້້າຮ່ວມທັງໝົດ 44 ສະຫາຍ, ຍິງ 16 ສະຫາຍ, ຜູ້ແທນສຳຮອງ 7 ສະຫາຍ, ຍິງ 5 ສະຫາຍ ແລະ ແຂກຖືກເຊີນ 15 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມທາບທາມບຸກຄະລາກອນຮອບທີ 1 ຂອງຄະນະພັກຮາກຖານ ພຊສ
- Details
ໃນຕອນແລງ ຂອງວັນທີ 26 ພຶດສະພາ 2020 ນີ້ ຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນກຽມໃສ່ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II, ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ; ເຂົ້າຮ່ວມກອງປະຊຸມມີຄະນຈັດຕັ້ງແຂວງ, ມີບັນດາສະຫາຍຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ພາຍໃນ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພຊສ ເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 16 ສະຫາຍ .
Read more: ກອງປະຊຸມທາບທາມບຸກຄະລາກອນຮອບທີ 1 ຂອງຄະນະພັກຮາກຖານ ພຊສ
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ຂອງ 4 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ພຊສ ແຂວງຫຼວງນ້ຳທາ.
- Details
ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ I ຂອງ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພຊສ ແຂວງຫຼວງນໍ້າທາ ຢ່າງສຸດໃຈ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະມາຊິກພັກ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຫຼວງນໍ້າທາ ໄດ້ດຳເນີນຂຶ້້ນ ໃນວັນທີ 21 ພຶດສະພາ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຂອງ ພະແນກດັ່ງກ່າວ ພາຍໃຕ້ການເປັນຄະນະປະທານໂຄຍ ສະຫາຍ ກົງທອງ ແອເຫຼັກ ປະທານກວດກາພັກ ຄະນະພັກຮາກຖານ ພຊສ, ເລຂາໜ່ວຍພັກແຜນການ ແລະ ກວດກາ, ຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ; ສະຫາຍ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເລຂາໜ່ວຍພັກຈັດຕັ້ງ ແລະ ບໍລິຫານ; ສະຫາຍຄໍາມີ ທໍາມະວົງ, ເລຂາໜ່ວຍພັກທີ່ດິນ ແລະ ຕິດຕາມກວດກາ, ຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ສະຫາຍ ສູນທອນ ອຸ່ນທະລາ, ເລຂາໜ່ວຍພັກສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ; ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍຜູ້ແທນສົມບູນ. ຜູ້ແທນສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
Read more: ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ I ຂອງ 4 ໜ່ວຍພັກຂື້ນກັບຄະນະພັກຮາກຖານ ພຊສ ແຂວງຫຼວງນ້ຳທາ.
ກອງປະຊຸມ ທາບທາມບຸກຄະລາກອນກະກຽມກອງປະໃຫຍ່ຂອງ 4 ໜ່ວຍພັກ ຂຶ້ນກັບ ຄະນະພັກຮາກຖານ ພຊສ ແຂວງຫຼວງນໍ້າທາ.
- Details
ໃນຕອນເຊົ້າ ຂອງວັນທີ 15 ພຶດສະພາ 2020 ນີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນກະກຽມໃສ່ກອງປະຊຸມໃຫຍ່ຂອງ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພະປນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໂດຍການເປັນປະທານຂອງ ສະຫາ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ; ເປັນກຽດເຂົ້າຮ່ວມກອງປະຊຸມ ມີທ່ານ ຄໍາເລົາ ແກ້ວລະກໍາ ຂອງຫົວໜ້າຄະນຈັດຕັ້ງແຂວງ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ພາຍໃນ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານເຂົ້າຮ່ວມ.
ພຊສ ແຂວງຫຼວງນໍ້າທາ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈໍາປີ 2020
- Details
ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2020 ນີ້ ຢູ່ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ຈັດພິທີສອບເສັງເອົາລັດຖະກອນໃໝ່, ໂດຍໃຫ້ກຽດກ່າວເປີດດໍາເນີນການສອບເສັງ ຂອງທ່ານ ກົງທອງ ແອ໋ເຫຼັກ ປະທານກວດກາຄະນະພັກຮາກຖານ ພຊສ, ຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ພຊສ; ເປັນກຽດເຂົ້າຮ່ວມມີທ່ານ ຄໍາດີ ອິນນະຫຼົງ ຫົວໜ້າຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນ ແຂວງຫຼວງນໍ້າທາ, ມີຄະນະກໍາມະການຄວບຄຸມການສອບເສັງ ຈາກ ພຊສ ແລະ ມີຜູ້ເຂົ້າຮ່ວມສອບເສັງ ທັງໝົດ 12 ຄົນ, ຍິງ 0 ຄົນ ມາຈາກ:
Read more: ພຊສ ແຂວງຫຼວງນໍ້າທາ ສອບເສັງຄັດເລືອກເອົາລັດຖະກອນໃໝ່ ປະຈໍາປີ 2020
Page 5 of 9