Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນເຊົ້າຂອງວັນທີ 05 ກຸມພາ 2021 ຜ່ານມານີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມປະຊາສໍາພັນວຽກງານຂຶ້ນທະບຽນອອກໃບຕາດິນ ຢູ່ທີ່ບ້ານທົ່ງໄຈ້ເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ເຂົ້າຮ່ວມກອງປະຊຸມມີຄະນະທິມງານຈາກ ພຊສ ແຂວງ, ນາຍບ້ານ, ຄະນະບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານທົ່ງໄຈ້ເໜືອ ເຂົ້າຮ່ວມທັງໝົດ 120 ຄົນ.

ບ້ານທົ່ງໄຈ້ເໜືອມີທັງໝົດ 250 ຄອບຄົວ, ເປັນຊົນເຜົ່າໄທດໍາກວມເອົາຈໍາຫຼາຍ, ອາຊີບຕົ້ນຕໍ ແມ່ນເຮັດນາ, ອາຊີບສໍາຮອງແມ່ນປູກຝັງ, ລ້ຽງສັດ ເຊັ່ນ: ປູກຢາງພາ, ປູກພືດກະສິກໍາເປັນສິນຄ້າ, ຄ້າຂາຍ, ບໍລິການ ແລະ ອື່ນໆ.

ຂະບວນການຂຶ້ນທະບຽນ ແລະ ການອອກໃບຕາດິນ

ຂະບວນການຂຶ້ນທະບຽນ ແລະ ການອອກໃບຕາດິນ ປະກອບມີ 09 ຂັ້ນຕອນ, ເຊິ່ງເປັນໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນ, ຜູ້ຄອບຄອງນໍາໃຊ້ທີ່ດິນ ຈະຕ້ອງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊັ່ນ:

1.ປະຊາຊົນ ຫຼື ຜູ້ຄອບຄອງນໍາໃຊ້ທີ່ດິນຕ້ອງໃຫ້ຄວາມຮ່ວມມື ເຂົ້າຮ່ວມຮັບຟັງ ແລະ ເຊື່ອມຊືມໃຫ້ເຂົ້າໃຈ ກ່ຽວກັບກັບວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ບົດບາດຍິງ-ຊາຍກ່ຽວກັບສິດນໍາໃຊ້ທີ່ດິນ ຢ່າງເລິກເຊິ່ງ.

  1. ການກະກຽມເອກະສານ ຜູ້ຄອບຄອງນໍາໃຊ້ທີ່ດິນ ຕ້ອງໄປເອົາແບບພິມເອກະສານ ຢູ່ຫ້ອງການບ້ານມາຂຽນ, ພ້ອມທັງກະກຽມເອກະສານທີ່ດິນ ແລະ ເອກະສານກ່ຽວກັບຄົນໃຫ້ຄົບຖ້ວນ.
  2. ກອງປະຊຸມປະຊາສໍາພັນຍ່ອຍ ແມ່ນພະນັກງານພາກສະໜາມຕ້ອງໄດ້ນັດໝາຍເຈົ້າຂອງທີ່ດິນ 10-20 ຕອນ ເຂົ້າຮ່ວມປະຊຸມປຶກສາຫາລືເພື່ອກວດກາ ແລະ ແນະນໍາຄືນ.
  3. ການຝັງຫຼັກເຂດແດນຕອນດິນຂອງຜູ້ຄອບຄອງນໍາໃຊ້ທີ່ດິນ, ຕ້ອງໄດ້ພົວພັນເອົາຫຼັກເຂດທີ່ດິນຢູ່ຫ້ອງການບ້ານມາຝັງໃສ່ທຸກທແຈຕອນດິນຂອງຕົນໃຫ້ຄົວຖ້ວນ ໂດຍໃຫ້ເຈົ້າຂອງທີ່ດິນຂ້າງຄຽງເຂົ້າຮ່ວມເປັນເອກະພາບຮັບຮູ້ນໍາ.
  4. ການແກ້ໄຂຂໍ້ຂັດແຍ່ງກ່ອນການສໍາຫຼວດວັດແທກທີ່ດິນ ໃນກໍລະນີທີ່ດິນຕອນໃດໜຶ່ງ ຫາກມີຂໍ້ຂັດແຍ່ງຕ່າງໆ ແມ່ນມອບໃຫ້ເຈົ້າຂອງທີ່ດິນຕ້ອງໄກ່ເກ່ຍ, ແກ້ໄຂໃຫ້ສໍາເລັດກ່ອນທີ່ຈະມີການສໍາຫຼວດ-ວັດແທກ.
  5. ການວັດແທກຂອບເຂດຕອນດິນ ຜູ້ຄອບຄອງນໍາໃຊ້ທີ່ດິນ ຕ້ອງໄດ້ມອບເອກະສານຕອນດິນທີ່ໄດ້ກະກຽມໄວ້ນັ້ນ ໃຫ້ພະນັກງານຈຸງານ ພ້ອມດຽວກັນນັ້ນຕ້ອງໄດ້ເຂົ້າຮ່ວມກັບເຈົ້າຂອງຕອນດິນຂ້າງຄຽງ ເພື່ອນໍາພາພະນັກງານສໍາຫຼວດວັດແທກໃນການຊີ້ເຂດແດນ ແລະ ເຊັນຮັບຮອງເຂດແດນໃຫ້ແກ່ກັນຢ່າງຖືກຕ້ອງ.
  6. ການສອບສິດຫຼັງຈາກການສໍາຫຼວດ-ວັດແທກສໍາເລັດແລ້ວ, ແມ່ນຜູ້ຄອບຄອງນໍາໃຊ້ທີ່ດິນ ຕ້ອງໄດ້ໃຫ້ຂໍ້ມູນຄວາມເປັນຈິງການໄດ້ມາຂອງທີ່ດິນ ແກ່ພະນັກງານສອບຖາມສິດ, ພ້ອມກັນນັ້ນກໍເຊັນຢັ້ງຢືນໃສ່ບົດບັນທຶກດັ່ງກ່າວ, ໂດຍມີພະຍານເຊັນຮັບຮູ້ນໍາຢ່າງໜ້ອຍ 3 ຄົນ ແລະ ເຊັນຢັ້ງຢືນຈາກທ່ານນາຍບ້ານ.
  7. ຕິດຕາມປະກາດແຈ້ງການພາຍຫຼັງທີ່ຄະນະກໍາມະການຂັ້ນເມືອງ ຈັດປະເພດສິດນໍາໃຊ້ທີ່ດິນ ແລະ ເຊັນແຈ້ງການປະກາດຫາຜູ້ຄັດຄ້ານເປັນເວລາ 30 ວັນ.
  8. ການເຊັນ ແລະ ແຈກໃບຕາດິນພາຍຫຼັງທີ່ຂະແໜງທີ່ດິນ ແລະ ພຊສ ແຂວງ ໄດ້ເຊັນໃບຕາດິນສໍາເລັດແລ້ວ ແມ່ນຈະໄດ້ນໍາສົ່ງໃຫ້ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ພ້ອມທັງແຈ້ງບັນຊີລາຍຊື່, ຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ແກ່ທ່ານນາຍບ້ານບ່ອນທີ່ດິນຕັ້ງຢູ່ຮັບຊາບ ແລ້ວແຈ້ງຕໍ່ໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ເພື່ອມາຮັບເອົາໃບຕາດິນຂອງຕົນຢ່າງເປັນທາງການ.

ການສໍາຫຼວດ-ວັດແທກຂຶ້ນທະບຽນອອກໃບຕາດິນເປັນລະບົບ ຢູ່ບ້ານທົ່ງໄຈ້ເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໃນຄັ້ງນີ້ ແມ່ນໄດ້ເລີ້ມຕົ້ນແຕ່ວັນທີ 05 ກຸມພາ 2021  ແລະ ໃຫ້ສໍາເລັດພາຍໃນ ວັນທີ 06 ພືດສະພາ 2021. ສະນັ້ນ ຈຶ່ງໄດ້ຮຽກຮ້ອງມາຍັງອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ຜູ້ຄອບຄອງນໍາໃຊ້ທີ່ດິນ ທີ່ຂຶ້ນກັບບ້ານທົ່ງໄຈ້ເໜືອ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ຈົ່ງພ້ອມກັບເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືກັບພະນັກງານລົງສໍາຫຼວດ-ວັດແທກຂຶ້ນທະບຽນອອກໃບຕາດິນຢູ່ບ້ານດັ່ງກ່າວ ໃຫ້ມີຜົນສໍາເລັດຕາມເປົ້າໝາຍທີ່ກໍານົດໄວ້.