ໃນວັນທີ 15-26 ຕຸລາ 2020, ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມພາຍໃນ 5 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ເປີດກອງປະຊຸມລະດັບຂັ້ນເມືອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານຮອງເຈົ້າເມືອງພາຍໃນ 5 ເມືອງ, ມີບັນດາຫົວຫນ້າຫ້ອງການ-ຮອງຫົວໜ້າຫ້ອງການຈາກຂະແໜງການພາຍໃນເມືອງ ແລະ ອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ນໍາເອົາບັນດານິຕິກໍາຕ່າງໆ ທີ່ພົວພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຜີຍແຜ່ໃຫ້ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊືມ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ, ບັນດານິຕິກໍາທີ່ໄດ້ນໍາໄປເຜີຍແຜ່ຄັ້ງນີ້ປະກອບມີ:
- ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ(ສະບັບປັບປຸງ), ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017, ປະກອບມີ 103 ມາດຕາ, ນໍາສະເໜີໂດຍ ທ່ານ ສີຕັນ ເພັນຈັນທາ, ຫົວໜ້າຂະແໜງຄຸ້ມຄອງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ.
- ການຄຸ້ມຄອງສິ່ງແວດລ້ອມດ້ານມົນລະພິດຂອງທຸລະກິດແບບຄອບຄົວ ແລະ ການສ້າງບ້ານຂຽວ, ສະອາດ, ງາມຕາ, ນໍາສະເໜີໂດຍທ່ານ ສູນທອນ ອຸ່ນທະລາ, ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
- ວຽກງານຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງໂຄງການລົງທຶນຕ່າງໆ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມ, ນໍາສະເໜີໂດຍ ທ່ານ ຄໍາມີ ທໍາມະວົງ, ຄະນະພັກຮາກຖານ, ຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
- ວຽກງານການວັດແທກຂຶ້ນທະບຽນອອກໃບຕາດິນ, ການໂອນສິດນໍາໃຊ້ທີ່ດິນ, ການຈົດທະບຽນທີ່ດິນ, ການປະເມີນລາຄາທີ່ດິນ, ການແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ, ການເກັບຄ່າທໍານຽມຕ່າງໆຂອງວຽກງານທີ່ດິນ ແລະ ໄດ້ຊີ້ແຈງບັນຫາຫາງສຽງຂອງສັງຄົມ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນໃນໄລຍະຜ່ານມາ ໃຫ້ພາກລັດ, ເອກະຊົນ ແລະ ພໍ່ແມ່ຊາຊົນພາຍໃນເມືອງ ໄດ້ເຂົ້າໃຈແຕ່ລະຂັ້ນຕອນຕື່ມອິກ, ນໍາສະເໜີໂດຍ ທ່ານ ເຄື່ອງ ສຸລິວັນ ຫົວໜ້າຂະແໜງທີ່ດິນ.
ນອກຈາກນັ້ນໃນກອງປະຊຸມຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືທອດຖອນບົດຮຽນ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໃນການຄຸ້ມຄອງ-ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ.
ການລົງເຄື່ອນໄຫວຊຸກຍູ້ວຽກງານຂອງ ຫົວໜ້າພະແນກ ພ້ອມດ້ວຍຄະນະທິມງານຈາກ ພຊສ ຄັ້ງນີ້, ຍັງໄດ້ລົງຊຸກຍູ້ວຽກງານຮອບດ້ານໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງທີ່ຂຶ້ນກັບ, ເຊິ່ງຄະນະທິມງາມຈາກຂະແໜງການພາຍໃນ ພຊສ ກໍໄດ້ລົງຊຸກຍູ້ວຽກງານວິຊາສະເພາະໃຫ້ກັບບັນດາໜ່ວຍງານພາຍໃນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງແຕ່ລະເມືອງ ໂດຍສະເພາະ ຊຸກຍຸ້ວຽກງານທີ່ຍັງຄົງຄ້າງໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ການສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນ ໃຫ້ໄດ້ຕາມແຜນການປີ 2020 ໃນຈໍານວນ 6.000 ຕອນ ໃນທົ່ວແຂວງ; ເກັບລາຍຮັບວິຊາການໃຫ້ໄດ້ຕາມແຜນ ຫຼື ລື່ນຄາດໝາຍ; ການບັນຈຸສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງ ແລະ ນະໂຍບາຍຕ່າງໆຕໍ່ກັບພະນັກງານ-ລັດຖະກອນພາຍໃຕ້ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ແຖດເໝາະກັບລະດັບວິຊາສະເພາະ, ຄວາມຮູ້ຄວາມສາມາດ ແລະ ຖືກຕ້ອງຕາມລະບຽບການ; ຊຸກຍູ້ໃຫ້ເອົາໃຈໃສ່ການຄຸ້ມຄອງສິ່ງແວດລ້ອມໃຫ້ເຂັ້ມແຂງ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາບັນດາຮ້າງຮ້ານ, ທຸລະກິດແບບຄອບຄົວ, ໂຄງການລົງທຶນຕ່າງໆ, ຕະຫຼອດຮອດການນໍາໃຊ້ຢາຂ້າຫຍ້າ, ຝຸ່ນເຄມີຕ່າງໆທີ່ບໍ່ໄດ້ຮັບອະນຸຍາດທີ່ໄດ້ນໍາໃຊ້ເຂົ້າໃນການຜະລິດກະສິກໍານັ້ນ, ໃຫ້ເຂົ້າສູ່ລະບຽບກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ-ສັງຄົມ ມີສ່ວນຮ່ວມຈາກສັງຄົມແບບຍືນຍົງ.