Star InactiveStar InactiveStar InactiveStar InactiveStar Inactive
 

ໃນວັນທີ 15-26 ຕຸລາ 2020, ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະນໍາຈາກບັນດາຂະແໜງການພາຍໃນ ພຊສ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມພາຍໃນ 5 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ເປີດກອງປະຊຸມລະດັບຂັ້ນເມືອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານຮອງເຈົ້າເມືອງພາຍໃນ 5 ເມືອງ, ມີບັນດາຫົວຫນ້າຫ້ອງການ-ຮອງຫົວໜ້າຫ້ອງການຈາກຂະແໜງການພາຍໃນເມືອງ ແລະ ອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການລົງເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້ ໄດ້ນໍາເອົາບັນດານິຕິກໍາຕ່າງໆ ທີ່ພົວພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຜີຍແຜ່ໃຫ້ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊືມ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ, ບັນດານິຕິກໍາທີ່ໄດ້ນໍາໄປເຜີຍແຜ່ຄັ້ງນີ້ປະກອບມີ:

  1. ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ(ສະບັບປັບປຸງ), ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017, ປະກອບມີ 103 ມາດຕາ, ນໍາສະເໜີໂດຍ ທ່ານ ສີຕັນ ເພັນຈັນທາ, ຫົວໜ້າຂະແໜງຄຸ້ມຄອງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ.
  2. ການຄຸ້ມຄອງສິ່ງແວດລ້ອມດ້ານມົນລະພິດຂອງທຸລະກິດແບບຄອບຄົວ ແລະ ການສ້າງບ້ານຂຽວ, ສະອາດ, ງາມຕາ, ນໍາສະເໜີໂດຍທ່ານ ສູນທອນ ອຸ່ນທະລາ, ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
  3. ວຽກງານຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງໂຄງການລົງທຶນຕ່າງໆ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມ, ນໍາສະເໜີໂດຍ ທ່ານ ຄໍາມີ ທໍາມະວົງ, ຄະນະພັກຮາກຖານ, ຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
  4. ວຽກງານການວັດແທກຂຶ້ນທະບຽນອອກໃບຕາດິນ, ການໂອນສິດນໍາໃຊ້ທີ່ດິນ, ການຈົດທະບຽນທີ່ດິນ, ການປະເມີນລາຄາທີ່ດິນ, ການແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ, ການເກັບຄ່າທໍານຽມຕ່າງໆຂອງວຽກງານທີ່ດິນ ແລະ ໄດ້ຊີ້ແຈງບັນຫາຫາງສຽງຂອງສັງຄົມ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນໃນໄລຍະຜ່ານມາ ໃຫ້ພາກລັດ, ເອກະຊົນ ແລະ ພໍ່ແມ່ຊາຊົນພາຍໃນເມືອງ ໄດ້ເຂົ້າໃຈແຕ່ລະຂັ້ນຕອນຕື່ມອິກ, ນໍາສະເໜີໂດຍ ທ່ານ ເຄື່ອງ ສຸລິວັນ ຫົວໜ້າຂະແໜງທີ່ດິນ.

ນອກຈາກນັ້ນໃນກອງປະຊຸມຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຜູ້ແທນເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືທອດຖອນບົດຮຽນ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໃນການຄຸ້ມຄອງ-ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ.

ການລົງເຄື່ອນໄຫວຊຸກຍູ້ວຽກງານຂອງ ຫົວໜ້າພະແນກ ພ້ອມດ້ວຍຄະນະທິມງານຈາກ ພຊສ ຄັ້ງນີ້, ຍັງໄດ້ລົງຊຸກຍູ້ວຽກງານຮອບດ້ານໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງທີ່ຂຶ້ນກັບ, ເຊິ່ງຄະນະທິມງາມຈາກຂະແໜງການພາຍໃນ ພຊສ ກໍໄດ້ລົງຊຸກຍູ້ວຽກງານວິຊາສະເພາະໃຫ້ກັບບັນດາໜ່ວຍງານພາຍໃນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງແຕ່ລະເມືອງ ໂດຍສະເພາະ ຊຸກຍຸ້ວຽກງານທີ່ຍັງຄົງຄ້າງໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ການສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນ ໃຫ້ໄດ້ຕາມແຜນການປີ 2020 ໃນຈໍານວນ 6.000 ຕອນ ໃນທົ່ວແຂວງ; ເກັບລາຍຮັບວິຊາການໃຫ້ໄດ້ຕາມແຜນ ຫຼື ລື່ນຄາດໝາຍ; ການບັນຈຸສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງ ແລະ ນະໂຍບາຍຕ່າງໆຕໍ່ກັບພະນັກງານ-ລັດຖະກອນພາຍໃຕ້ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ແຖດເໝາະກັບລະດັບວິຊາສະເພາະ, ຄວາມຮູ້ຄວາມສາມາດ ແລະ ຖືກຕ້ອງຕາມລະບຽບການ; ຊຸກຍູ້ໃຫ້ເອົາໃຈໃສ່ການຄຸ້ມຄອງສິ່ງແວດລ້ອມໃຫ້ເຂັ້ມແຂງ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາບັນດາຮ້າງຮ້ານ, ທຸລະກິດແບບຄອບຄົວ, ໂຄງການລົງທຶນຕ່າງໆ, ຕະຫຼອດຮອດການນໍາໃຊ້ຢາຂ້າຫຍ້າ, ຝຸ່ນເຄມີຕ່າງໆທີ່ບໍ່ໄດ້ຮັບອະນຸຍາດທີ່ໄດ້ນໍາໃຊ້ເຂົ້າໃນການຜະລິດກະສິກໍານັ້ນ, ໃຫ້ເຂົ້າສູ່ລະບຽບກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ-ສັງຄົມ ມີສ່ວນຮ່ວມຈາກສັງຄົມແບບຍືນຍົງ.