Star InactiveStar InactiveStar InactiveStar InactiveStar Inactive
 

     

ໃນຕອນແລງຂອງວັນທີ 27 ສິງຫາ 2020 ຜ່ານມານີ້ ຢູ່ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ "ພຊສ" ແຂວງຫຼວງນໍ້າທາ, ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮອບທີ II, ຄັ້ງທີ II ຂອງ 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພຊສ ແຂວງ ຊຶ່ງປະກອບມີ:

     ໜ່ວຍພັກແຜນການ-ກວດກາ, ໜ່ວຍພັກ ທີ່ດິນ-ຕິດຕາມ ແລະ ໜ່ວຍພັກຈັດຕັ້ງ-ບໍລິຫານ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສົມຫວັງ ນາບຸນແພງ ເລຂາຮາກຖານ ພຊສ; ເປັນກຽດເຂົ້າຮ່ວມພິທີດັ່ງກ່າວມີ ສະຫາຍ ຄໍາມີ ທໍາມະວົງ ຄະນະພັກຮາກຖານ, ເລຂາໜ່ວຍພັກທີ່ດິນ ແລະ ຕິດຕາມກວດກາ, ຫົວຫນ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ມີສະຫາຍ ນາງ ອາລຸນນີ ຫຼ້າສຸກັນ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກຈັດຕັ້ງ ແລະ ບໍລິຫານ, ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ; ມີສະຫາຍ ກົງທອງ ແອເຫຼັກ ເລຂາໜ່ວຍພັກແຜນການ ແລະ ກວດກາ, ຫົວຫນ້າຂະແໜງ ແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ; ມີບັນດາຮອງເລຂາໜ່ວຍພັກ 3 ໜ່ວຍທີ່ຂຶ້ນກັບຄະນະພັກຮາກຖານ ພຊສ; ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນພາຍໃນ ພຊສ; ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສະມາຊິພັກສໍາຮອງພາຍໃນ 3 ໜ່ວຍພັກດັ່ງກ່າວເຂົາຮ່ວມ.

       ໃນພິທີດັ່ງກ່າວທັງ 3 ໜ່ວຍພັກກໍໄດ້ຜ່ານບົດປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈໍາປີ 2019 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນປະຈໍາປີ 2020 ຊຶ່ງໄດ້ສະແດງໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ແລະ ສາມາດປະເມີນໄດ້ໜ່ວຍພັກປອດໃສ, ເຂັ້ງແຂງ, ໜັກແໜ້ນຮອດທີ II ປະຈໍາປີ 2019, ພ້ອມທັງວາງທິດທາງແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ໃຫ້ໄດ້ຄັ້ງທີ III ຮອບທີ III.

    ຕອນ​ທ້າຍ​ຂອງ​ພິທີ ສະຫາຍ ສົມຫວັງ ນາບຸນແພງ ເລຂາຮາກຖານ ພຊສ. ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໂດຍ​ສະຫາຍໄດ້​ເນັ້ນ​ໜັກ ​ແລະ ຮຽກຮ້ອງໃຫ້ສະມາຊິກພັກ ຕ້ອງມີແນວຄິດການເມືອງໜັກແໜ້ນ, ເປັນສະມາຊິກພັກທີ່ເຂັ້ມແຂງ, ເປັນແກນນໍາທີ່ກ້າແກ່ນ ​ແລະ ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ມະຫາຊົນ. ນອກນີ້ ສະຫາຍຍັງໄດ້ເໜັ້ນໜັກໃຫ້ສະມາຊິກພັກສົມບູນ ແລະ ສໍາຮອງ, ຕະຫຼຶດຮອດພະນັກງານຫຼັກແຫຼ່ງພາຍໃນໜ່ວຍພັກຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າໄຕ່ຕອງ ແລະ ໝຸນໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການຊີ້ພໍາ-ນໍາພາການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດແລະໜ້າທີ່ໃຫ້ມີຄວາມຮັບຜິດຊອບສູງ, ສືບຕໍ່ຮັກສາມູນເຊື້ອຂອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນສົມກັບນາມມະຍົດທີ່ຍາດມາໄດ້ໃນສອງປີຜ່ານມາ ແລະ ພ້ອມກັນສູ້ຊົນປະຕິບັດ 5 ຫຼັກການ, 3 ທິດຊີ້ນໍາ, 9 ຂໍ້ຫ້າມ ແລະ ມາດຕະການຕ່າງໆຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ.