Print
Star InactiveStar InactiveStar InactiveStar InactiveStar Inactive
 

     

    ໃນຕອນແລງ ເວລາ 1 ໂມງ 30 ນາທີ ຂອງວັນທີ 20-21 ສິງຫາ 2020 ຜ່ານມານີ້ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັວດັວຽກງານ 5 ປີ ຜ່ານມາ ( 2016-2020 ) ຂື້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ພຊສ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມຫວັງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາທ່ານຄະນະພະແນກ ຊສ, ມີຫົວໜ້າຂະແໜງ ຮອງຂະແໜງ ພ້ອມດ້ວຍພະນັກງານລັດຖະກອນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ: 43 ທ່ານ, ຍິງ 20 ທ່ານ.

      ກອງປະຊຸມໃນຄັ້ງນີ້ ພະນັກງານ-ລັດຖະກອນພາຍໃນ ພຊສ ແຕ່ລະທ່ານ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ (2016-2020) ແລະ ແຂ່ງຂັນຍ້ອງຍໍປະຈໍາປີ 2020, ພ້ອມນີ້ບັນດາທ່ານເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານຂອງແຕ່ລະສະຫາຍຢ່າງກົງໄປກົງມາ, ເພື່ອໃຫ້ແຖດເໝາະກັບຜົນການທີ່ຍາດມາໄດ້ຂອງແຕ່ລະທ່ານ. ກອງປະຊຸມ ຍັງໄດ້ປະເມີນຜົນການຈະຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2020 ເພື່ອຄັດເລືອເອົາຜູ້ທີ່ມີຜົນງານດີເດັ່ນ ສະເໜີຂັ້ນເທິງຍ້ອງຍໍ.