Star InactiveStar InactiveStar InactiveStar InactiveStar Inactive
 

     ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ II ຮອບທີ II ປະຈໍາປີ 2019 ແລະ ວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຂອງ ໜ່ວຍພັກ ສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ທີ່ຂື້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,  ໄດ້ຈັດຂື້ນໃນວັນທີ 20 ສິງຫາ 2020 ຢູ່ທີ່ພະແນກດັ່ງກ່າວ, ໂດຍການເປັນປະທານ ຂອງ ສະຫາຍ ສົມຫວັງ ນາບຸນແພງ  ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍເລຂາ, ຄະນະໜ່ວຍພັກ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍ ຕາງໜ້າອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນ ໜ່ວຍເຂົ້າຮ່ວມທັງໝົດ 19 ສະຫາຍ ຍິງ 9 ສະຫາຍ.

      ສະຫາຍ ອອັດ ສິງສະຫວັດ ຄະນະພັກຮາກຖານ, ປະທານກວດກາພັກ ພຊສ, ເລຂາໜ່ວຍພັກສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ຮອງຫົວໜ້າ ພຊສ ໄດ້ຂື້ນຜ່ານບົດປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ II  ຮອບທີ II ປະຈໍາປີ 2019 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ເຊີ່ງເນື້ອໃນຂອງ ບົດໄດ້ສ່ອງແສງ ແລະ ຍົກໃຫ້ເຫັນຜົນສຳເລັດວຽກງານທີ່ພົ້ນເດັ່ນໃນແຕ່ລະດ້ານແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມເນື້ອໃນມາດຖານເງື່ອນໄຂ ຂອງຄະນະພັກຂັ້ນເທິງວາງອອກກໍ່ຄື: ທິດທາງແຜນການຂອງໜ່ວຍພັກຕົນກໍານົດໄວ້,  ໜ່ວຍໄດ້ປະເມີນນຳພາ ດ້ານຄຸນທາດການເມືອງ,   ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ, ດ້ານປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.

     ຕອນ​ທ້າຍ​ຂອງ​ພິທີ  ສະຫາຍ ສົມຫວັງ ນາບຸນແພງ  ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ, ໂດຍ​ໄດ້​ເນັ້ນ​ໜັກ ​ແລະ ຮຽກຮ້ອງໃຫ້ສະມາຊິກພັກຕ້ອງມີແນວຄິດການເມືອງໜັກແໜ້ນເປັນສະມາຊິກພັກທີ່ເຂັ້ມແຂງ, ເປັນແກນນໍາທີ່ກ້າແກ່ນ ​ແລະ ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ມະຫາຊົນ. ນອກນັ້ນ ຍັງໄດ້ເວົ້າເຖິງຄວາມໝາຍຄວາມສໍາຄັນ ຂອງໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມກັນຮັກສາບົດບາດການນຳພາຂອງພັກ ໂດຍສະເພາະແມ່ນການຈັດຕັ້ງເຄື່ອນໄຫວ ປະຕິບັດຕາມກົດລະບຽບຂອງພັກ - ກົດໝາຍຂອງລັດຢ່າງເຄັ່ງຄັດແນ່ໃສ່ສ້າງໃຫ້ໄດ້ໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນໃຫ້ເປັນຮູບປະທຳ.