Print
Star InactiveStar InactiveStar InactiveStar InactiveStar Inactive
 

   

 

 

 ໃນວັນທີ 29 ມີຖຸນາ ຫາວັນທີ 1 ກໍລະກົດ ປີ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນໍ້າທາ ໄດ້ຈັດຊຸດຝຶກອົບຮົມວຽກງານ IT ຂຶ້ນຢູ່ທີ່ຫ້ອງ ປະຊຸມຂອງ ພຊສ ແຂວງຫຼວງນ້ຳທາ, ໂດຍການເປັນປະທານ ຂອງທ່ານ ກົງທອງ ແອ໋ເຫຼັກ ຫົວໜ້າຂະແໜງ ແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 11 ທ່ານ, ເຊິ່່ງມາຈາກ 8 ຂະແໜງ ແລະ ຫຊສ ບັນດາເມືອງ.

ໃນການຝຶກອົບຮົມຄັ້ງນີ້ ໄດ້ເໜັ້ນໜັກເຖິງຈຸດທີ່ສຳຄັນໃນການຄຸ້ມຄອງ ແລະ ນຳໃຊ້ ລະບົບຄອມພິວເຕີ ເປັນຕົ້ນ: ວິທີການຕິດຕັ້ງ Windows 10, ການບຳລຸງຮັກສາລະບົບ Windows 10, ການນຳໃຊ້ Microsoft Office 2016 ເຊັ່ນ: Microsoft Word, Excel, PowerPoint, ວິທີເກັບຮັກສາຂໍ້ມູນໂດຍການໃສ່ລະຫັດປ້ອງກັນຂໍ້ມູນ, ການນຳໃຊ້ເວບໄຊ ກຊສ ແລະ ພຊສ, ການສ້າງບັນຊີ ແລະ ນຳໃຊ້ຊ່ອງ Youtube, Gmail, Google Drive ແລະ ການສ້າງບັນຊີ Google Crome ແລະ ອື່ນໆ. ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຄຸ້ມຄອງ ແລະ ນໍາໃຊ້້ລະບົບຄອມພິວເຕີ ໃຫ້ພະນັກງານ ພາຍໃນ ພຊສ ແລະ ຫຊສ ບັນດາເມືອງ ໄດ້ມີຄວາມສຳນິນານ ແລະ ສາມາດນໍາໃຊ້ເຂົ້າໃນວຽກງານທາງການໄດ້ສະດວກ ແລະ ວ່ອງໄວຂຶ້ນ.