Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນແລງຂອງວັນທີ 16 ມີຖຸນາ 2020 ເວລາ 13:30 ນາທີ ຫາ 16:00 ນາທີ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນ້ຳທາ ໄດ້ເປີດກອງປະຊຸມປຶກສາຫາລືສັງລວມປະເມີນວຽກງານ 3 ສ້າງ, ແຂວງເປັນຫົວໜ່ວຍຍຸດທະສາດ ດ້ານການຄຸ້ມຄອງຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ ພື້ນຖານໂຄງລ່າງເສດຖະກິດ - ສັງຄົມພື້ນຖານວັດຖຸເຕັກເນັກ ແລະ ປົກປັກຮັກສາສິ່ງແວດລ້ອມຂອງກຸ່ມ 5  ຂື້ນຢ່າງເປັນທາງການ.

ໂດຍການເປັນປະທານ ຂອງທ່ານ ສົມຫວັງ ນາບຸນແພງ ຫົວໜ້າພະແນກ ຊສ, ມີຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງຕະຫຼອດຮອດວິຊາການຈາກພະແນກການກ່ຽວຂ້ອງ 6 ພະແນກການ ແລະ 1ອົງການດ ມີ ຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 8 ທ່ານກອງປະຊຸມກໍ່ໄດ້ມີການສົນທະນາປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບໃນການຈັດ ຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນ.