Star InactiveStar InactiveStar InactiveStar InactiveStar Inactive
 

 

        ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໄຂຂຶ້ນ ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 2 ມິຖຸນາ 2020 ຢູ່ທີ່ສະໂມສອນແຂວງ; ໂດຍການເປັນປະທານ ຂອງສະຫາຍ ສົມຫວັງ ນາບຸນແພງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ຄຳໄຫຼ ສີປະເສິດ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໆ ຫຼວງນ້ຳທາ;  ມີຜູ້ແທນສົມບູນເຂົ້້າຮ່ວມທັງໝົດ 44 ສະຫາຍ,​ ຍິງ 16 ສະຫາຍ, ຜູ້ແທນສຳຮອງ 7 ສະຫາຍ, ຍິງ 5 ສະຫາຍ ແລະ ແຂກຖືກເຊີນ 15 ສະຫາຍ, ຍິງ 2 ສະຫາຍ.

ສະຫາຍ ອັອດ ສິງສະຫວັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021 ຫາ 2025, ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ປະກອບມີຄະນະພັກຮາກຖານ 4 ສະຫາຍ, ມີ 4 ໜ່ວຍພັກທີ່ຂື້ນກັບຄື: ໜ່ວຍພັກຈັດຕັ້ງ ແລະ ບໍລິຫານ, ໜ່ວຍແຜນການ ແລະ ກວດກາ, ໜ່ວຍພັກສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ, ໜ່ວຍພັກທີດີນ ແລະ ຕິດຕາມກວດກາ. ມີສະມາຊິກທັງໝົດ 51 ສາຫາຍ, ຍິງ 21 ສະຫາຍ, ໃນນີ້ມີ ສະມາຊິກພັກສົມບູນ 44 ສະຫາຍ, ຍິງ 16 ສະຫາຍ.

ໃນໄລຍະ 5 ປີຜ່ານມາຄະນະພັກຮາກຖານໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງພັກ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂື້ນກ່ວາເກົ່າໂດຍຈັດຕັ້ງປະຕິບັດວຽກງານພັກຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາ, ຖືເອົາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນການປັບປຸງການຈັດຕັ້ງພັກ ແລະ ກໍ່ສ້າງສະມາຊິພັກ, ດ້ານວຽກງານວິຊາສະເພາະ ໄດ້ລົງສໍາຫຼວດວັດແທກທີດິນໄດ້ 17.768 ຕອນ, ສອບສວນສິດໃນທົ່ວແຂວງໄດ້ 9.711 ຕອນ, ເຊັນໃບຕາດິນທົ່ວແຂວງໄດ້ 14.412 ຕອນ, ຕິດຕາມກວດກາ ແຜນຄຸ້ມຄອງສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ຂອງໂຄງການຂະໜາດໃຫ່ຍ ທີ່ໄດ້ຮັບໃບຢັ້ງຢືນທາງດ້ານສິ່ງແວດລອ້ມ EIA ຈໍານວນ 8 ໂຄງການ, ປະຕິບັດກວດກາໄດ້ 10 ຄັ້ງ, ລົງເກັບຕົວຢ່າງນໍ້າ ພ້ອມທັງວັດແທກຄຸນນະພາບນໍ້າ ໜ້າດີນຢູ່ແມ່ນໍ້າຂອງ ເມືອງລອງ ສົ່ງເຂົ້າຫ້ອງທົດລອງສະຖາບັນກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ 47 ຄັ້ງ, ໄດ້ອອກໃບຢັ້ງຢືນຮັບຮອງດ້ານສິ່ງແວດລ້ອມ 228 ສະບັບ, ລົງຕິດຕາມກວດການການຈັດຕັ້ງປະຕິບັດແຜນຄຸ້ມຄອງສິງແວດລ້ອມຂອງກິດຈະການຕ່າງໆ.

ບັນດາສະຫາຍເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄ້ວາ ປະກອບຄໍາຄິດ ຄຳເຫັນ ຕໍ່ກອງປະຊຸມ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ຟົດຟື້ນ ແລະ  ເປັນເອກະສັນກັນ ຮັບຮອງເອົາ ບົດລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນ ແຕ່ປີ 2021-2025, ບົດສໍາຫຼວດ ການນໍາພາລວມຂອງຄະນະພັກຊຸດເກົ່າ; ໃນນັ້ນ ໄດ້ຕີລາຄາ ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນການຊີ້ນຳ ນຳພາ  ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການ 5 ປີ ຕໍ່ໜ້າ ນັບແຕ່ປີ 2021-2025.

ກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຊຸດໃໝ່ ບົນພື້ນຖານ ລວມສູນປະຊາທິປະໄຕ  ທັງຖືກຕ້ອງສອດຄ່ອງ  ກັບມາດຖານເງື່ອນໄຂທີ່ກຳນົດໄວ້.

ເຊິ່ງມີຜູ້ສະໝັກເລືອກຕັ້ງ ຈໍານວນ 8 ສະຫາຍ, ຍິງ1 ສະຫາຍ, ໃນນີ້ຄັດເລືອກໄດ້ຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມຊຸດໃໝ່ ມີຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ; ຄື:

  1. ສະຫາຍ ສົມຫວັງ ນາບຸນແພງ ເປັນເລາຂາ ຄະນະພັກຮາກຖານ
  2. ສະຫາຍ ອັອດ ສິງສະຫວັດ ເປັນຮອງເລຂາຄະນະພັກຮາກຖານ, ເປັນປະທານກວດກາຄະນະພັກຮາກຖານ.
  3. ສະຫາຍ ສຸກສັນ ພົນປະດິດ ເປັນກຳມະການ ຄະນະພັກຮາກຖານ
  4. ສະຫາຍ ຄຳມີ ທຳມະວົງ ເປັນກຳມະການ ຄະນະພັກຮາກຖານ
  5. ສະຫາຍ ນາງ ອາລຸນນີ ຫຼ້າສຸກັນ ເປັນກຳມະການ ຄະນະພັກຮາກຖານ

ພ້ອມນີ້ກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຜູ້ແທນສົມບຸນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຫຼວງນໍ້າທາ ຄັ້ງທີ VIII

ພາຍຫຼັງສຳເລັດການປ່ອນບັດຄັດເລືອກແລ້ວກອງປະຊຸມໃຫຍ່ ໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ຄຳໄຫຼ ສີປະເສີດ ກໍາມະການປະຈຳພັກແຂວງ, ຮອງເຈົ້າແຂວງ ເຊິ່ງສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງ ຄະນະພັກຊຸດເກົ່າທີ່ໄດ້ ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກພັກ-ພະນັກງານ ປະຕິບັດ ໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສຳເລັດຫຼາຍດ້ານພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ເຊີ່ງໄດ້ຮຽກຮ້ອງໃຫ້ ຄະນະພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ສະຫາຍໄດ້ໃຫ້ທິດຊີ້ນຳ ວຽກງານໃນແຕ່ລະດ້ານຢ່າງສ້າງສັນ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດອັນໃໝ່ ຍິ່ງໃຫຍ່ກ່ວາເກົ່າ.