Star InactiveStar InactiveStar InactiveStar InactiveStar Inactive
 

 

ໃນຕອນແລງ ຂອງວັນທີ 26 ພຶດສະພາ 2020 ນີ້ ຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນກຽມໃສ່ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II, ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ; ເຂົ້າຮ່ວມກອງປະຊຸມມີຄະນຈັດຕັ້ງແຂວງ, ມີບັນດາສະຫາຍຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ພາຍໃນ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພຊສ ເຂົ້າຮ່ວມທັງໝົດ 48 ສະຫາຍ, ຍິງ 16 ສະຫາຍ .

 

ກອງປະຊຸມຄັ້ງນີ້ ເພື່ອທາບທາມເອົາສະມາຊິກພັກທີ່ມີເງື່ອນໄຂຄົບຖ້ວນ ເຂົ້າເປັນບຸກຄະລາກອນ ກຽມໃສ່ກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ພຊສ ຄັ້ງທີ II.

ໃນວາລະກອງປະຊຸມ ຄະນະຈັດຕັ້ງແຂວງໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ທີ່ຈະເຂົ້າສະມັກຮັບເລືອກຕັ້ງເປັນຄະນະພັກຮາກຖານຊຸດໃໝ່ ໃນກອງປະຊຸມໃຫຍ່, ພ້ອມທັງໄດ້ດໍາເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນ ເຂົ້າໃນເປົ້າໝາຍສະມັກຮັບເລືອກຕັ້ງໃນກອງປະຊຸມໃຫຍ່, ກອງປະຊຸມຄັ້ງນີ້ມີເປົ້າໝາຍຮັບສະມັກທັງໝົດ 11 ສະຫາຍ, ຍິງ 3 ສະຫາຍ, ໄດ້ຄັດເລືອກເອົາ 8 ສະຫາຍ ເພື່ອກຽມໃສ່ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ພຊສ ຄັ້ງທີ II ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ອະທິບາຍຄໍາສັບຫຍໍ້:

ພຊສ ໝາຍເຖິງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.