Star InactiveStar InactiveStar InactiveStar InactiveStar Inactive
 

ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ I ຂອງ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພຊສ ແຂວງຫຼວງນໍ້າທາ ຢ່າງສຸດໃຈ

     ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະມາຊິກພັກ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຫຼວງນໍ້າທາ ໄດ້ດຳເນີນຂຶ້້ນ ໃນວັນທີ 21 ພຶດສະພາ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຂອງ ພະແນກດັ່ງກ່າວ ພາຍໃຕ້ການເປັນຄະນະປະທານໂຄຍ ສະຫາຍ ກົງທອງ ແອເຫຼັກ ປະທານກວດກາພັກ ຄະນະພັກຮາກຖານ ພຊສ, ເລຂາໜ່ວຍພັກແຜນການ ແລະ ກວດກາ, ຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ; ສະຫາຍ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເລຂາໜ່ວຍພັກຈັດຕັ້ງ ແລະ ບໍລິຫານ; ສະຫາຍຄໍາມີ ທໍາມະວົງ, ເລຂາໜ່ວຍພັກທີ່ດິນ ແລະ ຕິດຕາມກວດກາ, ຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ສະຫາຍ ສູນທອນ ອຸ່ນທະລາ, ເລຂາໜ່ວຍພັກສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ; ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍຜູ້ແທນສົມບູນ. ຜູ້ແທນສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ດໍາເນີນໄປທາມກາງບັນຍາກາດທົ່ວພັກ ທົ່ວປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງການຈັດຕັ້ງພັກ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄ້ວາ ປະກອບຄໍາຄິດ ຄຳເຫັນ ຕໍ່ກອງປະຊຸມ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ຟົດຟື້ນ ແລະ ສຳເລັດຕາມຈຸດປະສົງ ທີ່ວາງໄວ້.

       ໃນກອງປະຊຸມ ບັນດາສະຫາຍຜູ້ແທນໄດ້ຄົ້ນຄ້ວາ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນ ແຕ່ປີ 2021-2025, ບົດສໍາຫຼວດ ການນໍາພາລວມຂອງຄະນະພັກຊຸດເກົ່າ; ໃນນັ້ນ ໄດ້ຕີລາຄາ ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນການຊີ້ນຳ ນຳພາ  ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ໃນ 2 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການ 5 ປີ ຕໍ່ໜ້າ ນັບແຕ່ປີ 2021-2025 ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້:

  1. ສືບຕໍ່ເຮັດໃຫ້ ສະມາຊິກພັກ ພະນັກງານ ມີຄວາມອຸ່ນອຽນທຸ່ນທ່ຽງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່່ ເຮັດໃຫ້ວຽກງານວິຊາສະເພາະມີຄວາມສຳເລັດ ໄດ້ທັງປະລິມານ-ຄຸນນະພາບ ແລະ ທັນກຳນົດເວລາ;
  2. ສືບຕໍ່ ສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມສາມາດ, ມີສີມືດີ, ມີວິຊາການ, ມີສຸຂະພາບແຂງແຮງ ແລະ ເອົາໃຈໃສ່ ປະຕິບັດນະໂຍບາຍ ຕໍ່ສະມາຊິກພັກ ແລະ ພະນັກງານ ໃຫ້ເໝາະສົມ;
  3. ສືບຕໍ່ປັບປຸງ, ສ້າງ ແລະ ຂະຫຍາຍພັກ ຕາມທິດການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ໄດ້ 5 ປີຕິດຕໍ່ກັນ;

      ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊຸດທີ II ບົນພື້ນຖານລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ກຳນົດໄວ້, ຜ່ານການປ່ອນບັດຄັດເລືອກ ໃນກອງປະຊຸມໄດ້ເປັນເອກະສັນເລືອກຕັ້ງເອົາຄະນະໜ່ວຍພັກຊຸຸດໃໝ່ ຂອງແຕ່ລະໜ່ວຍພັກດັ່ງນີ້:

1. ໜ່ວຍພັກ ແຜນການ ແລະ ກວດກາ ມີຜູ້ເຂົ້າຮັບສະໝັກເລືອກຕັ້ງ ຈໍານວນ 3 ສະຫາຍ, ຄັດເລືອກໄດ້ 2 ສະຫາຍ, ຍິງ 1 ສະຫາຍຄື:

1/ ສະຫາຍ ກົງທອງ ແອ໋ເຫຼັກ ເປັນເລຂາໜ່ວຍພັກ

2/ ສະຫາຍ ນາງ ພຸດໄທ ວິໄລສຸກ ເປັນຮອງເລຂາ.

2. ໜ່ວຍພັກ ສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ ມີຜູ້ເຂົ້າຮັບສະໝັກເລືອກຕັ້ງ ຈໍານວນ 5 ສະຫາຍ, ຄັດເລືອກໄດ້ 3 ສະຫາຍ, ຍິງ 1 ສະຫາຍ ຄື:

1/ ສະຫາຍ ອັອດ ສິງສະຫັວດ ເປັນເລຂາໜ່ວຍພັກ

2/ ສະຫາຍສູນທອນ ອຸ່ນທະລາ ເປັນຮອງເລຂາໜ່ວຍພັກ

3/ ສະຫາຍນາງ ກໍ່າແກ້ວ ຫຼ້າດວງສີ ເປັນກໍາມະການກວດກາໜ່ວຍພັກ

3. ໜ່ວຍພັກຈັດຕັ້ງ ແລະ ບໍລິຫານ ມີຜູ້ເຂົ້າຮັບສະໝັກເລືອກຕັ້ງ ຈໍານວນ 3 ສະຫາຍ, ຄັດເລືອກໄດ້ 2 ສະຫາຍ, ຍິງ 1 ສະຫາຍ ຄື:

1/ ສະຫາຍ ສຸກສັນ ພົນປະດິດ ເປັນເລຂາໜ່ວຍພັກ

2/ ສະຫາຍ ນາງ ອາລຸນນີ ຫຼ້າສຸກັນ ເປັນຮອງເລາຂາໜ່ວຍພັກ

4. ໜ່ວຍພັກທີ່ດິນ ແລະ ຕິດຕາມກວດກາ ຊສ ມີຜູ້ເຂົ້າຮັບສະໝັກເລືອກຕັ້ງ ຈໍານວນ 5 ສະຫາຍ, ຄັດເລືອກໄດ້ 3 ສະຫາຍ, ຍິງ 0 ສະຫາຍ ຄື:

1/ ສະຫາຍ ຄໍາມີ ທໍາມະວົງ ເປັນເລຂາໜ່ວຍພັກ

2/ ສະຫາຍ ເຄື່ອງ ສຸລິວັນ ເປັນຮອງເລຂາໜ່ວຍພັກ

3/ ສະຫາຍ ສວນນາລິນ ຕ໋ອມພູວັນ ເປັນກໍາມະການກວດກາໜ່ວຍພັກ

      ກອງປະຊຸມໃຫຍ່ ໄດ້ຮັບຟັງຄຳໂອ້ລົມຈາກສະຫາຍ ສົມຫັວງ ນາບຸນແພງ ເລຂາ ຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງ ຄະນະໜ່ວຍພັກຊຸດເກົ່າທີ່ໄດ້ ເອົາໃຈໃສ່ຊີ້ນຳ-ນຳພາ ພະນັກງານ ສະມາຊິກພັກ ປະຕິບັດ ໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ເຊີ່ງໄດ້ຮຽກຮ້ອງໃຫ້ ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ,  ສະຫາຍໄດ້ໃຫ້ທິດຊີ້ນຳ ວຽກງານໃນແຕ່ລະດ້ານ ຢ່າງສ້າງສັນ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດອັນໃໝ່ ຍິ່ງໃຫຍ່ກ່ວາເກົ່າ.

     ກອງປະຊຸມໃຫຍ່ ຮຽກຮ້ອງໃຫ້ ສະມາຊິກພັກ-ພະນັກງານ ໃນຂອບເຂດຄວາມຮັບຜິດຊອບຂອງໜ່ວຍພັກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູ ນໍ້າໃຈຮັກຊາດ ຮັກລະບອບໃໝ່, ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີ, ຍົກສູງສະຕິ ແລະ ຄວາມຮັບຜິດຊອບ ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່າຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂຶ້ນເລື້ອຍໆ.