Print
Star InactiveStar InactiveStar InactiveStar InactiveStar Inactive
 

 

ໃນຕອນເຊົ້າ ຂອງວັນທີ 15 ພຶດສະພາ 2020 ນີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນກະກຽມໃສ່ກອງປະຊຸມໃຫຍ່ຂອງ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ພະປນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໂດຍການເປັນປະທານຂອງ ສະຫາ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ; ເປັນກຽດເຂົ້າຮ່ວມກອງປະຊຸມ ມີທ່ານ ຄໍາເລົາ ແກ້ວລະກໍາ ຂອງຫົວໜ້າຄະນຈັດຕັ້ງແຂວງ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ ພາຍໃນ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານເຂົ້າຮ່ວມ.

 

ກອງປະຊຸມເພື່ອທາບທາມເອົາສະມາຊິກພັກທີ່ມີເງື່ອນໄຂຄົບຖ້ວນ ເຂົ້າເປັນບຸກຄະລາກອນ ເພື່ອເປີດກອງປະຊຸມໃຫຍ່ ຄັ້ງທີ 1 ຂອງ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພຊສ ຄື:

  1. ໜ່ວຍພັກແຜນການ-ກວດກາ
  2. ໜ່ວຍພັກ ສິ່ງແວດລ້ອມ-ຊັບພະຍາກອນນໍ້າ
  3. ໜ່ວຍພັກທີ່ດິນ- ຕິດຕາມກວດກາ
  4. ໜ່ວຍພັກຈັດຕັ້ງ-ບໍລິຫານ

ໃນວາລະກອງປະຊຸມ ຄະນະຈັດຕັ້ງແຂວງໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະເຂົ້າສະມັກຮັບເລືອກເປັນຄະນະໜ່ວຍພັກຊຸດໃໝ່ ໃນກອງປະຊຸມໃຫຍ່ຂອງໜ່ວຍພັກ, ພ້ອມທັງໄດ້ດໍາເນີນການປ່ອນບັດຂອງແຕ່ລະໜ່ວຍພັກ ເພື່ອຄັດເລືອກເອົາບຸກຄະລາກອນ ເຂົ້າສະມັກຮັບເລືອກຕັ້ງໃນກອງປະຊຸມໃຫຍ່ຂອງແຕ່ລະໜ່ວຍພັກ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.