Star InactiveStar InactiveStar InactiveStar InactiveStar Inactive
 

   

     ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2020 ນີ້ ຢູ່ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ຈັດພິທີສອບເສັງເອົາລັດຖະກອນໃໝ່, ໂດຍໃຫ້ກຽດກ່າວເປີດດໍາເນີນການສອບເສັງ ຂອງທ່ານ ກົງທອງ ແອ໋ເຫຼັກ ປະທານກວດກາຄະນະພັກຮາກຖານ ພຊສ, ຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ພຊສ; ເປັນກຽດເຂົ້າຮ່ວມມີທ່ານ ຄໍາດີ ອິນນະຫຼົງ ຫົວໜ້າຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນ ແຂວງຫຼວງນໍ້າທາ, ມີຄະນະກໍາມະການຄວບຄຸມການສອບເສັງ ຈາກ ພຊສ ແລະ ມີຜູ້ເຂົ້າຮ່ວມສອບເສັງ ທັງໝົດ 12 ຄົນ, ຍິງ 0 ຄົນ ມາຈາກ:

- ພຊສ ແຂວງ 2 ຄົນ,

- ຫຊສ ເມືອງຫຼວງນໍ້າທາ 1 ຄົນ,

- ຫຊສ ເມືອງສິງ 5 ຄົນ,

- ຫຊສ ເມືອງລອງ 3 ຄົນ,

- ຫຊສ ເມືອງວຽງພູຄາ 1 ຄົນ ແລະ

      

     ຈາກການແບ່ງປັນຕົວເລກລັດຖະກອນຂອງລັດຖະບານ, ເຊິ່ງ ກຊສ ໄດ້ຕົວເລກລັດຖະກອນໃໝ່ໃນປີ 2020 ລວມທັງໝົດ 21 ທຶນ ໃນນີ້ ພຊສ ແຂວງຫຼວງນໍ້າທາ ໄດ້ຈໍານວນ 1 ທຶນ; ເພື່ອປະຕິບັດຕາມລະບຽບການ ແລະ ເງື່ອນໄຂໃນການຮັບພະນັກງານລັດຖະກອນໃໝ່ ຕ້ອງໄດ້ຜ່ານການຄັດເລືອກສອບເສັງ.

     ເງື່ອນໄຂຜູ້ທີ່ໄດ້ເຂົ້າຮ່ວມການສອບເສັງຄັ້ງນີ້ ແມ່ນຜູ້ທີ່ໄດ້ເຂົ້າເປັນອາສາສະມັກຢູ່ ຫຊສ ແລະ ພຊສ ນັບແຕ່ປີ 2013 ຄືນຫຼັງ, ພິທີດັ່ງກ່າວກ່ອນດໍາເນີນການສອບເສັງ, ຄະນະກໍາມະການຄວບຄຸມການສອບເສັງ ໄດ້ຜ່ານກົດລະບຽບຂອງການສອບເສັງຄັດເລືອກເອົາລັດຖະກອນໃໝ່ປະຈໍາປີ 2020 ຂອງ ພຊສ ແຂວງຫຼວງນໍ້າທາ ໂດຍກໍານົດເອົາຫຼັກການ, ພິທີການ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການຄວນຄຸມການສອບເສັງ ແລະ ຂໍ້ຫ້າມເຂົ້າໃນການສອບເສັງຄັ້ງນີ້ ເພື່ອເຮັດໃຫ້ການສອບເສັງດໍາເນີນໄປຢ່າງເປັນເອກະພາບ, ໂປ່ງໃສ ສາມາດກວດກາໄດ້ ແລະ ທັນເວລາ ແນ່ໃສ່ຮັບປະກັນຄວາມຍຸຕິທໍາໃຫ້ແກ່ນັກສອບເສັງຕາມເງື່ອນໄຂພື້ນຖານຄວາມຮູ້ ແລະ ຄວາມສາມາດຕົວຈິງ, ການຄັດເລືອກສອບເສັງເອົາລັດຖະກອນໃໝ່ຄັ້ງນີ້ ຈະໄດ້ນໍາເອົາຜົນຂອງການສອບເສັງບວກກັບມາດຖານເງື່ອນໄຂຈາກການປະເມີນຂອງບັນດາກົມກອງທີ່ສະເໜີມາ.

 

ອະທິບາຍຄໍາສັບຫຍໍ້:

ກຊສ ໝາຍເຖິງ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ພຊສ ໝາຍເຖິງ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ຫຊສ ໝາຍເຖິງ: ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ