Star InactiveStar InactiveStar InactiveStar InactiveStar Inactive
 

   

     ອີງຕາມການລາຍງານ ສະພາບໄຟໄໝ້ລາມປ່າ ຂອງທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ ທັງ 5 ເມືອງ ທີ່ຂຶ້ນກັບແຂວງຫຼວງນໍ້າທາ ໃນຄັ້ງວັນທີ 5-6 ເມສາ 2020. ນັບແຕ່ຕົ້ນເດືອນ ມີນາ 2020 ເຖິງປະຈຸບັນ ໄດ້ເກີດມີສະພາບໄຟໄໝ້ລາມປ່າຢູູ່ບັນດາເມືອງ ເກີດຂຶ້ນຢູ່ຫຼາຍກວ່າ 57 ຈຸດ ໃນທົ່ວແຂວງຫຼວງນໍ້າທາ ໃນນີ້ລວມທັງເນື້ອທີ່ປ່າສະຫງວນແຫ່ງຊາດນໍ້າຫ້າ, ປ່າປ້ອງກັນແຫ່ງຊາດພູສາມຍອດ, ປ່າສະຫງວນຂອງເມືອງ, ປ່າສະຫງວນຂອງບ້ານ,  ປ່າປ້ອງກັນຂອງບ້ານ, ປ່າຜະລິດຂອງບ້ານ, ສວນຢາງພາລາຂອງປະຊາຊົນ ແລະ ບໍລິສັດ, ສວນອ້ອຍ, ສວນຊາ ແລະ ອື່ນໆ ໃນນັ້ນນອນຢູ່ໃນເຂດຄຸ້ມຄອງຂອງບ້ານລວມມີທັງໝົດ 62 ບ້ານພາຍໃນ 5 ເມືອງ, ເນື້ອທີ່ປ່າໄມ້ຖືກໄຟໄໝ້ລາມເສຍຫາຍທັງໝົດ ຫຼາຍກວ່າ 13.500 ເຮັກຕາ (ມີບາງເມືອງຍັງບໍ່ທັນໄດ້ປະເມີນຜົນເສຍຫາຍເທື່ອ). ລາຍລະອຽດເກີດຂຶ້ນຢູ່ແຕ່ລະເມືອງດັ່ງນີ້:

1. ເມືອງຫຼວງນໍ້າທາ: ໄຟເລີ້ມໄໝ້ມາແຕ່ຕົ້ນເດືອນ ມີນາ 2020 ມາຮອດປະຈຸບັນ, ທົ່ວເມືອງເກີດມີໄຟໄໝ້ລາມປ່າທັງໝົດ 17 ຈຸດ, ກວມເອົາເຂດຄຸ້ມຄອງຂອງບ້ານຈໍານວນຫຼາຍ, ໃນນັ້ນມີເນື້ອທີ່ປ່າສະຫງວນແຫ່ງຊາດນໍ້າຫ້າ, ປ່າປ້ອງກັນແຫ່ງຊາດພູສາມຍອດ, ປ່າສະຫງວນຂອງເມືອງ, ປ່າສະຫງວນຂອງບ້ານ, ປ່າຜະລິດຂອງບ້ານ, ສວນຢາງພາລາຂອງປະຊາຊົນ ແລະ ບໍລິສັດ (ສໍາລັບເນື້ອທີ່ຖືກເສຍຫາຍຈາກໄຟໄໝ້ ແລະ ຜົນກະທົບຕົວຈິງ ແມ່ນຍັງບໍ່ທັນສາມາດສະຫຼຸບໄດ້).

2. ເມືອງສິງ: ໄຟເລີ້ມໄໝ້ມາແຕ່ ວັນທີ 7 ມີນາ 2020 ມາຮອດປະຈຸບັນ, ທົ່ວເມືອງ ເກີດມີໄຟໄໝ້ລາມປ່າທັງໝົດ 2 ຈຸດຄື: ເຂດຊາຍແດນລາວ-ຈີນ ຫຼັກໝາຍເລກທີ 42-43 ແລະ ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ເຊິ່ງເນື້ອທີ່ທັງໝົດໄດ້ຮັບຜົນກະທົບຈໍານວນ 13.059 ເຮັກຕາ ໃນນັ້ນມີສວນຢາງພາລາຂອງປະຊາຊົນ ແລະ ບໍລິສັດ ຈໍານວນ 59,9 ເຮັກຕາ.

3. ເມືອງລອງ: ໄຟເລີ້ມໄໝ້ມາແຕ່ ວັນທີ 22 ມີນາ 2020 ມາຮອດປະຈຸບັນ ທົ່ວເມືອງ ເກີດມີໄຟໄໝ້ລາມປ່າທັງໝົດ 24 ຈຸດ ໃນ 8 ກຸ່ມບ້ານ, ກວມເອົາເຂດເນື້ອທີ່ຄຸ້ມຄອງຂອງບ້ານຈໍານວນຫຼາຍ, ໃນນັ້ນມີເນື້ອທີ່ ປ່າສະຫງວນແຫ່ງຊາດນໍ້າຫ້າ, ປ່າສະຫງວນຂອງເມືອງ, ປ່າສະຫງວນຂອງບ້ານ, ປ່າຜະລິດຂອງບ້ານ, ສວນຢາງພາລາ, ສວນອ້ອຍ ແລະ ສວນຊາ ຂອງປະຊາຊົນ, ລວມເນື້ອທີ່ເສຍຫາຍທັງໝົດ 200 ກວ່າເຮັກຕາ.

4. ເມືອງວຽງພູຄາ: ໄຟເລີ້ມໄໝ້ມາແຕ່ຕົ້ນເດືອນ ມີນາ 2020 ມາຮອດປະຈຸບັນ ທົ່ວເມືອງ ເກີດມີໄຟໄໝ້ລາມປ່າທັງໝົດ 8 ຈຸດ,  ກວມເອົາເຂດເນື້ອທີ່ຄຸ້ມຄອງຂອງບ້ານຈໍານວນ 13 ບ້ານ, ໃນນັ້ນມີເນື້ອທີ່ ປ່າສະຫງວນແຫ່ງຊາດນໍ້າຫ້າ, ປ່າສະຫງວນຂອງເມືອງ, ປ່າສະຫງວນຂອງບ້ານ, ປ່າຜະລິດຂອງບ້ານ, ສວນຢາງພາລາຂອງປະຊາຊົນ ແລະ ບໍລິສັດ, ສໍາລັບເນື້ອທີ່ຖືກເສຍຫາຍແມ່ນຍັງບໍ່ສາມາດສະຫຼຸບໄດ້ເທື່ອ.

5. ເມືອງນາແລ: ໄຟເລີ້ມໄໝ້ມາແຕ່ຕົ້ນເດືອນ ມີນາ 2020 ມາຮອດປະຈຸບັນ ທົ່ວເມືອງ ເກີດມີໄຟໄໝ້ລາມປ່າທັງໝົດ 6 ຈຸດ, ໃນນັ້ນມີເນື້ອທີ່ ປ່າສະຫງວນຂອງເມືອງ, ປ່າສະຫງວນຂອງບ້ານ ແລະ ປ່າຜະລິດຂອງບ້ານ, ເນື້ອທີ່ຖືກເສຍຫາຍ ຫຼາຍກວ່າ 60 ເຮັກຕາ.

 

     ຕະຫຼອດໄລຍະຜ່ານມາ ຄະນະນໍາຂອງແຂວງ, ຂອງເມືອງ ຕະຫຼອດຮອດອົງການປົກຄອງບ້ານ ມີຄວາມເປັນຫ່ວງເປັນໄຍ, ຈຶ່ງໄດ້ລະດົມກໍາລັງທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງຫຼວງນໍ້າທາ ລວມທັງໝົດເກືອບ 9.000 ຄົນ ເພື່ອຊ່ວຍກັນເຂົ້າໄປສະກັດກັ້ນ-ມອດໄຟໄໝ້ລາມປ່າດັ່ງກ່າວ, ແຕ່ຍ້ອນໄຟໄໝ້ເປັນບໍລິເວນກວ້າງ, ບາງບ່ອນເປັນເຂດພູສູງຊັນ ບວກກັບສະພາບອາກາດແຫ້ງແລ້ງ ຈຶ່ງສາມາດດັບມອດໄດ້ເປັນບາງຈຸດ ແລະ ຍັງອິກຫຼາຍຈຸດທີ່ຍັງບໍ່ສາມາດດັບມອດໄດ້, ສ່ວນບັນດາຈຸດທີ່ຍັງບໍ່ທັນສາມາດດັບມອດໄດ້ ແມ່ນຈະໄດ້ສຶບຕໍ່ລະດົມກໍາລັງຊ່ວຍກັນສະກັດກັ້ນ ແລະ ມອດໄຟໃຫ້ສໍາເລັດ.

ຜ່ານການຈັດຕັ້ງປະຕິບັດການແກ້ໄຂບັນຫາໄຟໄໝ້ລາມປ່າຂອງແຕ່ລະເມືອງ ພາຍໃນແຂວງຫຼວງນໍ້າທາ ສາມາດຕີລ່າຄາ ເຖິງສາເຫດທີ່ພາໃຫ້ເກີດໄຟໄໝ້ລາມປ່າຄັ້ງນີ້, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກດັ່ງນີ້:

  • ສາເຫດທີ່ພາໃຫ້ເກີດໄຟໄໝ້ລາມປ່າ:
  1. ຍ້ອນສະພາບດິນຟ້າອາກາດແຫ້ງແລ້ງ, ລະດູຝົນປີຜ່ານມາຝົນຕົກໜ້ອຍ ປະລິມານນໍ້າຝົນຫຼຸດເກນປົກກະຕິ.
  2. ອາດເກີດຂຶ້ນຈາກປະຊາຊົນ ແລະ ຊາວສວນຈໍານວນໜຶ່ງ ມີການຈູດໄຮ່, ສວນເພື່ອອະນາໄມ ໂດຍບໍ່ມີວິທີການປ້ອງກັນທີ່ດີ.
  3. ອາດເກີດຈາກກຸ່ມຄົນຈໍານວນໜຶ່ງ ໂດຍຕັ້ງໃຈຈູດ ເພື່ອລ່າເນື້ອ, ຈູດເພື່ອເອົາເຜີ້ງ, ຫຼືການເຂົ້າໄປຊອກຢູ່ຫາກິນຢູ່ໃນປ່າຂອງປະຊາຊົນຈໍານວນໜຶ່ງ ມີການດັງໄຟແຕ່ງກີນແລ້ວບໍ່ດັບມອດ ແລະ ອື່ນໆ.

 

  • ຂໍ້ສະດວກ:
  1. ຍ້ອນຄວາມເປັນຫວ່າງເປັນໄຍ ແລະ ເອົາໃຈໃສ່ຈາກຄະນະນໍາຂອງແຂວງ, ຂອງເມືອງ, ຂອງບ້ານ, ຕະຫຼອດຮອດຄວາມຮ່ວມມືຂອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະນັກງານຂະແໜງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນບັນດາບ້ານທີ່ຢູ່ໃນພື້ນທີ່ເກີດເຫດ.
  2. ບັນດາທ່ານ ຜູ້ປະກອບການພາຍໃນແຂວງໄດ້ປະກອບສວ່ນນໍ້າດື່ມ ແລະ ກໍາລັງແຮງງານຈໍານວນໜຶ່ງ.
  • ຂໍ້ຫຍຸ້ງຍາກ:
  1. ສະພາບພື້ນທີ່ຖືກໄຟໄໝ້ ສ່ວນຫຼາຍແມ່ນເປັນພູສູງຊັນ, ຫ່າງໄກຈາກບ້ານປະຊາຊົນ, ຫ່າງໄກຈາກແຫຼ່ງນໍ້າ, ບັນດາຫ້ວຍນໍ້າບົກແຫ້ງ.
  2. ຄວາມເປັນເຈົ້າການໃຫ້ຄວາມຮ່ວມມືຂອງປະຊາຊົນຈໍານວນໜຶ່ງຍັງບໍ່ມີ, ຍ້ອນຖືກຊ່ວງການລະບາດຂອງພະຍາດໂຄວິດ-19.
  3. ຂາດເຂີນດ້ານງົບປະມານ ເພື່ອໃຊ້ຈ່າຍເຂົ້າໃນຂະບວນການດັ່ງກ່າວ.

ບົດລາຍງານສະພາບໄຟຟໄໝ້ປ່າ ເລກທີ 152/ພຊສ, ລົງວັນທີ 7 ເມສາ 2020