ເຖິງ: ສຳນັກງານອົງການລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ຄອບຄອງສິດນຳໃຊ້ທີ່ດິນແຕ່ລະຕອນຊາບ.
ເລື່ອງ: ປະກາດແຈ້ງການໃນການອອກໃບຕາດິນຖາວອນ, ຫາຜູ້ຂັດຄ້ານໃຫ້ແກ່ຜູ້ຄອບຄອງນຳໃຊ້ທີ່ດິນ ໃນເຂດໂຄງການ ADB
ອິງໃສ່: ກົດໝາຍທີ່ດິນ ສະບັບ 04/ສພຊ, ລົງວັນທີ 21 / 10 / 2003, ມາດຕາ 49 ກ່ອນການອອກໃບຕາດິນ.
ອີງໃສ່: ຄູ່ມືແນະນຳ ວ່າດ້ວຍການສຳຫລວດ-ວັດແທກຂື້ນທະບຽນອອກໃບຕາດິນ ແລະ ສ້າງແຜນທີ່ຕາດິນ ສະບັບເລກທີ່ 6036/ກຊສ, ລົງວັນທີ 27 ສີງຫາ 2014.
ຂະແໜງທີ່ດິນ ( ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ) ໄດ້ອອກປະກາດແຈ້ງການເຖິງທຸກໆ ພາກສ່ວນ ສຳນັກງານອົງການລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ຄອບຄອງສິດນຳໃຊ້ທີ່ດິນແຕ່ລະຕອນຊາບວ່າ: ການສຳຫລວດ-ວັດແທກພິສຸດຫລັກຖານອອກໃບຕາດິນຂອງໂຄການຊົນນະບົດພາກເໜືອໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນຢູ່ບັນດາບ້ານເປົ້າໝາຍ ແລະ ຢູ່ໃນບ້ານເປົ້າໝາຍຂອງໂຄງການມີຄື: ບ້ານ ທົ່ງອົ້ມ, ບ້ານ ປຸ່ງ, ບ້ານ ນານ້ອຍ, ບ້ານ ປ່າສັກ, ບ້ານ ໃໝ່, ບ້ານ ດອນມຸນ, ບ້ານ ທ່າອໍ້ ແລະ ບ້ານ ໂພນໄຊສະຫວ່າງ ເມືອງ ແລະ ແຂວງ ຫລວງນໍ້າທາ ແມ່ນຢູ່ຂັ້ນຕອນປະກາດແຈ້ງການຫາຜູ້ຂັດຄ້ານ ຖ້າຫາກວ່າທ່ານໃດຍັງເຫັນວ່າ ການວັດແທກທີ່ຈະອອກໃບຕາດິນ ຍັງເຫັນວ່າບໍ່ທັນຖຶກກັບຕົວຈິງຂອງການຄຸ້ມຄອງສິດນຳໃຊ້ທີ່ດິນຕົວຈິງທີ່ມີລາຍຊື່ຕິດຂັດມານີ້ແມ່ນຂໍສະເໜີໃຫ້ທ່ານຢືນຄຳຮ້ອງຂັດດຄ້ານເຂົ້າມາຫາຂະແໜງທີ່ດິນແຂວງ (ຕັ້ງຢູ່ບ້ານ ນາຫ້ອມ ຕິດກັບຖະໜົນ 6 ພຶດສະພາ) ກຳນົດເວລາພາຍໃນ 30 ວັນເລີ່ມແຕ່ວັນທີ 6 ມີນາ 2020 ເຖິງ 6 ເມສາ 2020 ເມື່ອ ຄົບ 30 ວັນແລ້ວ ຖ້າຫາກບໍ່ມີຜູ້ໃດມາສະເໜີຂັດຄ້ານ ແຕ່ຢ່າງໃດ ແມ່ນຈະໄດ້ອອກໃບຕາດິນໃຫ້ແກ່ຜູ້ເຈົ້າຂອງສິດນຳໃຊ້ທີ່ດິນໃນຈຳນວນ 473 ຕອນ ( ມີບັນຊີລາຍຊື່ ລະອຽດແຕ່ລະຕອນດິນຄັດຕິດມາພ້ອມນີ້ )
ດັ່ງນັ້ນ, ຈືງປະກາດແຈ້ງການມາຍັງທ່ານເພື່ອຊາບ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຮອງຫົວໜ້າຂະແໜງທີ່ດິນແຂວງ
ສວນນາລິນ ຕອມພູວັນ
ລາຍຊື່ ຂອງເຈົ້າຂອງທີ່ດິນ ທີ່ຢູ່ແຕ່ລະບ້ານ... ອ່ານ ຫຼື ດາວໂຫລດ