Star InactiveStar InactiveStar InactiveStar InactiveStar Inactive
 

 

ເຖິງ: ສຳ​ນັກ​ງານ​ອົງ​ການ​ລັດ ແລະ ເອ​ກະ​ຊົນ, ພະ​ນັກ​ງານ​, ທະ​ຫານ, ຕຳ​ຫລວດ ແລະ ປະ​ຊາ​ຊົນ ຜູ້​ຄອບ​ຄອງ​ສິດ​ນຳ​ໃຊ້​ທີ່​ດິນ​ແຕ່​ລະ​ຕອນ​ຊາບ.

ເລື່ອງ: ປະ​ກາດ​ແຈ້ງ​ການ​ໃນ​ການ​ອອກ​ໃບ​ຕາ​ດິນ​ຖາ​ວອນ, ຫາ​ຜູ້​ຂັດ​ຄ້ານ​ໃຫ້​​ແກ່ຜູ້​ຄອບຄອງ​​ນຳ​ໃຊ້​ທີ່​ດິນ ໃນ​ເຂດ​ໂຄງ​ການ ADB

ອິງ​ໃສ່: ກົດ​ໝາຍ​ທີ່​ດິນ ສະ​ບັບ 04/ສ​ພ​ຊ, ລົງ​ວັນ​ທີ 21 / 10 / 2003, ມາດ​ຕາ 49 ກ່ອນ​ການ​ອອກ​ໃບ​ຕາ​ດິນ.

ອີງ​ໃສ່​: ຄູ່​ມື​ແນະ​ນຳ ​ວ່າ​ດ້ວຍ​ການ​ສຳ​ຫລວດ​-ວັດ​ແທກ​ຂື້ນ​ທະ​ບຽນ​ອອກ​ໃບ​ຕາ​ດິນ ແລະ ສ້າງ​ແຜນ​ທີ່​ຕາ​ດິນ ສະ​ບັບ​ເລກ​ທີ່  6036/ກ​ຊ​ສ, ລົງ​ວັນ​ທີ  27 ສີງ​ຫາ 2014.

ຂະ​ແໜງ​​ທີ່​ດິນ ( ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສີ່ງ​ແວດ​ລ້ອມ ) ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ເຖິງ​ທຸກໆ ພາກ​ສ່ວນ ສຳ​ນັກ​ງານ​ອົງ​ການ​ລັດ ແລະ ເອ​ກະ​ຊົນ, ພະ​ນັກ​ງານ​, ທະ​ຫານ, ຕຳ​ຫລວດ ແລະ ປະ​ຊາ​ຊົນ ຜູ້​ຄອບ​ຄອງ​ສິດ​ນຳ​ໃຊ້​ທີ່​ດິນ​ແຕ່​ລະ​ຕອນ​ຊາບວ່າ: ການ​ສຳ​ຫລວດ-ວັດ​ແທກ​ພິ​ສຸດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນຂອງ​ໂຄ​ການ​ຊົນ​ນະ​ບົດ​ພາກ​ເໜືອ​​ໃຫ້​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນ​ດາ​ບ້ານເປົ້າ​ໝາຍ ​ແລະ ​ຢູ່​ໃນ​ບ້ານ​ເປົ້າ​ໝາຍ​ຂອງ​ໂຄງ​ການມີ​ຄື: ​ ​ບ້ານ ທົ່ງ​ອົ້ມ, ບ້ານ ປຸ່ງ, ບ້ານ ນາ​ນ້ອຍ, ບ້ານ ປ່າ​ສັກ, ບ້ານ ໃໝ່, ບ້ານ ດອນ​ມຸນ, ບ້ານ ​ທ່າ​ອໍ້ ແລະ ບ້ານ​ ໂພນ​ໄຊ​ສະ​ຫວ່າງ  ​ເມືອງ ແລະ​ ແຂວງ ຫລວງ​ນໍ້​າ​ທາ ແມ່ນ​ຢູ່​​ຂັ້ນ​ຕອນ​ປະ​ກາດ​ແຈ້ງ​ການ​ຫາ​ຜູ້​ຂັດ​ຄ້ານ ຖ້າ​ຫາກວ່າ​ທ່ານ​ໃດ​ຍັງ​ເຫັນ​ວ່າ​  ການ​ວັດ​ແທກ​ທີ່​ຈະ​ອອກ​ໃບ​ຕາ​ດິນ ຍັງ​ເຫັນ​ວ່າບໍ່​​ທັນຖຶກ​ກັບ​ຕົວ​ຈິງ​ຂອງ​ການ​ຄຸ້ມ​ຄອງ​ສິດ​ນຳ​ໃຊ້​ທີ່​ດິນ​​ຕົວ​ຈິງທີ່​ມີ​ລາຍ​ຊື່​ຕິດ​ຂັດ​ມານີ້​ແມ່ນຂໍ​ສະ​ເໜີ​ໃຫ້​ທ່ານ​​ຢືນ​ຄຳ​ຮ້ອງ​​ຂັດດ​ຄ້ານ​​ເຂົ້າ​ມາ​ຫາ​ຂະ​ແໜງ​ທີ່​ດິນ​ແຂວງ (ຕັ້ງ​ຢູ່​ບ້ານ ນາ​ຫ້ອມ ຕິດ​ກັບ​ຖະ​ໜົນ 6 ພຶດ​ສະ​ພາ) ກຳ​ນົດ​ເວ​ລາ​ພາຍ​ໃນ 30 ວັນ​ເລີ່ມ​ແຕ່ວັນ​ທີ  6 ມີ​ນາ  2020 ເຖິງ 6 ເມ​ສາ 2020 ເມື່ອ ຄົບ 30 ວັນ​ແລ້ວ ຖ້າ​ຫາກບໍ່​ມີ​ຜູ້​ໃດ​ມາ​​ສະ​ເໜີ​ຂັດ​ຄ້ານ ​ແຕ່​ຢ່າງ​ໃດ​ ແມ່ນຈະ​ໄດ້​​ອອກ​ໃບ​ຕາ​ດິນ​ໃຫ້​ແກ່​ຜູ້​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ​ໃນ​ຈຳ​ນວນ  473 ຕອນ ( ​ມີບັນ​ຊີ​ລາຍ​ຊື່ ລະ​ອຽດ​ແຕ່​ລະ​ຕອນ​ດິນ​ຄັດ​ຕິດ​ມາ​ພ້ອມນີ້ )

ດັ່ງ​ນັ້ນ, ຈືງ​ປະ​ກາດ​ແຈ້ງ​ການ​ມາ​ຍັງ​ທ່ານ​ເພື່ອ​ຊາບ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ.

ຮອງຫົວ​ໜ້າ​ຂະ​ແໜງທີ່​ດິນ​ແຂວງ

            ສວນນາລິນ ຕອມພູວັນ

 

 ລາຍຊື່ ຂອງເຈົ້າຂອງທີ່ດິນ ທີ່ຢູ່ແຕ່ລະບ້ານ... ອ່ານ ຫຼື ດາວໂຫລດ

ຟັງສຽງ