Print
Star InactiveStar InactiveStar InactiveStar InactiveStar Inactive
 

ກົມແຜນການ ແລະ ການຮ່ວມມື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ ວຽກງານງານຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ; ກອງປະຊຸມໄດ້ເປີດຂຶ້ນຢູ່ທີ

ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານຂອງ ທ່ານ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນທິມງານຈາກກົມແຜນການ ແລະ ການຮ່ວມມື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ເພື່ອຕິດຕາມຊຸກຍູ້ ແລະ ຄົ້ນຄວ້າປຶກສາຫືໃນການຈັດຕັ້ງປະຕິບັດ ວຽກງານແຜນການ, ສະຖິຕິ ແລະ ວຽກງານການຮ່ວມມື ຂອງພະແນກຊັບພະນາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫຊສ ເມືອງ.

- ກອງປະຊຸມໄດ້ນໍາສະເໜີ ຂໍ້ຄົງຄ້າງ ແລະ ວຽກງານທີ່ຕ້ອງໄດ້ເອົາໃຈໃສ່ໃນການສ້າງແຜນ 5 ປີ (2021-2025) ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ທີ່ຕິດພັບກັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

- ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ນໍາສະເໜີຫຍໍ້ກ່ຽວກັບການກະກຽມແຜນ 5 ປີ (2021-2025) ໂດຍສະເພາະຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ປຜນ 5 ປີ ໄດ້ຖືກຮັບຮອງຢ່າງເປັນທາງການ.

- ໄດ້ມີການນໍາສະເໜີຄວາມຄືບໜ້າ ແລະ ປຶກສາຫາລື ໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ໄດ້ຮັບທຶກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມທັງປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ ໂດຍສະເພາະ ກອບແນວຄວາມຄິດ ໃນການນໍາໃຊ້ງົບປະມານເຂົ້າໃນກິດຈະກໍາອື່ນໆ ໃນວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ.

- ໃນໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ນໍາສະເໜີທິດທາງ ວຽກງານຮ່ວມມື ພາກພື້້ນ, ສາກົນ ແລະ ສົນທິສັນຍາ ພານໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າ.