Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນເຊົ້າຂອງວັນທີ 16 ມີນາ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ  ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນການ 3 ເດືອນຕົ້ນປີ ຂອງໄຕມາດ1 ແລະ ທິດທາງແຜນການ 3 ເດືອນ ຂອງໄຕມາ2 ປີ 2020, ຢຸ່ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ສົມຫັວງ ນາບຸນແພງ ຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຄະພະແນກ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັກຖະກອນພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດແຜນການ 3 ເດືອນຕົ້ນປີ ຂອງໄຕມາດ1 ປີ 2020 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສາມາດຈັດຕັ້ງປະຕິບັດສໍາເລັດໄດ້ດັ່ງນີ້:

1. ວຽກງານ ແຜນການ, ການເງິນ ແລະ ຂໍ້ມຸນຂ່າວສານ.

  • ເຜີຍແຜ່ຂໍ້ມູນຂ່າວສານ, ນິຕິກຳກ່ຽວກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທາງສື່ ຕ່າງໆ ຂຽນ ແລະ ລົງຂ່າວໄດ້ 11 ຂ່າວ ; ຈັດລາຍການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທາງ ວິທະຍຸ FM ຫຼວງນໍ້ທາ ໄດ້ 10 ຄັ້ງ ເທົ່າກັບ 85 % ຂອງແຜນ 3 ເດືອນ 12 ຄັ້ງ.
  • ສຳເລັດການຈັດກອງປະຊຸມຊູກຍູ້ການຈັດຕັ້ງປະຕິບັດວຽກງານແຜນການ-ສັງລວມແຜນການ 5 ປີ 2016-2020 ແລະ ກະກ່ຽມສ້າງແຜນ 5 ປີ 2021-2025 ຂອງ ພຊສ.
  • ລົງເຜີຍແຜ່ຊູກຍູ້ວຽກງານຂໍ້ມູນຂ່າວໃຫ້ ຫ້ອງ ຊສ 3 ເມືອງ: ເມືອງສີງ, ເມືອງລອງ ແລະ ເມືອງວຽງພູຄາ.
  • ເກັບລາຍຮັບວິຊາການເກີດຂື້ນໃນ 3 ເດືອນ 2020 ໄດ້ 644.000 ກີບ ແລະ ລວມໝົດທົ່ວແຂວງໄດ້ 162.311.000 ກີບເທົ່າກັບ 20% ຂອງແຜນການປີ.
  • ສຳເລັດການເປີດຊອງປະມູນການຈັດຊື້ ຫຼື ຈັດຈ້າງ ແລະ ເຊັນສັນຍາ ໂຄງການກໍ່ສ້າງຫ້ອງການຫ້ອງຊັບພະນຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 2 ເມືອງ ຄື: ຫຊສ ເມືອງນໍ້າທາ ແລະ ຫຊສ ເມືອງສີງ.
  • ສຳເລັດການຈັດກອງປະຊູມຖອດຖອນບົດຮຽນວຽກງານັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະຫວ່າງ ພຊສ 7 ແຂວງ.

2. ວຽກງານຈັດຕັ້ງ ແລະ ກວດກາ

  • ສະເໜີໃບຍ້ອງຍໍເຈົ້າແຂວງຈຳນວນ 42 ຄົນ ແລະ ໃບຊົມເຊີຍຈຳນວນ 16 ຄົນ.
  • ສຳເລັດການປະເມີນລັດຖະກອນ ພຊສ ປະຈຳປີ 2019 ໄດ້ 100%
  • ສຳເລັດການສະຫຼຸບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.
  • ສຳເລັດການນໍາສົ່ງນັກສືສາລົງຝືກງານຂະແໜງນໍ້າ ແລະ ອຸຕຸນິຍົມຈຳນວນ 5 ຄົນ.
  • ສຳເລັດການລົງກວດກາວັດຖຸອຸປະກອນຮັບໃຊ້ ພະແນກປະຈຳປີ2019
  • ສຳເລັດການຕິດຕັ້ງຕູ້ຮັບຄຳຮ້ອງ-ຄຳສະເໜີຂອງພະແນກ
  • ສະຫຼຸບການເຄື່ອນໄຫວວຽກງານຕິດຕາມກວດກາການສະກັດກັ້ນ,ຕ້ານການສໍ້ລາດບາງຫຼວງປະຈຳປີ 2019 ແລະ ການປະຕິບັດຍຸດະສາດຕາມການສໍ້ລາດບາງຫຼວງ 2020
  • ເຂົ້າຮ່ວມກວດກາການອອກໃບຕາມດິນຊໍ້າຊ້ອນຈຳນວນ 3 ຕອນຢູ່ເມືອງນໍ້າທາ 1 ຄັ້ງ.

3. ວຽກງານທີ່ດິນ.

  • ສໍາຫຼວດວັດແທກທີ່ດິນໄດ້: 248 ຕອນ= 21% ຂອງແຜນປີ 6.000ຕອນ;
  • ອອກໃບຕາດິນ ທົ່ວແຂວງໄດ້ 531 ໃບ = 27 %ຂອງແຜນປີ
  • ແຈກໃນຕາດິນ 358 ຕອນ= 26%ຂອງແຜນປີ
  • ສອບສວນສິດ 954ຕອນ , ຈັດປະເພດທີ່ດິນ 032ຕອນ, ຈົດຜ່ານທະບຽນສັນຍາຊວດຈຳ ໄດ້ 147 ຕອນ  ຈົດຜ່ານທະບຽນໂອນສິດນຳໃຊ້ທີ່ດິນໄດ້ 21 ຕອນ.

4. ວຽກງານ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ

  • ລົງເກັບຕົວຢ່າງຄຸນນະພາບນໍ້າຂອງສົ່ງໃຫ້ສູນວິໄຈນໍ້າ​ ໄດ້ 3 ຄັ້ງ, ມີ 6 ທ່ານ, ຍິງ 5 ທ່ານທຽບແຜນເດືອນ= 100%.
  • ລົງເກັບຕົວຢ່າງ ແລະ ວັດແທກຄຸນນະພາບນໍ້າໜ້າດິນ ຢູ່ເມືອງວຽງພູຄາ 8 ຈຸດ 2 ຄັ້ງ.
  • ເຂົ້າຮ່ວມນໍາທີມງານກົມອຸຕຸນິຍົມ ແລະ ອຸທົກກະສານ ລົງຕິດຕັ້ງເຄືອງອຸປະກອນວັດແທກລະດັບນໍ້າຂອງ ໂຄງການປັນປຸງລະບົບການສັງເກດຮອບວຽນລະດັບນໍ້າຂອງທີ່ບ້ານຊຽງກົກ ເມືອງລອງ.
  • ອຸ່ນຫະພູມສະເລ່ຍ= 21,9 ອົງສາ​ເຊ, ອຸ່ນຫະພູມສູງສຸດ =32,8 ອົງສາ​ເຊ ວັນທີ26/2/2020 ແລະ ອຸ່ນຫະພູມຕໍ່າສຸດ = 03,5 ອົງສາ​ເຊ ວັນທີ 28/1/2

ປະລິມານນໍ້າຝົນ =00,3ມມ (ຫຼຸດເກນປົກກະຕິ 38,6 ມິນລິແມັດ=100%); ປະລິມານແສງແດດ=450,4 ຊົ່ວໂມງ; ຄວາມຊຸ່ມອາກາດ = 68%; ລະດັບນໍ້າທາສູງສຸດ = 1,52 ແມັດ ວັນທີ 01/1/2020.

5. ວຽກງານສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ

  • ອອກ ແລະ ຕໍ່ໃບຢັ້ງຢືນກ່ຽວກັບສີ່ງແວດລ້ອມ ( IEEຈຳນວນ 9 ສະບັບ EMP 2 ສະບັບ ລວມ 21 ສະບັບ = 21%.
  • ປະກອບຄຳຄິດເຫັນດ້ານວິຊາການ ໃຫ້ພາກສ່ວນກ່ຽວຂ້ອງ 8 ສະບັບເທົ່າກັບ 20%.
  • ລົງກວດກາພື້ນທີ່ບັນດາກິດຈະການລົງທຶນ ຈຳນວນ 59 ຄັ້ງ ເທົ່າກັບ 15%.
  • ລົງຊຸກຍູ້, ກວດກາ ແລະ ແນະນຳວິທີແກ້ໄຂບັນຫາຜົນກະທົບສີ່ງແວດລ້ອມສັງຄົມຂອງບັນດາໂຄງການພັດທະນາ 5 ເມືອງ 10 ກິດຈະການ ເທົ່າກັບ 100 %.