Print
Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນເຊົ້າຂອງວັນທີ 10 ມີນາ 2020 ຢູ່ທີ່ຫ້ອງປະຊຸມນ້ອຍຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງຫຼວງນໍ້າທາ ແລະ ຫຊສ ເມືອງສິງ...


ເປັນກຽດເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ; ມີທ່ານ ອໍານວຍການ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍກັດ, ອໍານວຍການບໍລີສັດ ທິບມະນິວົງ ກໍ່ສ້າງ ຈໍາກັດ, ຕະຫຼອດຮອດຮອງຫົວໜ້າຂະແໜງ ບໍລິຫານ ແລະ ການເງິນ, ຮອງຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນຂ່າວສານ ແລະ ຮອງຫົວໜ້າຂະແໜງກວດກາ ພຊສ ເຂົ້າຮ່ວມເປັນສັກຂິພະຍານ.

ການເຊັນສັນຍາຄັ້ງນີ້ ປະກອບມີສອງໂຄງການຄື:

  1. ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເປັນຝ່າຍເຈົ້າຂອງໂຄງການ ແລະ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍາກັດ ມີສໍານັກງານຕັ້ງຢູ່ ບ້ານໜອງບົວວຽງ, ເມືອງ ແລະ ແຂວງຫຼວງນໍ້າທາ ເປັນຝ່າຍຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າໂຄງການກໍ່ສ້າງທັງໝົດ 756 ລ້ານກີບ, ກໍານົດໄລຍະເວລາກໍ່ສ້າງ 8 ເດືອນໃຫ້ສໍາເລັດ ນັບແຕ່ມື້ເຊັນສັນຍານີ້ເປັນຕົ້ນໄປ. ການເຊັນສັນຍາຄັ້ງນີ້ຕາງໜ້າຝ່າຍເຈົ້າຂອງໂຄງການ ໂດຍແມ່ນ ທ່ານ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ ແລະ ຕາງໜ້າຝ່າຍຜູ້ຮັບເໝົາກໍ່ສ້າງ ໂດຍແມ່ນ ທ່ານ ສົມສອນ ອໍານວຍການ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍາກັດ.
  2. ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສິງ ແຂວງຫຼວງນໍ້າທາ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເປັນຝ່າຍເຈົ້າຂອງໂຄງການ ແລະ ບໍລິສັດ ທິບມະນີວົງ ກໍ່ສ້າງ ຈໍາກັດ ມີສໍານັກງານຕັ້ງຢູ່ ບ້ານວຽງໃຕ້, ເມືອງ ແລະ ແຂວງຫຼວງນໍ້າທາ ເປັນຝ່າຍຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າໂຄງການກໍ່ສ້າງທັງໝົດ 758 ລ້ານກີບ, ກໍານົດໄລຍະເວລາກໍ່ສ້າງ 8 ເດືອນໃຫ້ສໍາເລັດ ນັບແຕ່ມື້ເຊັນສັນຍານີ້ເປັນຕົ້ນໄປ; ການເຊັນສັນຍາຄັ້ງນີ້ຕາງໜ້າຝ່າຍເຈົ້າຂອງໂຄງການ ໂດຍແມ່ນ ທ່ານ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ ແລະ ຕາງໜ້າຝ່າຍຜູ້ຮັບເໝົາກໍ່ສ້າງ ໂດຍແມ່ນ ທ່ານ ສຸພາລິດ ອໍານວຍການ ບໍລິສັດ ທິມມະນີວົງ ກໍ່ສ້າງ ຈໍາກັດ.

        ໂຄງການກໍ່ສ້າງ ທັງສອງໂຄງການດັ່ງກາວ ມີຂະໜາດ 14x20 ແມັດ ປະກອບມີ 5 ຫ້ອງເຮັດວຽກ, 1 ຫ້ອງປະຊຸມ ແລະ 2 ຫ້ອງນໍ້າ ຄາດວ່າຈະໃຫ້ສໍາເລັດ ໃນທ້າຍເດືອນ ທັນວາ 2020 ນີ້.