ໃນຕອນເຊົ້າຂອງວັນທີ 10 ມີນາ 2020 ຢູ່ທີ່ຫ້ອງປະຊຸມນ້ອຍຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງຫຼວງນໍ້າທາ ແລະ ຫຊສ ເມືອງສິງ...
ເປັນກຽດເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ; ມີທ່ານ ອໍານວຍການ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍກັດ, ອໍານວຍການບໍລີສັດ ທິບມະນິວົງ ກໍ່ສ້າງ ຈໍາກັດ, ຕະຫຼອດຮອດຮອງຫົວໜ້າຂະແໜງ ບໍລິຫານ ແລະ ການເງິນ, ຮອງຫົວໜ້າຂະແໜງແຜນການ, ສະຖິຕິ ແລະ ຂໍ້ມູນຂ່າວສານ ແລະ ຮອງຫົວໜ້າຂະແໜງກວດກາ ພຊສ ເຂົ້າຮ່ວມເປັນສັກຂິພະຍານ.
ການເຊັນສັນຍາຄັ້ງນີ້ ປະກອບມີສອງໂຄງການຄື:
- ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເປັນຝ່າຍເຈົ້າຂອງໂຄງການ ແລະ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍາກັດ ມີສໍານັກງານຕັ້ງຢູ່ ບ້ານໜອງບົວວຽງ, ເມືອງ ແລະ ແຂວງຫຼວງນໍ້າທາ ເປັນຝ່າຍຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າໂຄງການກໍ່ສ້າງທັງໝົດ 756 ລ້ານກີບ, ກໍານົດໄລຍະເວລາກໍ່ສ້າງ 8 ເດືອນໃຫ້ສໍາເລັດ ນັບແຕ່ມື້ເຊັນສັນຍານີ້ເປັນຕົ້ນໄປ. ການເຊັນສັນຍາຄັ້ງນີ້ຕາງໜ້າຝ່າຍເຈົ້າຂອງໂຄງການ ໂດຍແມ່ນ ທ່ານ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ ແລະ ຕາງໜ້າຝ່າຍຜູ້ຮັບເໝົາກໍ່ສ້າງ ໂດຍແມ່ນ ທ່ານ ສົມສອນ ອໍານວຍການ ບໍລິສັດ ໄຊສົມບູນ ກໍ່ສ້າງ ເຄຫາ ຈໍາກັດ.
- ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສິງ ແຂວງຫຼວງນໍ້າທາ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເປັນຝ່າຍເຈົ້າຂອງໂຄງການ ແລະ ບໍລິສັດ ທິບມະນີວົງ ກໍ່ສ້າງ ຈໍາກັດ ມີສໍານັກງານຕັ້ງຢູ່ ບ້ານວຽງໃຕ້, ເມືອງ ແລະ ແຂວງຫຼວງນໍ້າທາ ເປັນຝ່າຍຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າໂຄງການກໍ່ສ້າງທັງໝົດ 758 ລ້ານກີບ, ກໍານົດໄລຍະເວລາກໍ່ສ້າງ 8 ເດືອນໃຫ້ສໍາເລັດ ນັບແຕ່ມື້ເຊັນສັນຍານີ້ເປັນຕົ້ນໄປ; ການເຊັນສັນຍາຄັ້ງນີ້ຕາງໜ້າຝ່າຍເຈົ້າຂອງໂຄງການ ໂດຍແມ່ນ ທ່ານ ທ່ານ ສົມຫັວງ ນາບຸນແພງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງຫຼວງນໍ້າທາ ແລະ ຕາງໜ້າຝ່າຍຜູ້ຮັບເໝົາກໍ່ສ້າງ ໂດຍແມ່ນ ທ່ານ ສຸພາລິດ ອໍານວຍການ ບໍລິສັດ ທິມມະນີວົງ ກໍ່ສ້າງ ຈໍາກັດ.
ໂຄງການກໍ່ສ້າງ ທັງສອງໂຄງການດັ່ງກາວ ມີຂະໜາດ 14x20 ແມັດ ປະກອບມີ 5 ຫ້ອງເຮັດວຽກ, 1 ຫ້ອງປະຊຸມ ແລະ 2 ຫ້ອງນໍ້າ ຄາດວ່າຈະໃຫ້ສໍາເລັດ ໃນທ້າຍເດືອນ ທັນວາ 2020 ນີ້.