Print
Star InactiveStar InactiveStar InactiveStar InactiveStar Inactive
 

ນັບແຕ່ເດືອນ ກຸມພາ ຫາເດືອນມີນາ 2020 ນີ້ ຢູ່ປຂວງຫຼວງນໍ້າທາ ໄດ້ເກີດມີແຜນດິນໄຫວ ຈໍານວນ 2 ຄັ້ງ ເຊິ່ງຢູ່ຈຸດໄກ້ຄຽງກັນຄື:

ຄັ້ງທີ່ໜຶ່ງ ແມ່ນເກີດຂຶ້ນໃນວັນທີ 29 ກຸມພາ 2020 ເວລາ 01:13:03 ໂມງ, ເຊິ່ງມີຈຸດສູນກາງຢູ່ທີ່ເສັ້ນຂະໜານ ແລະ ເສັ້ນແວງທີ 20.953oN ແລະ 101.297oE, ຢູ່ເຂດສາຍພູເທິງບ້ານນໍ້າແງ້ນ, ເມືອງ ແລະ ແຂວງຫຼວງນໍ້າທາ, ຄວາມແຮງສັ່ນສະເທືອນ 4.5 ລິກເຕີ, ຄວາມເລິກ 17 ກິໂລແມັດ.

 

ຄັ້ງທີສອງ ເກີດຂືຶ້ນອິກ ໃນວັນທີ 05 ມິຮາ 2020 ເວລາ 18:57:34 ໂມງ, ເຊິ່ງມີຈຸດສູນກາງຢູ່ທີ່ເສັ້ນຂະໜານ ແລະ ເສັ້ນແວງທີ 20.916oN ແລະ 101.294oE, ຢູ່ເຂດສາຍພູເທິງບ້ານນໍ້າແງ້ນ, ເມືອງ ແລະ ແຂວງຫຼວງນໍ້າທາ, ຄວາມແຮງສັ່ນສະເທືອນ 3.1 ລິກເຕີ, ຄວາມເລິກ 10 ກິໂລແມັດ.

ຈາກເວບໄຊ ກອງເຝົ້າລະວັງແຜນດິນໄຫວ ແຫ່ງປະເທດໄທ ໄດ້ລາຍງານຕື່ມອິກວ່າ ເວລາ 09:34:14 ໂມງ ຂອງວັນທີ 6 ມີນາ 2020 ມື້ນີ້ ໄດ້ເກີດມີແຜນດິນໄຫວຢູ່ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງມີຈຸດສູນກາງຢູ່ທີ່ເສັ້ນຂະໜານ ແລະ ເສັ້ນແວງທີ 20.427oN ແລະ 101.846oE, ຄວາມແຮງສັ່ນສະເທືອນ 3.2 ລິກເຕີ, ຄວາມເລິກ 10 ກິໂລແມັດ.

ແຫຼ່ງຂໍ້ມູນເພີ້ມເຕີມຈາກ: https://earthquake.tmd.go.th/inside-info.html?earthquake=6550


ເຮົາມາຮູ້ຈັກກັບສາເຫດທີ່ພາໃຫ້ເກີດແຜນດິນໄຫວ

ແຜ່ນດິນໄຫວ


ນິຍາມ:
ແຜ່ນດິນໄຫວ (Earthquake) ເປັນປາກົດການສັ່ນສະເທືອນຂອງພື້ນຜິວໂລກເພື່ອປັບຕົວໃຫ້ຢູ່ໃນພາວະສົມດຸນ ເຊິ່ງແຜ່ນດິນໄຫວສາມາດກໍ່ໃຫ້ເກີດຄວາມເສຍຫາຍ ແລະ ໄພພິບັດຕໍ່ບ້ານເມືອງ, ທີ່ຢູ່ອາໄສສິ່ງທີ່ມີຊີວິດ. ສ່ວນສາເຫດຂອງການເກີດແຜ່ນດິນໄຫວນັ້ນສ່ວນໃຫຍ່ເກີດຈາກທຳມະຊາດໂດຍແຜ່ນດິນໄຫວບາງລັກສະນະສາມາດເກີດຈາກການກະທຳຂອງມະນຸດໄດ້ ແຕ່ມີຄວາມຮຸນແຮງໜ້ອຍກວ່າທີ່ເກີດຂຶ້ນເອງຕາມທຳມະຊາດ. ນັກທໍລະນີວິທະຍາຄາດກັນວ່າໃນມື້ໜຶ່ງໆຈະເກີດແຜ່ນດິນໄຫວປະມານ 1,000 ຄັ້ງເຊິ່ງສ່ວນໃຫຍ່ຈະເປັນແຜ່ນດິນໃຫວທີ່ມີການສັ່ນສະເທືອນພຽງເລັກນ້ອຍເທົ່ານັ້ັນ ຄົນທົ່ວໄປແມ່ນບໍ່ຮູ້ສຶກ
ແຜ່ນດິນໃຫວເປັນປາກົດການທຳມະຊາດທີ່ເກີດຈາກກການເຄື່ອທີ່ຂອງແຜ່ນເປືອກໂລກ (ລະຫວ່າງຮອຍຕໍ່ທໍລະນີພາກ) ເຮັດໃຫ້ເກີດການເຄື່ອນຕົວຂອງຊັ້ນຫີນຂະໜາດໃຫຍ່ເລື່ອເຄື່ອນທີ່ ຫຼື ແຕກຫັກ ແລະ ເກີດການໂອນຖ່າຍພະລັງງານສັກຜ່ານຊັ້ນຫີນທີ່ຢູ່ຕິດກັນ ພະລັງງານສັກນີ້ຢູ່ໃນຮູບຄື້ນໄຫວສັ່ນສະເທືອນຈຸດສູນກາງການເກີດແຜ່ນດິນໄຫວ (Focus) ມັກເກີດຕາມຮອຍເລື່ອນຢູ່ໃນລະດັບຄວາມເລິກຕ່າງໆຂອງເປືອກໂລກເທົ່າທີ່ເຄີຍວັດແທກໄດ້ເລິກສຸດຢູ່ໃນຊັ້ນ ແມນໂທລ ສ່ວນຈຸດທີ່ຢູ່ໃນລະດັບສູງກວ່າຕຳແໜ່ງເປືອກໂລກເອີ້ນວ່າ ຈຸດເໜືອສູນເກີດແຜ່ນດິນໄຫວ (Epicenter) ການສັ່ນສະເທືອນ ຫຼື ແຜ່ນດິນໄຫວນີ້ຈະຖືກບັນທຶກດ້ວຍເຄື່ອງມືທີ່ເອີ້ນວ່າ ໄຊສໂມກຣາຟ ໂດຍການສຶກສາເລື່ອງແຜ່ນດິນໄຫວ ແລະ ຄື້ນສັ່ນສະເທືອນທີ່ຖືກສົ່ງອອກມາຈະເອີ້ນວ່າ ວິທະຍາແຜ່ນດິນໄຫວ (Seismology)

ແຫຼ່ງກຳເນີດ
ແຜ່ນເປືອກໂລກແຕ່ລະແຜ່ນຈະມີຄວາມໜາຕ່າງກັນ ໂດຍບາງແຜ່ນມີຄວາມໜາເຖິງ 70 ກິໂລແມັດ ໃນຂະນະທີ່ບາງແຜ່ນເຊັ່ນ: ສ່ວນທີ່ຢູ່ໃຕ້ມະຫາສະໝຸດຈະມີຄວາມໜາພຽງ 6 ກິໂລແມັດ ນອກຈາກນີ້ແຜ່ນເປືອກໂລກແຕ່ລະແຫ່ງຍັງມີສ່ວນປະກອບທາງກາຍະພາບ ແລະ ທາງເຄມີທີ່ແຕກຕ່າງກັນ. ດັ່ງນັ້ນ ເມື່ອແຜ່ນເປືອກໂລກເຄື່ອນທີ່ແຍກອອກຈາກກັນ ຫຼື ຕຳກັນຈະເຮັດໃຫ້ເກີດການສັ່ນສະເທືອນທີ່ມີຄວາມຮຸນແຮງຫຼາຍໜ້ອຍຕ່າງກັນ
ແຫຼ່ງກຳເນີດແຜ່ນດິນໄຫວ ຫຼື ບໍລິເວນຕຳແໜ່ງສູນກາງແຜ່ນດິນໄຫວຈະຢູ່ທີ່ບໍລິເວນຂອບຂອງແຜ່ນເປືອກໂລກໂດຍ 80 ສ່ວນຮ້ອຍຂອງແຜ່ນດິນໄຫວທີ່ເກີດຂຶ້ນຈະເກີດຮອບໆມາຫາສະໝຸດປາຊີຟິກເອີ້ນວ່າບິນໄດ້ ສ່ວນເຂດເກີດແຜ່ນດິນໄຫວອື່ນໆນອກຈາກແນວວົງແຫວນແຫ່ງນ້ຳກ້ອນແລ້ວມັກຈະເກີດໃນບໍລິເວນທະເລເມດີແຕຣາເນ ຜ່ານແຖວປະເທດເອີຣົບຕອນໃຕ້ເຊັ່ນ: ອີຕາລີ, ເກຣັກ ຈົນເຖິງແຖບ ອານາໂຕເລຍຄື: ປະເທດຕຸລາກີຜ່ານບໍລິເວນຕາເວັນອອກກາງຈົນເຖິງພູຫິມະໄລ ບໍລິເວນປະເທດອັຟການີສຖານ, ປາກີສຖານ, ຈີນ ແລະ ມຽນມາ. ແຕ່ຢ່າງໃດກໍຕາມເຄີຍເກີດແຜ່ນດິນໄຫວໃນປະເທດອັງກິດເຊິ່ງບໍ່ໄດ້ຕັ້ງຢູ່ໃນແນວຮອຍເລື່ອນຂະໜາດໃຫຍ່ແຕ່ເປັນແຜ່ນດິນໄຫວຂະໜາດນ້ອຍເທົ່ານັ້ນ.

ສາເຫດການເກີດແຜ່ນດິນໄຫວ
ແຜ່ນດິນໄຫວຈາກທຳມະຊາດເປັນທໍລະນີພິບັດໄພຊະນິດໜຶ່ງສ່ວນຫຼາຍເປັນປະກົດການທາງທຳມະຊາດທີ່ເກີດຈາກການສັ່ນສະເທືອນຂອງພື້ນດິນອັນເນື່ອງມາຈາກການປົດປ່ອນພະລັງງານເພື່ອລະບາຍຄວາມຄຽດທີ່ສະສົມໄວ້ພາຍໃນໂລກອອກມາຢ່າງກະທັນຫັນເພື່ອປັບສົມດຸນຂອງເປືອກໂລກໃຫ້ຄົງທີ່ໂດຍປົກກະຕິເກີດຈາກການເຄື່ອນໄຫວຂອງຮອຍເລື່ອນພາຍໃນຊັ້ນເປືອກໂລກທີ່ຢູ່ດ້ານນອກສຸດຂອງໂຄງສ້າງຂອງໂລກມີການເຄື່ອນທີ່ ຫຼື ປ່ຽນແປງຢ່າງຊ້າໆຢູ່ສະເໝີແຜ່່ນດິນໄຫວຈະເກີດຂື້ນເມື່ອຄວາມແຄ້ນອັນເປັນຜົນຈາກການປ່ຽນແປງມີຫຼາຍເກີນໄປພາວະນີ້ເກີດຂື້ນເລືື້ອຍໆໃນບໍລິເວນຂອບເຂດຂອງແຜ່ນເປືອກໂລກທີ່ແບ່ງຊັ້ນເປືອກໂລກອອກເປັນທໍລະນີພາກ( Lithosphere ) ເອີ້ນແຜ່ນດິນໄຫວທີ່ເກີດຂື້ນບໍລິເວນຂອບເຂດຂອງແຜ່ນເປືອກໂລກນີ້ວ່າແຜ່ນດິນໄຫວລະຫວ່າງແຜ່ນ ( interplate earthquake ) ເຊິ່ງເກີດໄດ້ເລື້ອຍໆ ແລະ ຮຸນແຮງກວ່າແຜ່ນດິນໄຫວພາຍໃນແຜ່ນ (intraplate)
ແຜ່ນດິນໄຫວຈາກການກະທຳຂອງມະນຸດ
ແຜ່ນດິນໄຫວຈາກການກະທຳຂອງມະນຸດມີທັງທາງກົງ ແລະ ທາງອ້ອມເຊັ່ນການລະເບີດ, ການຂຸດເໝືອງ, ສ້າງອ່າງເກັບນ້ຳ ຫຼື ເຂື່ອນໃກ້ຮອຍເລື່ອນ, ການເຮັດວຽກຂອງເຄື່ອງຈັກ, ການຈະລາຈອນລວມໄປເຖິງການເກັບມ້ຽວຂີ້ເຫຍື້ອອາວຸດນິວເຄຼຍໄວ້ໃຕ້ດິນ.


ການສ້າງເຂື່ອນ ແລະ ອ່າງເກັບນ້ຳຂະໜາດໃຫຍ່ເຊິ່ງອາດພົບປັນຫາການເກີດແຜ່ນດິນໄຫວ ເນື່ອງຈາກນ້ຳໜັກຂອງນ້ຳໃນເຂື່ອນກະຕຸ້ນໃຫ້ເກີດການປົດປ່ອຍພະລັງງານເຮັດໃຫ້ສະພາວະຄວາມຄຽດຂອງແຮງດັນໃນບໍລິເວນນັ້ນປ່ຽນແປງໄປ ລວມທັງເຮັດໃຫ້ແຮງດັນຂອງນ້ຳເພີ່ມສູງຂຶ້ນ ສົ່ງຜົນໃຫ້ເກີດພະລັງຕ້ານທານທີ່ສະສົມຕົວໃນຊັ້ນຫີນ ເອີ້ນແຜ່ນດິນໄຫວໃນລັກສະນະນີ້ວ່່າ ແຜ່ນດິນໄຫວທ້ອງຖິ່ນ. ສ່ວນຫຼາຍຈະມີສູນກາງຢູ່ທີ່ລະດັບຄວາມເລິກ 5-10 ກິໂລແມັດ ຂະໜາດ ແລະ ຄວາມຖີ່ຂອງການເກີດແຜ່ນດິນໄຫວຈະລົດລົງເລື້ອຍໆຈົນເຂົ້າສູ່ພາວະປົກກະຕິ. ການລາຍງານການເກີດແຜ່ນດິນໄຫວໃນລັກສະນະນີ້ເຄີຍມີຢູ່ເຂື່ອນຮູເວີປະເທດສະຫະລັດອາເມຣິກາໃນປີ ຄສ 1945 ແຕ່ມີຄວາມຮຸນແຮງພຽງເລັກນ້ອຍ, ເຂື່ອນກາຣິບາປະເທດຊິມບຳເວໃນປີ ຄສ 1959, ເຂື່ອນຄຣິສມັລຕາ ປະເທດເກຣັກໃນປີ ຄສ 1963 ແລະ ຄັ້ງທີ່ມີຄວາມຮຸນແຮງຄັ້ງໜຶ່ງເກີດຈາກເຂື່ອນ ຄອຍນາ ໃນປະເທດອິນເດຍໃນປີ ຄສ 1965 ເຊິ່ງມີຂະໜາດເຖິງ 6.5 ຣິກເຕີ ເຮັດໃຫ້ມີຄົນເສຍຊີວິດຫຼາຍກວ່າ 180 ຄົນ
ການເຮັດເໝືອງໃນລະດັບເລິກເຊິ່ງໃນການຂຸດເໝືອງຈະມີການລະເບີດຫີນເຊິ່ງອາດເຮັດໃຫ້ເກີດແຮງສັ່ນສະເທືອນໄດ້


ການດູດນ້ຳໃຕ້ດິນ ຫຼື ການໃຊ້ນ້ຳບາດານທີ່ຊ້ຫຼາຍເກີນໄປລວມເຖິງການດູດນ້ຳມັນ ແລະ ກາສທຳມະຊາດເຊິ່ງອາດເຮັດໃຫ້ຊັ້ນຫີນທີ່ຮອງຮັບເກີດການເຄື່ອນຕົວໄດ້
ການທົດລອງລະເບີດນິວເຄຼຍໃຕ້ດິນກໍ່ໃຫ້ເກີດຄວາມສັ່ນສະເທືອນຈາກການທົດລອງລະເບີດເຊິ່ງມີສ່ວນເຮັດໃຫ້ເກີດຜົນກະທົບຕໍ່ຊັ້ນຫີນທີ່ຢູ່ໃຕ້ເປືອກໂລກໄດ້
ຄື້ນແຜ່ນດິນໄຫວ
ຄື້ນແຜ່ນດິນໄຫວ ຫຼື ຄື້ນໄຫວສັ່ນສະເທືອນ (Seismic Waves) ແບ່ງອອກເປັນ 2 ຊະນິດຄື:
ຄື້ນໃນຕົວກາງ ເປັນຄື້ນທີ່ມີລັກສະນະແຜ່ກະຈາຍເປັນວົງຮອບຈຸດສູນກາງແຜ່ນດິນໄຫວສາມາດແບ່ງໄດ້ເປັນ 2 ຊະນິດຄື
ຄື້ນປະຖົມພູມ (ຄື້ນ P) ຄື້ນຕາມທາງຍາວ ອະນຸພາກຂອງຄື້ນຊະນິດນີ້ເຄື່ອນທີ່ໃນແນວທິດທາງການເຄື່ອນທີ່ຂອງຄື້ນ ສາມາດຜ່ານໄດ້ໃນຕົວກາງທຸກສະຖານະ
ຄື້ນທຸຕິພູມ (ຄື້ນ S) ຄື້ນຕາມທາງຂວາງ ອະນຸພາກຂອງຄື້ນມີທິດຕັ້ງສາກກັບທິດເຄື່ອນທີຜ່ານໄດ້ໃນຕົວກາງສະຖານະຂອງແຂງ
ຄື້ນພື້ນຜິວເປັນຄື້ນທີ່ແຜ່ຈາກຈຸດເໜືອສູນເກີດແຜ່ນດິນໄຫວມີ 2 ຊະນິດ
ຄື້ນເລີຟ (Wave of Love: Love Love Wave) ເປັນຄື້ນທີ່ອະນຸພາກສັ່ນໃນແນວຮາບພຽງ ມີທິດທາງຕັ້ງສາກກັບການເຄື່ອນທີ່ຂອງຄື້ນ
ຄື້ນເລຣີ (Wave of Rayleigh: Rayleigh Wave) ອະນຸພາກໃນຄື້ນນີ້ສັ່ນເປັນຮູບປຣິ ໃນທິດທາງການເຄື່ອນທີ່ຂອງຄື້ນເປັນສາເຫດເຮັດໃຫ້ພື້ນໂລກສັ່ນຂຶ້ນລົງ
ຂະໜາດ ແລະ ຄວາມຮຸນແຮງ
ຂະໜາດຂອງແຜ່ນດິນໄຫວໝາຍເຖິງຈຳນວນ ຫຼື ປະລິມານຂອງພະລັງງານທີ່ຖືກປ່ອຍອອອກຈາກສູນກາງແຜ່ນດິນໄຫວໃນແຕ່ລະຄັ້ງ ການຫາຄ່າຂະໜາດຂອງແຜ່ນດິນໄຫວເຮັດໄດ້ໂດຍວັດຄວາມສູງຂອງຄື້ນແຜ່ນດິນໄຫວທີ່ບັນທຶກໄດ້ດ້ວຍເຄື່ອງກວດວັດແຜ່ນດິນໄຫວ ແລ້ວຄຳນວນຈາກສູດການຫາຂະໜາດເຊິ່ງຄິດຄົ້ນໂດຍ ຊາລຟຣານຊິສ ຣິກເຕີ ແລະ ນິຍົມໃຊ້ໜ່ວຍວັດຂະໜາດຂອງແຜ່ນດິນໄຫວຄື ຣິກເຕີ ໂດຍສູດການຄຳນວນມີດັ່ງນີ້:
M=logA-logA_0
ກຳນົດໃຫ້
M ຂະໜາດຂອງແຜ່ນດິນໄຫວ (ຣິກເຕີ)
A ຄວາມສູງຂອງຄື້ນແຜ່ນດິນໄຫສທີ່ສູງທີ່ສຸດ
A0 ຄວາມສູງຂອງຄື້ນແຜ່ນດິນໄຫວລະດັບສູນ
ໂດຍຂະໜາດຂອງແຜ່ນດິນໄຫວໃນແຕ່ລະລະດັບຈະປ່ອຍພະລັງງານຫຼາຍກວ່າ 30 ເທົ່າຂອງຂະໜາດກ່ອນໜ້າເຊັ່ນ 4 ກັບ 5 ຣິກເຕີ ແຜ່ນດິນໄຫວຂະໜາດ 5 ຣິກເຕີຈະປ່ອຍພະລັງງານອອກມາຫຼາຍກວ່າ 4 ຣິກເຕີ 30 ເທົ່າ, ແຜ່ນດິນໄຫວຂະໜາດ 7 ຣິກເຕີ ຈະປ່ອຍພະລັງງານອອກມາຫຼາຍກວ່າ 5 ຣິກເຕີ 30 x 30 = 900 ເທົ່າ ເປັນຕົ້ນ.
ຄວາມຮຸນແຮງຂອງແຜ່ນດິນໄຫວ (Intensity) ທີ່ເກີດຂຶ້ນໃນແຕ່ລະຄັ້ງນັ້ນຂຶ້ນຢູ່ກັບຄວາມຮຸນແຮງທີ່ຮູ້ສຶກໄດ້ຫຼາຍນ້ອຍເທົ່າໃດ ແລະ ຂຶ້ນຢູ່ກັບໄລຍະທາງຈາກສູນກາງແຜ່ນດິນໄຫວ ຄວາມເສຍຫາຍຈະເກີດຂຶ້ນໃນບໍລິເວນໃກ້ຄຽງກັບສູນກາງແຜ່ນດິນໄຫວ ແລະ ຈະຫຼຸດລົງໄປຕາມໄລຍະທາງທີ່ຫ່າງອອກໄປ. ດັ່ງນັ້ນ ການສູນເສຍຈະຫຼາຍ ຫຼື ໜ້ອຍຂຶ້ນຢູ່ກັບຄວາມຮຸນແຮງຂອງແຜ່ນດິນໄຫວໂດຍກົງ ສຳລັບການວັດແທກຂະໜາດຂອງແຜ່ນດິນໄຫວມີຫຼາຍວິທີເຊັ່ນ ມາດຕາວັດຂະໜາດຂອງແຜ່ນດິນໄຫວແບບຣິກເຕີ ແລະ ແບບເມີແຄລລີ
ຜົນກະທົບຈາກແຜ່ນດິນໄຫວ


ຜົນກະທົບຈາກແຜ່ນດິນໄຫວມີທັງທາງກົງ ແລະ ທາງອ້ອມເຊັ່ນ: ເຮັດໃຫ້ເກີດພື້ນດິນແຕກແຍກ, ພູເຂົາໄຟລະເບີດ, ອາຄານ ຫຼື ສິ່ງກໍ່ສ້າງພັງທະລາຍ, ໄຟໄໝ້, ແກສຮົ່ວ, ທໍ່ລະບາຍນ້ຳ ແລະ ທໍ່ປະປາແຕກ, ເກີດຄື້ນສຶນາມິ, ແຜ່ນດິນຖະຫຼົ່ມ, ເສັ້ນທາງຄົມມະນາຄົມເສຍຫາຍ ແລະ ຖືກຕັດຂາດ, ຖະໜົນຫົນທາງບິດບ້ຽວ, ເກີດໂລກລະບາດ, ເກີດປັນຫາທາງດ້ານສຸຂະພາບຈິດຂອງຜູ້ປະສົບໄພ,ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນລວມໄປເຖິງທາງເສດຖະກິດເຊັ່ນ: ການສື່ສານໂທລະຄົມມະນາຄົມ ແລະ ສະພາບການຕ່າງໆ ເຮັດໃຫ້ມີຜົນຕໍ່ການເຂົ້າມາລົງທຶນ, ການປະກັນໄພ ແລະ ໃນກໍລະນີທີ່ແຜ່ນດິນໄຫວມີຄວາມຮຸນແຮງຫຼາຍ ອາດເຮັດໃຫ້ເມືອງທັງເມືອງຖືກທຳລາຍ ແລະ ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.
ຖ້າແຜ່ນດິນໄຫວເກີດຂຶ້ນໃຕ້ທະເລ ແຮງສັ່ນສະເທືອນອາດຈະເຮັດໃຫ້ເກີດເປັນຄື້ນໃຫຍ່ທີ່ເອີ້ນວ່າ ສຶນາມິ (ພາສາຢີ່ປຸ່ນ Tsunami) ມີຄວາມໄວຄື້ນ 600-800 ກິໂລແມັດຕໍ່ຊົ່ວໂມງໃນທະເລເປີດ ສ່ວນຫຼາຍຄື້ນຈະມີຄວາມສູງບໍ່ເກີນ 1 ແມັດ ແລະ ສັງເກດໄດ້ຍາກແຕ່ຈະມີຂະໜາດໃຫຍ່ຂຶ້ນເມື່ອຄື້ນໃກ້ຊາຍຝັ່ງໂດຍອາດຈະມີຄວາມສູງເຖິງ 60 ແມັດ ສາມາດກໍ່ໃຫ້ເກີດນ້ຳຖ້ວມ ສ້າງຄວາມຍເສຍຫາຍຢ່າງຫຼວງຫຼາຍກັບສິ່ງກໍ່ສ້າງທີ່ຕິດກັບແຄມຝັ່ງທະເລ.
ການປ້ອງກັນຄວາມເສຍຫາຍ


ໃນປັດຈຸບັນ ມີການສ້າງອາຄານໃໝ່ໆ ເທິງຫີນແຂງໃນເຂດແຜ່ນດິນໄຫວ ອາຄານເຫຼົ່ານັ້ນຈະໃຊ້ໂຄງສ້າງເຫຼັກກ້າທີ່ແຂງແຮງ ແລະ ສາມາດເຄື່ອນຍ້າຍໄປມາໄດ້ ມີປະຕູ ແລະ ປ່ອງຢ້ຽມໜ້ອຍ ບາງບ່ອນກໍມຸງຫຼັງຄາດ້ວຍແຜ່ນຢາງ ຫຼື ພລາສຕິກແທນກະເບື້ອງ ປ້ອງກັນການຕົກລົງມາຂອງກະເບື້ອງແຂງ ເຮັດໃຫ້ຄົນບາດເຈັບ ເສັ້ນທາງມັກຈະສ້າງໃຫ້ກວ້າງເພື່ອວ່າເວລາຕືກຖະຫຼົ່ມຈະບໍ່ກໍ່ໃຫ້ເກີດການຂັດຂວາງການຈະລາຈອນ ແລະ ຍັງມີການສ້າງສິ່ງຕ່າງໆໃນເມືອງເຊັ່ນ: ສວນສາທາລະນະ ເຊິ່ງຄົນເຮົາສາມາດຈະໄປຫຼົບໄພໃຫ້ພົ້ນຈາກການຖະຫຼົ່ມຂອງອາຄານບ້ານເຮືອນ


ຂໍຂອບໃຈແຫຼ່ງທີ່ມາຂອງຂໍ້ມູນຈາກ: https://www.facebook.com/InformationForLao/posts/392170067568777/