ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍຄະນະທິມງາມ ຈາກບັນດາກົມ ກຊສ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ແລະ ໄດ້ເປີດກອງປະຊຸມຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ, ກອງປະຊຸມດັ່ງໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 19 ກຸມພາ 2020, ຢູ່ທີ່ ພຊສ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງປະຊຸມ ມີທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນໍ້າທາ, ມີ ຮອງຫົວນ້າພະແນກ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) 5 ເມືອງ, ພ້ອມດ້ວຍຫົວໜ້າໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນ ພຊສ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ: ເພື່ອປຶກສາຫາລືການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານໃຕຕໍ່ໜ້າ ເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໃນກອງປະຊຸມ ທ່ານຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແລະ ບັນດາຈຸດສຸມ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ເຊິ່ງມັນໄດ້ສະແດງອອກຢູ່ໃນຜົນສໍາເລັດທີ່ພົ້ນເດັ່ນດັງນີ້:
- ຂົງເຂດວຽກງານທີ່ດິນ: ສຳຫຼວດວັດແທກທີ່ດິນໄດ້: 6.104 ຕອນ, ເທົ່າກັບ 102% ຂອງແຜນການປີ ແລະ ອອກໃບຕາດິນໄດ້ 380 ໃບ, ເທົ່າກັບ 95% ຂອງແຜນການປີ;
- ຂົງເຂດວຽກງານຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ: ສໍາເລັດການຕິດຕັ້ງສະຖານນິອຸຕຸກະເສດລະບົບອັດຕະໂນມັດ ຢູ່ເມືອງຫຼວງນໍ້າທາ ແລະ ເມືອງ ສິງ ແລະ ກໍ່ສ້າງສະຖານິເຕືອນໄພແຜ່ນດິນໄຫວ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສປ ຈີນ ຢູ່ເມືອງເມືອງຫຼວງນໍ້າທາ ສໍາເລັດ 80%.
- ຂົງເຂດວຽກງານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ: ທົ່ວແຂວງມີໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ທັງໝົດ 641 ສະບັບ, ໃນນີ້ ໃບຢັ້ງຢືນ EMP ຈໍານວນ 598 ສະບັບ, IEE ຈໍານວນ 33 ສະບັບ ແລະ EIA ຈໍານວນ 10 ສະບັບ.
- ຂົງເຂດສ້າງຄວາມເຂັ້ມແຂງກົງຈັກການຈັດຕັ້ງ: ຊຸກຍູ້ບັນດາຂະແໜງ ແລະ ຫຊສ ບັນດາ 5 ເມືອງ ຂຸດຄົ້ນ ແລະ ເກັບລາຍຮັບວິຊາການມອບເຂົ້າງົບປະມານ ຈົດຮັບ-ຈົດຈ່າຍ ໄດ້ທັງໝົດ 774.999.000 ກີບ, ເທົ່າ ກັບ 129% ຂອງແຜນການປີ ແລະ ສຳເລັດ ໂຄງການສ້ອມແປງຫ້ອງການ ຊສ ເມືອງວຽງພູຄາ 100%.
- ຂົງເຂດການຮ່ວມມືກັບອົງການຈັດຕັ້ງສາກົນ.
1). ໂຄງການຮ່ວມມືທາງດ້ານສິ່ງແວດລ້ອມ ລາວ-ຈີນ ຮ່ວມກັບ ພະແນກນິເວດສິ່ງແວດລ້ອມ ແຂວງຢຸນນານ ສປຈີນ; ນັບແຕ່ປີ 2015-2019 ມູນຄ່າລວມໂຄງການ 5,668,000 ຢວນ ຫຼື 7,160,880,000 ກີບ; ປະຕິບັດໄດ້ສໍາເລັດ 100 %. ໃນນັ້ນ ມີ 2 ໄລຍະ, 6 ກິດຈະກໍາຫຼັກຄື: ສໍາຫຼວດຊິວະນາໆພັນປ່າສະຫງວນແຫ່ງຊາດນໍ້າຫ້າ, ສ້າງເຕົາເຜົາຂີ້ເຫຍື້ອດ້ວຍພະລັງງານໄຟຟ້າ, ສ້າງອ່າງບໍາບັດນໍ້າເປື້ອນ ໃຫ້ແກ່ໂຮງຮຽນ ມສ ເທດສະບານແຂວງ, ອຸປະກອນທົດລອງ, ຝືກອົບຮົມ-ທັດສະນະ ແລະ ກໍ່ສ້າງເສັ້ນທາງຄອນກຼິດ ເຂົ້າເຕົາເຜົາຂີ້ເຫຍື້ອ ບ້ານນໍ້າແງ້ນ, ເມືອງຫຼວງນໍ້າທາ.
2). ໂຄງການຮ່ວມມື ລາວ-ຈີນ ກ່ຽວກັບການອານຸລັກ ຊັບພະຍາກອນແຫຼ່ງນໍ້າ ໄດ້ເຂົ້າຮ່ວມພິທີປ່ອຍປາຢູ່ທີ່ ຊຽງຮຸ່ງ ກິ່ງແຂວງ ສິບສອງປັນນາ ແຂວງຢຸນນານ ສປປຈີນ ຈໍານວນ1 ຄັ້ງ ຮ່ວມກັບ ຫ້ອງການກະສິກຳ ກິ່ງແຂວງ ສິບສອງປັນນາ ແຂວງຢຸນນານ ສປຈີນ ແລະ ໄດ້ຈັດພິທີປ່ອຍປາ ມິດຕະພາບ ລະຫວ່າງ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ 1 ຄັ້ງ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອລົມ ຂອງທ່ານ ຮອງລັດຖະມົນຕີ ກຊສ, ເຊຶ່ງທ່ານໄດ້ຍ້ອງຍໍຊົນເຊີນຕໍ່ຜົນສໍາເລັດ ທີ່ຍາດມາໄດ້ ແລະ ໃຫ້ສືບຕໍ່ເອົາໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ເພື່ອໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ໂດຍສະເພາະ ທ່ານຍັງໄດ້ເໜັ້ນໜັກບາງບັນຫາດັ່ງນີ້:
- ສືບຕໍ່ຊີ້ນໍາ-ນໍາພາ ແລະ ເອົາໃຈໃສ່ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ກ່ຽວກັບການຄຸ້ມຄ້ອງ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ເລິກເຊິ່ງ ແລະ ກ້ວາງຂວາງກວ່າເກົ່າ;
- ໝູນໃຊ້ບັນດານິຕິກຳ ໃຫ້ສອດຄ່ອງ, ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ ສາຍຕັ້ງ ແລະ ສາຍຂວາງ ເພື່ອເອກະພາບ ແບ່ງຂັ້ນຄວາມຮັບຜິດຊອບໃຫ້ຈະແຈ້ງ ເພື່ອເຮັດໃກ້ການຕິດຕາມ ກວດກາ ການຄຸ້ມຄ້ອງນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຜົນດີກວ່າເກົ່າ;
- ຈັດສັນ ໝູນໃຊ້ ພະນັກງານ ແລະ ງົບປະມານໃສ່ແຜນວຽກ ໄປຕາມໜ້າວຽກທີ່ເປັນບູລິມະສິດ ຂອງບັນດາຂະແໜງການ ແລະ ຫຊສ ບັຍດາເມືອງທີ່ຂື້ນກັບ ໃຫ້ແທດເໝາະ ແລະ ທົ່ວເຖິງ ພ້ອມທັງກໍ່ສ້າງພະນັກງານ ທາງດ້ານ ວິຊາສະເພາະ, ເຕັກນິກວິຊາການ ແລະ ທິດສະດີ, ໂດຍໃຫ້ໄດ້ຮັບການ ຝຶກອົບຮົມເປັນແຕ່ໄລຍະ ແລະ ແຕ່ລະໜ້າວຽກ ຢູ່ທັງພາຍໃນ ແລະ ຕ່າງປະເທດ.
- ຈັດສັນທີ່ດິນຢ່າງເປັນລະບົບ, ສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່ ແລະ ການຈັດຕັ້ງ ໃຫ້ບັນລຸຕາມເປົ້າໝາຍ ເພື່ອຮັບປະກັນໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນໃຫເກີດຜົນປະໂຫຍດສູງສຸດ.
- ສ້າງກົນໄກຕິດຕາມ ແລະ ກວດກາການນໍາໃຊ້ທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພ້ອມທັງແກ້ໄຂຂໍ້ຂັດແຍ່ງການນໍາໃຊ້ທີ່ດິນແຕ່ລະເຂດ ແລະ ແຕ່ລະປະເພດຢ່າງທັນການ.
ກອງປະຊຸມດັ່ງກ່າວ ເຊິ່ງເປັນກອງປະຊຸມໜຶ່ງທີ່ມີໝາຍສໍາຄັນ ທີ່ທາງການນໍາຂັ້ນເທິງ ໄດ້ລົງໄກ້ສິດຕິດແຖດ ແລະ ຊຸກຍູ້ສົ່ງເສີມ ໃນການຈັດຕັ້ງປະຕິບັດ ເຄື່ອນໄຫວໜ້າທີ່ວຽກງານຢູ່ໃນທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັດຜົນດີທັງປະລິມານ ແລະ ຄຸນນະພາບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.