Star InactiveStar InactiveStar InactiveStar InactiveStar Inactive
 

 

 

     ໃນຕອນເຊົ້າຂອງວັນທີ 13 ກຸມພາ 2020 ຢູ່ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງສິງ ໄດ້ຈັດກອງປະຊຸມການຊຸກຍູ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂຶ້ນ, ໂດຍເປັນປະທານຂອງ ທ່ານ ສົມຈິດປີ່ນແສນອິນ, ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສິງ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ມີທ່ານ ສົມລິດ ພອນປະເສີດ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສິງ, ມີຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງຈາກ ພຊສ, ຕະຫຼອດຮອດຄະນະຫ້ອງການ, ຫົວໜ້າໜ່ວຍງານ-ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນ ຫຊສ ເມືອງສິງ ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 5 ທ່ານ.

     ຈຸດປະສົງຂອງກອງປະຊຸມ: ເພື່ອຊຸກຍູ້ວຽກງານຮອບດ້ານ ຕົ້ນປີ 2020 ທີ່ພົວພັນກັບວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ ຫຊສ ເມືອງ ໃຫ້ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານ ໃຫ້ສອດຄ່ອງກັບບັນດານິຕິກໍາຕ່າງໆ, ພ້ອມທັງປັບປຸງຂອດປະສານງານ ລະຫວ່າງ ຫຊສ ເມືອງ ກັບ ພຊສ ແຂວງ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

     ໃນກອງປະຊຸມ: ຫົວໜ້າຫ້ອງການ ຊສ ເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ເຊິ່ງໄດ້ສະແດງອອກດັ່ງນີ້:

  1. ສໍລວດວັດແທກຂຶ້ນທະບຽນອອກໃບຕາດິນ ໃນປີ 2019 ໄດ້ທັງໝົດ 1.198 ຕອນ ເທົ່າກັບ 109% ຂອງແຜນການປີ,
  2. ອອກໃບຕາມດິນໄດ້ 1.083 ຕອນ ເທົ່າກັບ 128% ຂອງແຜນການປີ,
  3. ແຈກໃບຕາດິນໄດ້ຈໍານວນ 628 ຕອນ ເທົ່າກັບ 77% ຂອງແຜນກ່ານປີ,
  4. ເກັບລາຍຮັບວິຊາການທີ່ໄດ້ມອບເຂົ້າງົບປະມານແລ້ວ 188 ລ້ານກວ່າກີບ ເທົ່າກັບ 100% ຂອງແຜນການປີ.
  5. ເພື່ອເຮັດໃຫ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຄວາມຮັບຜິດຊອບ  ເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ, ທາງຄະນະທິມງານຈາກ ພຊສ ແຂວງ ກໍໄດ້ເຮັດວຽກງຮ່ວມກັບແຕ່ລະໜ່ວຍງານ ພາຍໃນ ຫຊສ ເມືອງ ເພື່ອຊຸກຍູ້ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງຂືຶ້ນ ແລະ ສອດຄ່ອງກັບນິຕິກໍາຕ່າງໆ.

         ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຫັວງ ນາບຸນແພງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງ ໄດ້ໂອ້ລົມ ແລະ ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເໜັ້ນໜັກຫຼາຍບັນຫາທີ່ສໍາຄັນ, ເປັນຕົ້ນ: ດ້ານການເມືອງແນວຄິດ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່, ຄວາມສາມັນຄີພາຍໃນ-ພາຍນອກ, ຂອດການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງ ຂັ້ນເມືອງ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ນອກຈາກນີ້ໃຫ້ເອົາໃຈໃສ່ການຄຸ້ມຄອງສິ່ງແວດລ້ອມ ເປັນຕົ້ນການຕິດຕາມກວດກາບັນດາໂຄງການລົງທຶນ, ກິດຈະການຄົວເຮືອນ ແລະ ອື່ນໆ.