Star InactiveStar InactiveStar InactiveStar InactiveStar Inactive
 

ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ເຂົ້າຮ່ວມພິທີ ເຊັນສັນຍາສະໜອງທຶນລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ຮັບທຶນຈາກ 11 ໂຄງການ. ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 29 ມີນາ 2021 ຢູ່ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ພາກສ່ວນທີ່ໄດ້ຮັບທຶນດັ່ງກ່າວປະກອບມີ:

  1. ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ (1 ໂຄງການ),
  2. ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ (1 ໂຄງການ,
  3. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງເຟືອງ ແຂວງວຽງຈັນ (1 ໂຄງການ),
  4. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ (1 ໂຄງການ),
  5. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື (1 ໂຄງການ),
  6. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ (2 ໂຄງການ)
  7. ກົມນິຕິກໍາ (1ໂຄງການ)
  8. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (1ໂຄງການ)
  9. ມະຫາວິທະຍາໄລແຫ່ງຊາດ (1) ໂຄງການ)
  10. ກະຊວງປ້ອງກັນຄວາມສະຫງົບ (1 ໂຄງການ)
  11. ກະຊວງປ້ອງກັນປະເທດ (1 ໂຄງການ),

ລວມທັງຫມົດ 11 ໂຄງການ ລວມມູນຄ່າທັງຫມົດ 7,9 ຕື້ກວ່າກີບ.

   

ການເຊັນສັນຍາໃນຄັ້ງນີ້ ໄດ້ມີຂຶ້ນລະຫວ່າງທ່ານ ນາງ ພັກກາວັນ ພຶດສະໄຫມ ວ່າການຫົວຫນ້າຫ້ອງການກອງທຶນປົກປັກຮັກສາ ສິ່ງແວດລ້ອມ ແລະ ຜູ້ຕາງຫນ້າຈາກ 11 ໂຄງການ ເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ ມີທ່ານ ປອ ໄຊນະຄອນ ອິນທະວົງຮອງລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຫົວຫນ້າກົມ ແລະ ຮອງກົມ ຈາກກົມກອງທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່