Star InactiveStar InactiveStar InactiveStar InactiveStar Inactive
 

ເຖິງ: ສຳນັກງານອົງການລັດ ແລະ ເອກະຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ຜູ້ຄອບຄອງ ສິດນຳໃຊ້ທີ່ດິນແຕ່ລະຕອນຊາບ.

ເລື່ອງ: ປະກາດແຈ້ງການໃນການອອກໃບຕາດິນຖາວອນ, ຫາຜູ້ຂັດຄ້ານໃຫ້ແກ່ຜູ້ຄອບຄອງນຳໃຊ້ທີ່ດິນ.

   ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສີ່ງ​ແວດ​ລ້ອມ(ຂະ​ແໜງ​​ທີ່​ດິນ) ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ເຖິງ​ທຸກໆ ພາກ​ສ່ວນ ສຳ​ນັກ​ງານ​ອົງ​ການ​ລັດ ແລະ ເອ​ກະ​ຊົນ, ພະ​ນັກ​ງານ​, ທະ​ຫານ, ຕຳ​ຫລວດ ແລະ ປະ​ຊາ​ຊົນ ຜູ້​ຄອບ​ຄອງ​ສິດ​ນຳ​ໃຊ້​ທີ່​ດິນ​ແຕ່​ລະ​ຕອນ​ຊາບວ່າ:

ການ​ສຳ​ຫລວດ-ວັດ​ແທກ​ພິ​ສຸດ​ຫລັກ​ຖານ​ອອກ​ໃບ​ຕາ​ດິນ​​ໃຫ້​ເຈົ້າ​ຂອງ​ສິດ​ນຳ​ໃຊ້​ທີ່​ດິນ​ຢູ່​ບັນດາບ້ານມີຄື: ບ້ານທົ່ງ​ອົ້ມ, ບ້ານນ້ຳ​ທຸງ, ບ້ານນາ​ຫ້ອມ, ບ້ານວຽງ​ຄຳ, ບ້ານຫຼັກ​ຄຳ​ໃໝ່, ບ້ານປຸງ ແລະ ບ້ານວຽງ​ທອງ, ເມືອງ ແລະ ແຂວງ ຫລວງ​ນໍ້​າ​ທາ ແມ່ນ​​ຂັ້ນ​ຕອນ​ປະ​ກາດ​ແຈ້ງ​ການ​ຫາ​ຜູ້​ຂັດ​ຄ້ານ ຖ້າ​ຫາກວ່າ​ທ່ານ​ໃດ​ຍັງ​ເຫັນ​ວ່າ​ການ​ນຳ​ໃຊ້​ທີ່​ດິນຍັງບໍ່​ຖຶກ​ກັບ​ຕົວ​ຈິ່ງ ​ຂອງ​ການ​ຄຸ້ມ​ຄອງ​ສິດ​ນຳ​ໃຊ້​ທີ່​ດິນ​ທີ່​ມີ​ລາຍ​ຊື່​​ຂັດຕິດ​ມານີ້​ ແມ່ນຂໍ​ສະ​ເໜີ​ໃຫ້​ທ່ານ​ມາ​ຢື່ນ​ຄຳ​ຮ້ອງ​​ຂັດ​ຄ້ານ​​ເຂົ້າ​ມາ​ຫາ​ ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່​ງ​ແວດ​ລ້ອມ(ຂະ​ແໜງ​ທີ່​ດິນ​ແຂວງ) ຕັ້ງ​ຢູ່​ບ້ານ ນາ​ຫ້ອມ ຕິດ​ກັບ​ຖະ​ໜົນ 6 ພຶດ​ສະ​ພາ ກຳ​ນົດ​ເວ​ລາ​ພາຍ​ໃນ 30 ວັນ​ເລີ່ມ​ແຕ່ວັນ​ທີ 4 ເມ​ສາ 2021 ເຖິງ 4 ພຶດ​ສະ​ພາ 2021 ເມື່ອ ຄົບ 30 ວັນ​ແລ້ວຖ້າ​ຫາກບໍ່​ມີ​ຜູ້​ໃດ​ມາ​ແຈ້ງ​ຂັດ​ຄ້ານ ແລະ ​ຕໍ່​ວ່າຕໍ່​ຂານ​ ແມ່ນຈະ​ໄດ້​​ອອກ​ໃບ​ຕາ​ດິນ​ໃຫ້​ແກ່​ຜູ້​​ຄຸ້ມຄອງ​ສິດ​ນຳ​ໃຊ້​ທີ່​ດິນ​ໃນ​ຈຳ​ນວນ 10 ຕອນ

ມີບັນ​ຊີ​ລາຍ​ຊື່ ລະ​ອຽດ​ແຕ່​ລະ​ຕອນ​ດິນ​ໃນຕາຕະລາງລຸ່ມນີ:

 ໝາຍເຫດ:                                                                                

  • ໄລຍະຂໍຄັດຄ້ານ ແຕ່ວັນທີ 24 ມີ​ນາ 2021 ຫາ  ວັນທີ  24 ​ເມ​ສາ 2021
  • ອະທິບາຍກ່ຽວກັບປະເພດສິດນຳໃຊ້ທີ່ດິນ (ເອກະສານສິດນໍາໃຊ້ທີ່ດິນ):

  ປະເພດ 1:  ແມ່ນດິນທີ່ເຈົ້າຂອງສິດນໍາໃຊ້ເປັນບຸກຄົນ, ມີສິດຕໍ່ທີ່ດິນຢ່າງສົມບູນ ແລະ ຈະໄດ້ຮັບ ໃບຕາດິນບຸກຄົນ.

  ປະເພດ 2: ແມ່ນດິນທີ່ເຈົ້າຂອງສິດນໍາໃຊ້ເປັນນິຕິບຸກຄົນເອກະຊົນ ຈະໄດ້ຮັບໃບຕາດິນນິຕິບຸກຄົນ

  ປະເພດ 3: ແມ່ນທີ່ດິນລວມໝູ່ ທີ່ອອກໃຫ້ສະຫະກອນລວມໝູ່, ກຸ່ມ ຫຼື ສະມາຄົມການຜະລິດ ແລະ ທີ່ມີເປົ້າໝາຍຕ່າງໆ ທີ່ໄດ້ຂື້ນທະບຽນແລ້ວ ຈະໄດ້ຮັບໃບຕາດິນລວມໝູ່.

ປະເພດ 4: ແມ່ນທີ່ດິນລັດ ຊື່ງຜູ້ຄອບຄອງ ແລະ ນໍາໃຊ້ ອາດແມ່ນອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ,  ບຸກຄົນພະນັກງານລັດ ຫລື ເອກະຊົນ ແມ່ນຈະໄດ້ອອກໃບຕາດິນລັດ.

ປະເພດ 5: ແມ່ນທີ່ດິນຊຸມຊົນ ເປັນຂອງຊາວບ້ານໝົດທຸກຄົນ ຫຼື ກຸ່ມຊົນເຜົ່າໃດໜຶ່ງ ທີ່ມີລັກສະນະນຳໃຊ້ຮ່ວມກັນໂດຍບໍ່ມີຜູ້ໃດຜູ້ໜື່ງເປັນເຈົ້າຂອງສິດນໍາໃຊ້ທີ່ດິນ ແມ່ນຈະໄດ້ອອກ ໃບຕາດິນຊຸມຊົນປະເພດຕົກລົງບໍ່ໄດ້:  ກໍລະນີ ຕົກລົງປະເພດບໍ່ໄດ້ ໃຫ້ໄປພົວພັນນຳ ​ຂະ​ແໜງ​ທີ່ດິນ​ແຂວງ (ພະ​ແນກຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລ​ະ ສິ່ງ​ແວດ​ລ້ອມ)                                 

ດັ່ງ​ນັ້ນ, ຈື່ງ​ປະ​ກາດ​ແຈ້ງ​ການ​ມາ​ຍັງ​ທ່ານ​ເພື່ອ​ຊາບ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ. 

 ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ທ່ານ ສົມຫັວງ ນາບຸນແພງ

 

ລາຍລະອຽດ ດາວໂຫລດແຈ້ງການໄດ້ທີ່ນີ້

                                


ບ່ອນ​ສົ່ງ:

1 ຂະ​ແໜງ​ທີ່​ດິນ 2 ສະ​ບັບ, ເກັບ​ມຽນ 1 ສະ​ບັບ ຕິດ​ປະ​ກາດ 1 ສະ​ບັບ

2 ບ້ານ ລະ 1 ສະ​ບັບ ​ຕິດ​ປະ​ກາດ

3 ສານ​ປະ​ຊາ​ຊົນ​ແຂວງ  1 ສະ​ບັບ ​ຕິດ​ປະ​ກາດ                 

5 ອອກ​ວິ​ທະ​ຍຸ FM ຫລວງ​ນ້ຳ​ທາ 1 ສະ​ບັບ

5 Facebook