Print
Star InactiveStar InactiveStar InactiveStar InactiveStar Inactive
 

ໃນຕອນແລງຂອງວັນທີ 12 ມັງກອນ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ເຜີຍແຜ່ບາງເອກະສານສໍາຄັນຈໍານວນໜຶ່ງ ໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຂອງຕົນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມຫວັງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມມີຄະນພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ສົມຫວັງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານເອກະສານຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນພາຍໃນພະແນກການຂອງຕົນ ໄດ້ເຊື່ອມຊືມ ແລະ ເຂົ້າໃຈຕໍ່ເນື້ອໃນຜົນສໍາເລັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງດັ່ງກ່າວ ຕາມທິດນໍາພາຂອງພັກປະຊາຊົນປະຕິວັດລາວວາງອອກ.

ໃນໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ເຜີຍແຜ່ບັນດາເອກະສານບັນດາເອກະສານທີ່ສໍາຄັນອິກຈໍານວນໜຶ່ງຄຶື:

ທ່ານ ອັອດ ສິງສະຫວັດ, ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງວແວດລ້ອມແຂວງ, ໄດ້ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ/ນະຄອນຫຼວງວຽງຈັນ, ສະບັບເລກທີ 4983/ກຊສ, ລົງວັນທີ 03 ພະຈິກ 2020. ຊຶ່ງຂໍ້ຕົກລົງດັ່ງກ່າວນີ້ ໄດ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 3171/ກຊສ, ລົງວັນທີ 1 ສິງຫາ 2017, ເຊິ່ງປະກອບມີ ທີ່ຕັ້ງ ແລະ ພາລະບົດບາດຂອງ ພຊສ, ມີ 25 ໜ້າທີ່, 13 ຂອບເຂດສິດ ແລະ ໄດ້ປັບປຸງໂຄງປະກອບການຈັດຕັ້ງ ຈາກ 8 ຂະແໜງການ ໂຮມເຂົ້າກັນມາເປັນ 1 ຫ້ອງການ ແລະ 4 ຂະແໜງການຄື: (1) ຫ້ອງການບໍລິຫານ, ແຜນການ ແລະ ການເງິນ, (2) ຂະແໜງຈັດຕັ້ງ ແລະ ພະນັກງານ, (3) ຂະແໜງກວດກາ, (4) ຂະແໜງ ທີ່ດິນ ແລະ (5) ຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ຈະໄດ້ດໍາເນີນການປັບປຸງລະບົບການຈັດຕັ້ງຕາມພາລະະບົດບາດໃໝ່ສະບັບນີ້ ພາຍໃນຂັ້ນພະແນກ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງທີ່ຂຶ້ນກັບ, ໃຫ້ສໍາເລັດພາຍໃນເດືອນ ມັງກອນ ປີ 2021 ນີ້.

ພ້ອມດຽວກັນນັ້ນ ໃນກອງປະຊຸມ, ທ່ານ ນາງ ອາລຸນນີ ຫຼ້າສຸກັນ, ຄະນະພັກຮາກຖານ, ຫົວຫນ້າຂະແໜງຈັດຕັ້ງ ແລະ ພະນັກງານ ພຊສ, ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງຫຼວງນໍ້າທາ, ສະບັບເລກທີ 626, ລົງວັນທີ 22/12/2020; ຂໍ້ຕົກລົງຂອງທ່ານ ເຈົ້າແຂວງດ ວ່າດ້ວຍການແຕ່ງຕັ້ງ ຮອງເຈົ້າແຂວງ ສະບັບເລກທີ 786/ຈຂ, ລົງວັນທີ 24 ທັນວາ 2020; ຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກຂອງບັນດາພະແນກການຂັ້ນແຂວງ, ສະບັບເລກທີ 787/ຈຂ, ລົງວັນທີ 24 ທັນວາ 2020 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການກໍານົດນໍາແໜ່ງງານ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ.

ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອ້ລົມຂອງ ທ່ານ ສົມຫັວງ ນາບຸນແພງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຊິ່ງທ່ານໄດ້ເໜັ້ນໜັກຫຼາຍບັນຫາທີ່ສໍາຄັນ ເພືື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.